spot_img
Homeປະຊາສຳພັນອຸຕຸ​ເຕືອນ ​ໃຫ້ລະ​ວັງ​ນ້ຳ​ຖ້ວມ ​ແລະ ດິນ​ເຈື່ອນ!

ອຸຕຸ​ເຕືອນ ​ໃຫ້ລະ​ວັງ​ນ້ຳ​ຖ້ວມ ​ແລະ ດິນ​ເຈື່ອນ!

Published on

kt1fyu5q+copy

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ວັນທີ 27 ກໍລະກົດ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ ພັດ​ຜ່ານ​ແຂວງ​ພາກ​ເໜືອຫາ​ພາກ​ກາງຂອງ​ລາວ, ສົມທົບ​ກັບ​ລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ມີ​ກຳລັງ​ອ່ອນ​ຫາ​ປານ​ກາງ​ພັດ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ, ​ເຮັດ​​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບາງ​ໂອກາດ ​ແລະ ຕົກ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ພາກ​ໃຕ້ ​ແລະ ພາກ​ກາງ.

ພາກ​ເໜືອ​ດ້ານ​ຕ​າ​ເວັນ​ອອກ: ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ ​ແລະ ຍັງ​ຈະ​ມີ​ຝົນຕົກ​ກະຈາຍ​ໃນ​ລະດັບ​ຄ່ອຍ​ຢູ່​ບາ​ງທ້ອງ​ຖິ່ນ. ອຸນຫະພູມ​ຕ່ຳສຸດ 18-20 ອົງສາ ​ແລະ ສູງ​ສຸດ 26-28 ອົງສາ.

ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ມີ​ເມກ​ປົກຄຸມ​ເປັນ​ບາງ​ສ່ວນ, ຍັງ​ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ.ອຸ​ນຫະພູມ​ຕ່ຳ​ສຸດ 21-23 ອົງສາ ​ແລະ ສູງສຸດ 27-29 ອົງສາ.

ນະຄອນຫລວງ​ວຽງ​ຈັນ: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ມີ​ຝົນຕົກ​ກະຈາຍ​ໃນ​ລະດັບຄ່ອຍ​ເປັນ​ບາງ​ໂອກາດ. ອຸນຫະພູມ​ຕ່ຳ​ສຸດ 23-25 ອົງສາ ​ແລະ ສູງ​ສຸດ 28-30 ອົງສາ.

ພາກ​ກາງ: ມີ​ເມກ​ປົກ​ຄຸມ​ສ່ວນ​ຫລາຍ ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ທົ່ວ​ໄປ ​ແລະ ຕົກ​ປານ​ກາງ​ຢູ່​ບາ​ງທ້ອງ​ຖິ່ນ​ໃນ​ແຂວງ​ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ ອຸນຫະພູມ​ຕ່ຳ​ສຸດ 21-23 ອົງສາ ​ແລະ ສູງ​ສຸດ 27-29 ອົງສາ.

ແຂວງ​ໄຊ​ສົມບູນ: ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄອ່ຍຫາ​ປານ​ກາງ​ຢູ່​ຕື່ມ​ອີກ. ອຸນຫະພູມ​ຕ່ຳ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 21-23 ອົງສາ.

ພາກ​ໃຕ້: ມີ​ເມກ​ປົກ​ຄຸມ​ເປັນ​ສ່ວນ​ຫລາຍ, ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ເກືອບ​ທົ່ວ​ໄປ ​ແລະ ຕົກ​ປານ​ກາງ​ຢູ່​ບາງ​ທ້ອງ​ຖິ່ນ​ຂອ​ງ​ແຂວງ​ສາລະ​ວັນ, ຈຳປາ​ສັກ ​ແລະ ອັດ​ຕະປື. ອຸນຫະ​ພູມ​ຕ່ຳ​ສຸດ 23-25 ອົງສາ ​ແລະ ສູງ​ສຸດ 27-29 ອົງສາ. ສໍາລັບ​ເຂດ​ປາກ​ຊ່ອງ, ນິຄົມ 34: ມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ. ອຸນຫະ​ພູມຕ່ຳ​ສຸດ 13-15 ອົງສາ ​ແລະ ສູງ​ສຸດ 21-23 ອົງສາ.

ຄຳ​​ເຕືອນ: ​ເນື່ອງ​ຈາກອາທິດ​ຜ່ານ​ມາ, ມີ​ຝົນຕົກ​ຕິດ​ຕໍ່​ກັນ​ໃນ​ລະດັບ​ຄ່ອຍ​ເປັນ​ບໍລິ​ເວນ​ກວ້າງ ​ແລະ ຕົກ​ປານ​ກາງຫາ​ຕົກ​ໜັກ​ຢູ່​ບາງ​ທ້ອງ​ຖິ່ນຂອງ​ແຂວງ​ພາກ​ເໜືອ​ຫາ​ພາກ​ກາງ, ​ຈຶ່ງເຮັດ​ໃຫ້​ສາຂາ​ແມ່​ນ້ຳ​ຫລາຍ​ສາຍ​ຍຶ່ງຂຶ້ນ​ຢ່າງ​ໄວວາ ​ແລະ ຂຶ້ນ​ສູງ​ກາຍ​ເຂດ​ອັນຕະລາຍ​ແລ້ວ ​ເຊັ່ນ: ນ້ຳ​ເຊ​ບັ້ງ​ໄຟ ຈຸດ​ຂົວ​ເຊ, ນ້ຳ​ຊັນ ຈຸດ​ເມືອງ​ເກົ່າ ​ແລະ ຍັງ​ມີ​ນ້ຳ​ຖ້ວມ​ຂັງ​ຕາມ​ເສັ້ນທາງ​ຕ່າງໆ, ​ໂດຍ​ສະ​ເພາະ​​ແຂວງ​ພາກ​ເໜືອ ​ໂອກາດ​ຈະ​ມີ​ດິນ​ເຈື່ອນ​ຕາມ​ເສັ້ນທາງ​ຕ່າງໆ​ສູງ​ຫລາຍ. ດັ່ງ​ນັ້ນ ຈຶ່ງ​​ແຈ້ງ​ເຕືອນ​ມາ​ຍັງປະຊາຊົນທຸກ​ພາກສ່ວນ ທີ່​ອາ​ໃສ​ຢູ່​​ເຂດ​ສ່ຽງ​ອັນຕະລາຍ ຈົ່ງ​ມີ​ສະຕິ​ລະມັດລະວັງ​ໃນ​ການ​ໄປມາ, ທຳ​ມາ​ຫາ​ກິນ, ການ​ເດີນທາງ ​ແລະ ​ໃຫ້​ເກັບ​ມ້ຽນ​ວັດ​ຖຸສິ່ງ​ຂອງ​ໄວ້​ບ່ອນ​ປອດ​ໄພ ​ແລະ ​ໃຫ້​ຕິດຕາມ​ຂ່າວ​ພະຍາກອນ​ອາກາດ​ເປັນ​ປະຈຳ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...