spot_img
Homeຂ່າວຕ່າງປະເທດການບິນໄທ ປະກາດປົດພະນັກງານ 1,401 ຕຳແໜ່ງ ວາງແຜນຂາຍເຮືອບິນ ຫລັງປະສົບພາວະຂາດທຶນ!

ການບິນໄທ ປະກາດປົດພະນັກງານ 1,401 ຕຳແໜ່ງ ວາງແຜນຂາຍເຮືອບິນ ຫລັງປະສົບພາວະຂາດທຶນ!

Published on

558000008753801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກໍລະກົດຜ່ານມານີ້ວ່າ ການບິນໄທ ເຊິ່ງເປັນສາຍການບິນແຫ່ງຊາດຂອງໄທ ປະກາດປົດພະນັກງານລວດດຽວ 1,401 ຕຳແໜ່ງ ເຊິ່ງເປັນໜຶ່ງໃນມາດຕະການທີ່ໃຊ້ເພື່ອຕັດຫລຸດຕົ້ນທຶນ ແລະ ຄ່າໃຊ້ຈ່າຍພາຍໃນອົງກອນ ໃຫ້ລົງ 20% ພາຍໃນກຳນົດໄລຍະ 2 ປີ ເຊິ່ງຈະມີຜົນນັບຕັ້ງແຕ່ວັນທີ 25 ຕຸລາ 2015 ນີ້ ໂດຍນອກຈາກຈະມີການປົດພະນັກງານແລ້ວ ການບິນໄທ ຍັງມີແຜນຂາຍເຮືອບິນໃນຝູງບິນຂອງຕົນອອກອີກດ້ວຍ ເພື່ອຫລຸດຄ່າໃຊ້ຈ່າຍໃນການບຳລຸງຮັກສາ ແລະ ແບກຮັບຕົ້ນທຶນເຊື້ອໄຟທີ່ສູງ.

ນອກນັ້ນ, ການບິນໄທ ຍັງຈະຍົກເລີກການໃຫ້ບໍລິການຖ້ຽວບິນລະຫວ່າງປະເທດອີກຫລາຍເສັ້ນທາງ ເນື່ອງຈາກປະສົບກັບສະພາວະຂາດທຶນໃນເສັ້ນທາງດັ່ງກ່າວ ເຊິ່ງລວມມີເສັ້ນທາງບິນໄປນະຄອນລອດແອງເຈີລິສຂອງສະຫະລັດອາເມຣິກາ ແລະ ເສັ້ນທາງສູ່ນະຄອນຫລວງໂຣມ ປະເທດອີຕາລີ ທີ່ມີຕົ້ນທຶນໃນການໃຫ້ບໍລິການສູງເຖິງລະ 100​ ລ້ານບາດ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...