spot_img
Homeຂ່າວທ້ອງຖິ່ນເຂື່ອນນ້ຳເທີນ 2 ຢຸດປ່ອຍນ້ຳຜະລິດໄຟຟ້າ! ຫວັງຫລຸດລະດັບນໍ້າເຊບັ້ງໄຟ ສູງຂຶ້ນເຖິງຂີດອັນຕະລາຍ!

ເຂື່ອນນ້ຳເທີນ 2 ຢຸດປ່ອຍນ້ຳຜະລິດໄຟຟ້າ! ຫວັງຫລຸດລະດັບນໍ້າເຊບັ້ງໄຟ ສູງຂຶ້ນເຖິງຂີດອັນຕະລາຍ!

Published on

IMG_7499 1

ຂປ​ລ. ເຂື່ອນໄຟຟ້ານ້ຳເທີນ 2 ໄດ້ຢຸດການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນ້ຳໃນເຂດລຸ່ມ ເຮືອນຈັກມີປະລິມານສູງຂຶ້ນຫລາຍ ເຊິ່ງເປັນຜົນມາຈາກຝົນຕົກ ຕິດຕໍ່ກັນຫລາຍວັນ ເຮັດໃຫ້ປະລິມານນໍ້າ ເຊບັ້ງໄຟລົ້ນ ຕາຝັ່ງ ແລະ ໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດ ຂອງປະຊາຊົນໃນຕອນລຸ່່ມ.

ທ່ານ ດຣ ດູລິດ ພົມມະຈັນ ຜູ້ຈັດການຝ່າຍຄຸ້ມຄອງ ການຜະລິດໂຄງການໄຟຟ້ານ້ຳເທີນ 2 ລາຍງານຕໍ່ກອງປະຊຸມເຜີຍແຜ່ການ ຢຸດການປ່ອຍນ້ຳຜ່ານເຮືອນຈັກລົງສູ່ຄອງ ສົ່ງນ້ຳເຂດລຸ່ມເຮືອນຈັກໃນວັນທີ 22 ເດືອນກໍລະກົດນີ້ຢູ່ສູນປະຊາສຳພັນ ໂຄງການດັ່ງກ່າວເມືອງຍົມມະລາດ ແຂວງຄຳມ່ວນເພື່ອແຈ້ງ ໃຫ້ຫ້ອງວ່າການປົກຄອງເມືອງ, ຫ້ອງການທີ່ກ່ຽວຂ້ອງ, ນາຍບ້ານເຂດລຸ່ມເຮືອນ ຈັກທີ່ຂຶ້ນກັບເມືອງຍົມມະລາດ, ມະຫາໄຊ, ເຊບັ້ງໄຟ ແລະ ເມືອງໄຊບູລີແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຮັບ ຊາບວ່າ: ນ້ຳຖ້ວມມີລັກສະນະເກີດຂຶ້ນຕາມລ່ອງແມ່ນ້ຳ ເຊບັ້ງໄຟເກືອບທຸກປີເມື່ອລະດັບນ້ຳເຊບັ້ງໄຟເພີ່ມຂຶ້ນ ໃກ້ລະດັບລົ້ນຕາ ຝັ່ງເຂື່ອນໄຟຟ້ານ້ຳເທີນ 2 ຈະຢຸດການຜະລິດ ຂອງເຄື່ອງຈັກໃຫຍ່ (ເປັນຈັກຜະ ລິດໄຟຟ້າເພື່ອສົ່ງອອກ) ເຊິ່ງການຢຸດການປ່ອຍນ້ຳລົງຄອງ ເໝືອງສົ່ງນ້ຳທີ່ໄຫລລົງສູ່ແມ່ນ້ຳເຊບັ້ງໄຟ ນີ້ເພື່ອຫລີກເວັ້ນ ບໍ່ໃຫ້ນ້ຳຈາກທຳມະຊາດ ເພີ່ມຄວາມຮຸນແຮງຂຶ້ນຕື່ມອີກ ແລະ ຂໍ້ກຳນົດການຢຸດປ່ອຍນ້ຳນີ້ ໄດ້ລະບຸໄວ້ໃນສັນຍາຂອງໂຄງການ ລະຫວ່າງລັດຖະບານລາວກັບບໍລິສັດໄຟຟ້ານ້ຳເທີນ 2 ຄືຖ້ານ້ຳເພີ່ມຂຶ້ນໃນລະດັບ 14,40 ແມັດເຊິ່ງເປັນລະດັບທີ່ໃກ້ ຈະອັນຕະລາຍ,ໂຄງການຈະໄດ້ຫລຸດຜ່ອນການ ປ່ອຍນ້ຳລົງ ແລະ ຈະຢຸດການປ່ອຍນ້ຳບໍ່ ໄຫລລົງລຸ່ມເຮືອນຈັກເມື່ອລະດັບນ້ຳເຊບັ້ງໄຟ ເພີ່ມຂຶ້ນລະດັບ 14,90 ແມັດສາມາດແທກໄດ້ຈາກຫລາວັດ ແທກລະດັບນ້ຳຂອງໂຄງການ.

ທ່ານ ດຣ ດູລິດ ກ່າວຕື່ມວ່າ: ການຢຸດປ່ອຍນ້ຳຂອງໂຄງການນີ້ເລີ່ມ ແຕ່ວັນທີ 21 ເດືອນກໍລະກົດ ແລະ ຈະແກ່ຍາວ ເວລາໄປຕື່ມອີກ 3-4 ວັນຕາມລະດັບນ້ຳຕົວຈິງ ວ່າຈະເພີ່ມຂຶ້ນ ຫລື ຫລຸດລົງ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...