spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມພຶດຕິກຳຮູ້ເທົ່າບໍ່ເຖິງການຄວາມສ່ຽງເປັນພະຍາດມະເຮັງ

ພຶດຕິກຳຮູ້ເທົ່າບໍ່ເຖິງການຄວາມສ່ຽງເປັນພະຍາດມະເຮັງ

Published on

istock_000027692569_small

7 ຂໍ້​ກໍ່​ໜີ້ມະເຮັງ

ມະ​ເຮັງພະຍາດ​ທີ່​ຫລາ​ຍຄົນ​ຢ້ານບາງເທື່ອ​ສາ​ເຫດ​ໜຶ່ງ​ອາດ​ເກີດ​ຈາກ​ພຶດຕິກຳ​ທີ່​ເຮັດ​ສະ​ສົມ​ເອົາ​ໄວ້​ກ່ອນ​ປ່ວຍມີ​ພຶດຕິກຳ​ບາງຢ່າງ​ມີທ່າອ່ຽງ​ສ້າງ​ໜີ້​ມະ​ເຮັງແລະ​ສ້າງ​ພາ​ວະ​ລົ້ມ​ລະ​ລາຍ​ທາງ​ສຸຂະພາບ​ໄດ້ດັ່ງ​ເຊັ່ນ:7ກໍລະນີ​ນີ້​ມະ​ເຮັງ​ທີ່​ອາດ​ຖືກ​ເບິ່ງຂ້າມ​ໄປ…

1.ເອັກ​ຊະ​ເລ​ເລື້ອຍໆໂດຍ​ບໍ່​ຈຳ​ເປັນເຊັ່ນ:ກໍລະນີ​ເອັກ​ຊະ​ເລຍ​ມະ​ເຮັງ​ເຕົ້າ​ນົມ(ແມມ​ໂມ​ແກມ)ທີ່​ມີ​ລາຍ​ງານ​ອອກ​ມາ​ຈາກ​​ໝໍ​ຜູ້​ຊ່ຽວຊານ​ລະ​ດັບ​ສາກົນ​ແລ້ວ​ວ່າ​ບໍ່​ຈຳ​ເປັນ​ສະເໝີ​ໄປ ເພາະ​ບໍ່​ໄດ້​ຊ່ວຍ​ໃຫ້​ອັດຕາ​ການ​ເກີດ​ມະ​ເຮັງຫ​ລຸດລົງທັງ​ນີ້​ລວມ​ເຖິງ​ການ​ເອັກ​ຊະ​ເລ​ແບບ​ເຂົ້າ​ອຸ​ໂມງ​ສະ​ແກນ​ທັງ​ໂຕຊຶ່ງ​ຈັດ​ເປັນ​ການ​ອາບ​ລັງສີໂດຍ​ລັງສີ​ເອັກສະເລທີ່​ໄດ້​ນັ້ນ​ເປັນ​ພິດ​ຕໍ່​ກາຍ​ໃນ​ລະ​ດັບ​ດີ​ເອັນ​ເອ

2.ໃຊ້​ຮໍ​ໂມນ”ການ​ໄດ້ຮັບ​ຮໍ​ໂມນ​ມາ​ທັງ​ແບບ​ກິນ,ສີດ​ຫລື​ເສີມ​ເຂົ້າໄປທີ່​ໃຊ້​ກັບ​ໄວ​ທອງ​ຫລື​ເພື່ອ​ກະຕຸ້ນ​ຄວາມ​ໜຸ່ມ​ສາວ​ໃດໆ​ກໍ​ຕາມຕ້ອງ​ລະ​ວັງ​ການ​ເກີດ​ຜົນ​ຂ້າງ​ຄຽງ​ທີ່​ບໍ່​​ປາດຖະ ຫນາເພາະ​ບໍ່​ມີ​ຮໍ​ໂມນ​ເສີມ​ໃດ​ທີ່​ຂາດ​ພິດ​ໄພການ​ຮັບ​ເຂົ້າໄປ​ມີ​ສິດ​ໄປ​ກວນ​ຮໍ​ໂມນ​ທຳມະຊາດ​ຂອງ​ເກົ່າ​ແລະ​ກາຍ​ເປັນ​ປຸ໋ຍ​ເລັ່ງ​ມະ​ເຮັງໄດ້

3.ນອນ​ເດິກ”ການ​ພັກ​ຜ່ອນ​ທີ່​ເດິກ​ເກີນ​ໄປ​ຫລື​ຜິດ​ເວລາ​ເລື້ອຍໆເຊັ່ນ​ການເຮັດວຽກງານ​ແບບ​ເຂົ້າ​ກະສະ​ຫລັບ​ເວນ​ເຊົ້າ,ບ່າຍແລະ​ເດິກເປັນ​ຄວາມ​ສ່ຽງ​ຕໍ່​ສຸຂະພາບ​ແລະ​ພະຍາດ​ມະ​ເຮັງ​ບາງ​ຊະນິດແຕ່​ບໍ່​ຈຳ​ເປັນ​ຕ້ອງ​ລາ​ອອກຈາກ​ຫນ້າທີ່​ການ​ງານ​ເສຍ​ໝົດພຽງ​ຂໍ​ໃຫ້​ເຝິກ​ເຕັກ​ນິກ​ຫລັບ​ເລິກ​ຈະ​ຊ່ວຍ​ພິກ​ວິກິດ​ສຸຂະພາບ​ໄດ້

4.ກິນ​ເດິກ”​ການໃຊ້ຊີວິດ​ນອນເດິກ​ແລະ​ກິນ​ຜິດ​ເວລາ​ຈະ​ພາ​ໃຫ້​ລະບົບ​ໃນ​ຮ່າງກາຍ​ປັ່ນປ່ວນລອງ​ຄິດເຖິງ​ລົດ​ໃຫຍ່​ທີ່​ຂັບ​ໄປ​ໃສມາໃສ​ນີ້​ບໍ່​ມີ​ມື້​ພັກເຄື່ອງ​ອາໄລ່ກໍ​ຈະ​ເສື່ອມ​ໄວ​ຕ້ອງ​ປ່ຽນ​ອະ​ໄຫລ່​ໄປ​ເລື່ອຍໆການ​ກິນ​ເດິກ​ຄື​ການ​ເຮັດໃຫ້​ຮ່າງກາຍ​ຕ້ອງ​ເຮັດ​ໂອ​ທີ​ໃນ​ເວລາ​ທີ່​ຄວນ​ພັກ​ຜ່ອນຮ່າງກາຍ​ຕ້ອງ​ລຸກ​ຂຶ້ນ​ມາ​ຍ່ອຍ​ອາຫານບໍ່ດີຈະ​ເຮັດໃຫ້​ສະຫມອງ​ຫລັ່ງ​ສານ​ຕ້ານ​ມະ​ເຮັງຄື“ເມ​ລາ​ໂທ​ນິນ”ໄດ້​ບໍ່​ເຕັມ​ເມັດ​ເຕັມ​ຫນ່ວຍ

5.ກິນ​ຊ້ຳ”ເຮັດ​ພິດ​ກັບ​ທ່ານ​ທີ່​ມັກ​ກິນອາຫານທີ່ສະດວກ​ໂດຍ​ສັ່ງ​ອາຫານ​ຊ້ຳ​ໆມາ​ກິນ​ເກືອບ​ທຸກ​ມື້​ຈົນ​ກະເພາະ​ແລະ​ລຳ​ໄສ້​ເຄີຍ​ຊິນ​ກັບ​ການ​ກິນ​ສານອາຫານ​ເກົ່າສົ່ງ​ຜົນ​ໃຫ້​ຂາດ​ວິ​ຕາ​ມິນ​ໄດ້ແຖມ​ການ​ກິນ​ຊ້ຳ​ຍັງ​ເຮັດໃຫ້​ສະ​ສົມ​ພິດ​ໄວ້​ໃນ​ຮ່າງກາຍທີ່​ກ່ຽວກັບ​ມະ​ເຮັງ​ກໍ​ເຊັ່ນ ການ​ກິນໝູ​ແຮມ,ແໜມ,ໄສ້​ກອກ​ເລື້ອຍໆຫລື​ການ​ກິນ​ປາ​ເຄັມ​ເລື້ອຍໆກໍ​ມີ​ສິດ​ກະຕຸ້ນ​ມະ​ເຮັງ​ໃນ​ຈຸດ​ສຳຄັນ​ຂອງ​ຮ່າງກາຍ​ໄດ້

6.ທ້ອງ​ອືດ ອາການ​ທ້ອງ​ອືດ​ຊ່ວຍ​ກະ​ຕຸ້ນ​ມະ​ເຮັງ​ຫລາຍ​ຊະນິດໂດຍ​ສະເພາະ​ທີ່​ເຮັດ​ພິດ​ກັບ​ລຳ​ໄສ້​ໃຫຍ່​ເພາະ​ຢູ່​ໃກ້​ຊິດ​ກັບ​ຂອງ​ເສຍ​ຈາກ​ຮ່າງກາຍ​ເປັນ​ທີ່ສຸດອາການ​ທ້ອງ​ອືດ​ອາດ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ກ້ອນ​ມະ​ເຮັງ​ໃນ​ລຳ​ໄສ້​ໄດ້ໂດຍ​ຄົນ​ທີ່​ເປັນ​ເລື້ອຍໆ​ຫລື​ມີ“ຊີ້ນປົ່ງ (Colon polyposis)ຂໍ​ແນະ​ໃຫ້​ໄປ​ສ່ອງ​ກ້ອງ​ເບິ່ງ​ຢ່າງ​ນ້ອຍ​ຈັກ​ເທື່ອໜຶ່ງ

7.ຄຽດ​ງ່າຍ”ທ່ານ​ທີ່​ເກັບ​ທຸກ​ເກັ່ງເຊັ່ນ​ເບິ່ງ​ທຸກ​ຢ່າງ​ໄດ້​ເປັນ​ເລື່ອງ​ໜ້າ​ລຳ​ຄານ​ຕາ,ລຳ​ຄານ​ໃຈ​ໄປ​ເສຍ​ໝົດ,ລົດ​ຕິດ​ກໍ​ຫງຸດ​ຫງິດ,ເດັກ​ເສີບ​ຍ່າງ​ຮັບ​ອໍ​ເດີ​ຊ້າ​ກໍ​ໂວຍວາຍເຫັນ​ຫຍັງ​ຂວາງ​ຫູ​ຂວາງ​ຕາມີ​ຄວາມ​ໜ້າ​ຈະ​ເປັນ​ໃນ​ການ​ເກີດ​ມະ​ເຮັງ​ໄດ້​ສູງເພາະ​ມະ​ເຮັງ​ຮັບ​ວິ​ຕາ​ມິນ​ເລັ່ງ​ແມ່ນ​ມາ​ຈາກ​ຄວາມ​ຄຽດ​ທີ່​ກະຕຸ້ນ“ອະ​ນຸມູນ​ອິດສະຫລະ”ໃຫ້​ວົນວຽນແບບ​ລ່າ​ເລີງ​ໃນ​ກະ​ແສ​ເລືອດໜີ້​ມະ​ເຮັງ​ຂໍ້​ສຸດ​ທ້າຍ​ຈຶ່ງ​ຮ້າຍ​ສຸດເພາະ​ເຮັດໃຫ້​ເກີດ​ມະ​ເຮັງ​ໄດ້​ທຸກ​ສ່ວນ​ລວມ​ເຖິງ “ມະ​ເຮັງ​ໃຈ”

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...