spot_img
Homeຂ່າວພາຍ​ໃນພະຍາດໄຂ້ຍຸງເພີ່ມຂຶ້ນເປັນ 604 ກໍລະນີ

ພະຍາດໄຂ້ຍຸງເພີ່ມຂຶ້ນເປັນ 604 ກໍລະນີ

Published on

ພະຍາດໄຂ້ຍຸງເພີ່ມຂຶ້ນເປັນ 604 ກໍລະນີ

ສະພາບ​ພະຍາດ​ໄຂ້ເລືອດອອກ ຍັງ​ສືບຕໍ່​ລະບາດ​ເພີ່ມ​ຂຶ້ນ​ໃນ​ອາທິດ​ທີ 29 ຂອງ​ປີ 2013 ເຖິງ​ວັນ​ທີ 25 ກໍລະກົດ 2013 ໄດ້​ເພີ່ມ​ເປັນ 604 ກໍລະນີ ລື່ນ​ຈາກ​ອາທິດ​ທີ 28 ຈຳນວນ 77 ກໍລະນີ ລວມ​ແລ້ວແຕ່​ອາທິດ​ທີ 1-29 ຂອງ​ປີ 2013 ມີ​ຈຳນວນ 4.631 ກໍລະນີ ເສຍ​ຊີວິດ 17 ຄົນ ຕົວ​ເລກ​ດັ່ງກ່າວ​ແມ່ນ​ຕົວ​ເລກ​ທີ່​ຄົນ​ເຈັບ​ໄດ້​ເຂົ້າ​ມາ​ນອນ​ໂຮງໝໍ ແຕ່​ຖ້າ​ບວກ​ໃສ່​ກັບ​ຄົນ​ເຈັບ​ມາ​ກວດ​ເຂດ​ນອກ​ສຸກ​ເສີນ​ຕ່າງໆ​ແມ່ນ​ມີ​ຢູ່ 7 ພັນ​ກວ່າ​ເທື່ອ​ຄົນ ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ທ່ານ ​ດຣ. ພອນ​ປະເສີດ ອຸ​ນາ​ພົມ ຮອງ​ຫົວໜ້າ​ພະ​ແນກ​ສາທາລະນະ​ສຸກ​ນະຄອນຫຼວງ​ວຽງ​ຈັນ ໄດ້​ໃຫ້​ຮູ້​ຕື່ມ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ພະຍາດ​ໄຂ້ເລືອດອອກ​ໃນ​ວັນ​ທີ 26 ກໍລະກົດ 2013 ນີ້​ວ່າ: ຕໍ່​ກັບ​ສະພາບ​ການ​ດັ່ງກ່າວ ທາງ​ພະ​ແນກ​ສາທາລະນະ​ສຸກ ກໍ​ໄດ້​ເຮັດ​ທຸກ​ວິທີ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ພະຍາດ​ໄຂ້ຍຸງ​ລາຍ (ໄຂ້ເລືອດອອກ) ດ້ວຍ​ການ​ໂຄສະນາ​ໃຫ້​ຄວາມ​ຮູ້​ຕ່າງໆ ໃນ​ການ​ປ້ອງ​ກັນ ແລະ ທຳລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ໃຫ້​ກັບ​ປະຊາຊົນ​ທຸກ​ຄົວ​ເຮືອນ ດ້ວຍ​ວິທີ​ການ 5ປ ແລະ ໄດ້​ສົ່ງ​ນັກ​ສຶກ​ສາ​ຮ່ວມ​ກັບ​ບ້ານ ລົງ​ທຳລາຍ​ພາ​ສະ​ນະ​ຕ່າງໆ​ທີ່​ເປັນ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ ແລະ ອະນາໄມ​ຢູ່​ບັນດາ​ເມືອງ​ຕ່າງໆ​ໃນ​ນະຄອນຫຼວງ​ວຽງ​ຈັນ.

ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ໂຄສະນາ​ຕ້ານ​ພະຍາດ​ໄຂ້ເລືອດອອກ​ ໃຫ້​ໄດ້​ຮັບ​ຜົນ​ກວ່າ​ເກົ່າ ທາງ​ພະ​ແນກ​ສາທາລະນະ​ສຸກ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຮ່ວມ​ກັບ​ສູນ​ສຸ​ຂະ​ສຶກ​ສາ ກະຊວງ​ສາທາລະນະ​ສຸກ ແລະ ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກັນ ໃນ​ການ​ພັດທະນາ​ສື່​ເພື່ອ​ຈະ​ສ້າງ​ສື່​ທາງ​ວິທະຍຸ ໂທລະພາບ ໃຫ້​ປະຊາຊົນ​ຊຸມ​ຊົນ​ໃນ​ແຕ່​ລະ​ຄອບຄົວ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ ເພື່ອ​ໃຫ້​ເຂົາເຈົ້າ​ມີ​ການ​ປ່ຽນແປງ​ພຶດຕິ​ກຳ​ໃນ​ການ​ທຳລາຍ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ​ນີ້ ເນື່ອງ​ຈາ​ກວ່າ​ສະພາບ​ໃນ​ປັດຈຸບັນ ສະພາບ​ກໍລະນີ​ໄຂ້ເລືອດອອກ​ຍັງ​ຢູ່​ໃນ​ລັກສະນະ​ຊົງ​ຕົວ​ຍັງ​ບໍ່​ທັນ​ຫຼຸດ​ລົງ​ເທື່ອ ແຕ່​ປະລິມານ​ນ້ຳ​ຝົນ​ແມ່ນ​ຍັງ​ເພີ່ມ​ຂຶ້ນ ເພາະສະນັ້ນ​ການ​ຜະລິດ​ສື່​ແມ່ນ​ມີ​ຄວາມ​ຈຳເປັນ ທີ່​ຕ້ອງ​ໄດ້​ອອກ​ສື່​ໂຄສະນາ​ໃຫ້​ປະຊາຊົນ​ໄດ້​ປະຕິບັດ​ຕາມ ແລະ ມີ​ການ​ປ່ຽນແປງ​ພຶດຕິ​ກຳ ເພື່ອ​ເຮັດ​ໃຫ້​ພະຍາດ​ໄຂ້ເລືອດອອກ​ຫຼຸດ​ລົງ ແລະ ໝົດ​ໄປ​ຖ້າ​ຫາກ​ທຸກ​ພາກສ່ວນ ແລະ ທຸກ​ຄົວ​ເຮືອນ​ໄດ້​ພ້ອມ​ກັນ​ເຮັດ​ຢ່າງ​ຈິງ​ຈັງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...