Homeຂ່າວພາຍ​ໃນຜົນລາຍງານລ່າສຸດຊີ້ ເດັກນ້ອຍທຸກຍາກໃນອາເມຣິກາ ເພີ່ມຂຶ້ນສູງກວມ 22%!

ຜົນລາຍງານລ່າສຸດຊີ້ ເດັກນ້ອຍທຸກຍາກໃນອາເມຣິກາ ເພີ່ມຂຶ້ນສູງກວມ 22%!

Published on

558000008612502

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກໍລະກົດນີ້ວ່າ ມູນນິທິແອນນີ ອີ ເຄນີ ຟາວເດຊັນ ຂອງສະຫະລັດອາເມຣິກາ ໄດ້ເຜີຍແຜ່ບົດລາຍງານ “2015 Kids Count ” ຂອງຕົນວ່າ ນັບຕັ້ງແຕ່ປີ 2008 ເຊິ່ງເປັນປີທີ່ ບາຣັກ ໂອບາມາ ຊະນະການເລືອກຕັ້ງປະທານາທິບໍດີສະຫະລັດນັ້ນ ຈຳນວນເດັກນ້ອຍທີ່ທຸກຍາກທົ່ວປະເທດ ແມ່ນກວມອັດຕາສ່ວນປະມານ 18%, ຢ່າງໃດກໍຕາມມາເຖິງປີ 2013 ພົບວ່າ ຈຳນວນເດັກນ້ອຍທຸກຍາກໃນສະຫະລັດອາເມຣິກາ ໄດ້ເພີ່ມສູງຂຶ້ນເປັນ 22% ຫລື ຄິດເປັນປະຊາກອນຈຳນວນປະມານ 3 ລ້ານຄົນ.

ທັງນີ້ ລາຍງານດັ່ງກ່າວຍັງລະບຸອີກວ່າ ເດັກນ້ອຍຜິວດຳເຊື້ອສາຍອາຟຣິກາ – ອາເມຣິກາ ແມ່ນເປັນກຸ່ມທີ່ປະເຊ່ນກັບຄວາມທຸກຍາກຫລາຍທີ່ສຸດເຖິງ 39% ແລະ ສາເຫດຫລັກຂອງຄວາມທຸກຍາກໃນເດັກນ້ອຍຊາວອາເມຣິການີ້ ແມ່ນເກີດມາຈາກການທີ່ພໍ່ – ແມ່ຂອງເດັກເປັນຄົນວ່າງງານ ກວມເອົາອັດຕາສ່ວນເຖິງ 98% ອັນເນື່ອງມາຈາກສະພາວະເສດຖະກິດຂອງສະຫະລັດທີ່ຖົດຖອຍ.

558000008612504

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...