Homeນານາສາລະກະຈຽບຂຽວ”ຂັບໄລ່ແມ່ທ້ອງເຂັມແກ້ຄັນຜິວໜັງ

ກະຈຽບຂຽວ”ຂັບໄລ່ແມ່ທ້ອງເຂັມແກ້ຄັນຜິວໜັງ

Published on

กระเจี๊ยบเขียว

ຄົົນທີ່​ມັກ​ກິນ​ອາຫານ​ດິບເຊັ່ນ:ລາບ​ກ້ອຍ​ຫລື​ປາ​ດິບ​ອາຫານ​ຍີ່​ປຸ່ນ​ປະຈຳຖ້າ​ບໍ່​ຮູ້​ຈັກ​ປ້ອງ​ກັນ​ຈະ​ເຮັດໃຫ້​ມີ​ພະຍາດແມ່ທ້ອງເຂັມ​ໃນ​ໂຕເຮັດໃຫ້​ເກີດ​ອາການ​ຄັນ​ຕາມ​ຜິວ​ໜັງ​ແບບ​ຄັນ​ຍິບໆເໝືອນ​ມີ​ໂຕ​ຫຍັງ​ໄຕ່ໃຊ້​ນິ້ວ​ເກົາ​ຈະ​ເຊົາ​ໄດ້ບາງ​ຄົນ​ຄັນ​ທີ່​ປາຍ​ທະວານ​ໜັກເປັນໆ​ເຊົາໆປ່ອຍ​ໄວ້​ຈະ​ເປັນ​ອັນຕະລາຍ​ໄດ້ໃນ​ທາງ​ໂພສະ​ນາ​ການ​ໃຫ້​ເອົາ“ກະ​ຈຽບຂຽວ”ຫລື ກະ​ຈຽບ​ໝອນມີ​ວາງ​ຂາຍ​ທົ່ວ​ໄປ​ຫຍ້ຳ​ກິນ​ສົດໆມື້​ລະ10ໜ່ວຍກ່ອນ​ອາຫານ​ແລງ​ຕິດ​ຕໍ່​ກັນ 7-10ມື້ຈະ​ຂັບໄລ​ພະຍາດ​ແມ່ທ້ອງເຂັມ​ອອກ​ເຮັດໃຫ້​ເຊົາ​ຄັນໄດ້

ກະ​ຈຽບ​​ຂຽວຫລື ABELMOSCHUS ESCULENTUS MOENCH, HIBICUS ESCULENTUS (L.)ຢູ່ໃນ​ວົງ MALVACEAE ມີ​ຖິ່ນ​ກຳ​ເນີດ​ໃນ​ເຂດ​ຮ້ອນ​ຂອ​ງທະ​ວີບ​ອາຟຣິກາ​ແລະ​ອາຊີ ຄົນ​ຍີ່​ປຸ່ນທີ່​ນິຍົມ​ກິນອາຫານ​ດິບ​ປາ​ດິບ​ຈະ​ກິນ“ກະ​ຈຽບ​ຂຽວ” ຕາມ​ໄປ​ດ້ວຍ​ເປັນ​ປະຈຳເພື່ອ​ຊ່ວຍ​ຂັບ​ໄລ່ແມ່ທ້ອງ​​ດັ່ງ​ກ່າວແລະ​ຍັງ​ຊ່ວຍ​ເຮັດໃຫ້​ຜິວ​ພັນ​ດີ ຕຳ​ລາ​ຢາ​ຈີນເມັດ​ແລະ​ດອກ​ໃຊ້​ເປັນ​ຢາ​ຂັບ​ຍ່ຽວ​ດີ​ຫລາຍ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...