Homeຂ່າວພາຍ​ໃນລາຄານ້ຳມັນລົງຮອບ 2 ຂອງເດືອນ

ລາຄານ້ຳມັນລົງຮອບ 2 ຂອງເດືອນ

Published on

-1
ຂປລ. ກະຊວງອຸດສາຫະກໍາ ແລະ ການຄ້າ ປະກາດຢ່າງເປັນທາງການວ່າ: ນັບວັນທີ 24 ກໍລະກົດ 2015 ນີ້ເປັນຕົ້ນໄປ ລາຄານໍ້າມັນຢູ່ຕາມປໍ້ານໍ້າມັນ ແລະ ຫົວໜ່ວຍທຸລະກິດຕ່າງໆ ຕ້ອງປັບລາຄາມັນລົງຕື່ມອີກໃນທົ່ວເທດ ພາຍຫລັງສະພາບລາຄາຊື້-ຂາຍ ນໍ້າມັນເຊື້ອໄຟໃນຕະຫລາດໂລກ ມີການປ່ຽນແປງຫລຸດລົງຢ່າງຕໍ່ເນື່ອງ, ພ້ອມທັງຮັບປະກັນໃຫ້ສອດຄ່ອງກັບກົນໄກການຕະຫລາດ.
ການປັບລາຄານໍ້າມັນຫລຸດລົງຄັ້ງນີ້ ແມ່ນເປັນຄັ້ງທີ 2 ໃນຮອບເດືອນນີ້ ສະເພາະນະຄອນຫລວງວຽງຈັນ ນ້ຳມັນແອັດຊັງພິເສດລາຄາເດີມ 9.500 ກີບ/ລິດ ມາເປັນ 9.430 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ລາຄາເດີມ 8.300 ກີບ/ລິດ ມາເປັນ 8.240 ກີບ/ລິດ, ນ້ຳມັນກາຊວນລາຄາເດີມ 7.070 ກີບ/ລິດ ມາເປັນ 6.930 ກີບ/ລິດ; ແຂວງຄຳມ່ວນ ນ້ຳມັນແອັດຊັງພິເສດລາຄາເດີມ 9.530 ກີບ/ລິດ ມາເປັນ 9.460 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ລາຄາເດີມ 8.330 ກີບ/ລິດ ມາເປັນ 8.270 ກີບ/ລິດ, ນ້ຳມັນກາຊວນລາຄາເດີມ 7.090 ກີບ/ລິດ ເປັນ 6.950 ກີບ/ລິດ; ແຂວງສະຫວັນນະເຂດ ນ້ຳມັນແອັດຊັງພິເສດ ລາຄາເດີມ 9.540 ກີບ/ລິດ ມາເປັນ 9.470 ກີບ/ລິດ, ນ້ຳ ມັນແອັດຊັງທຳມະດາລາຄາເດີມ 8.330 ກີບ/ລິດ ມາເປັນ 8.270 ກີບ/ ລິດ, ນ້ຳມັນກາຊວນລາຄາເດີມ7.090 ກີບ/ລິດ ມາເປັນ 6.950 ກີບ/ ລິດ; ແຂວງຈຳປາສັກ ນ້ຳມັນແອັດຊັງພິເສດ ລາຄາເດີມ 9.560 ມາເປັນ 9.490, ນ້ຳມັນແອັດຊັງທຳມະດາ ລາຄາເດີມ 8.350 ມາເປັນ 8.290, ນ້ຳມັນກາຊວນ ລາຄາເດີມ 7.120 ກີບ/ລິດມາເປັນ 6.980 ກີບ/ລິດ; ແຂວງບໍ່ແກ້ວ ນ້ຳມັນແອັດຊັງພິເສດລາຄາເດີມ 9.620 ກີບ/ລິດມາເປັນ 9.550 ກີບ/ລິດ, ນ້ຳມັນແອັດຊັງທໍາມະດາລາຄາເດີມ 8.400 ກີບ/ ລິດມາເປັນ 8.340 ກີບ/ ລິດ, ນ້ຳມັນກາຊວນ ລາຄາເດີມ 7.170 ກີບ/ ລິດ ມາເປັນ 7.030 ກີບ/ ລິດ ແລະ ແຂວງອື່ນໆ.

ເນື້ອໃນຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...