Homeຂ່າວຕ່າງປະເທດລັດຖະບານໄທ ຂຶ້ນເງິນເດືອນພະນັກງານມະຫາໄລ 4% ຍ້ອນຫລັງ 1 ທັນວາ 2014 ເປັນຕົ້ນມາ!

ລັດຖະບານໄທ ຂຶ້ນເງິນເດືອນພະນັກງານມະຫາໄລ 4% ຍ້ອນຫລັງ 1 ທັນວາ 2014 ເປັນຕົ້ນມາ!

Published on

2207m2_1

ສຳນັກຂ່າວມະຕິຊົນອອນລາຍຂອງໄທ ລາຍງານວ່າ ໃນວັນທີ 21 ກໍລະກົດຜ່ານມານີ້ ຄະນະລັດຖະມົນຕີຂອງໄທ ໄດ້ມີມະຕິຂຶ້ນເງິນເດືອນ 4% ໃຫ້ແກ່ພະນັກງານມະຫາວິທະຍາໄລ ທີ່ຮັບເງິນຄ່າຈ້າງຈາກງົບປະມານຂອງລັດ (ພະນັກງານສັນຍາຈ້າງ) ໂດຍມີຜົນບັງຄັບໃຊ້ຍ້ອນຫລັງ ນັບຕັ້ງແຕ່ວັນທີ 1 ທັນວາ 2014 ເປັນຕົ້ນມາ ເຮັດໃຫ້ມີພະນັກງານສັນຍາຈ້າງຂອງມະຫາວິທະຍາໄລ ຈະໄດ້ຮັບຜົນປະໂຫຍດຈາກການປັບຂຶ້ນເງິນເດືອນຄັ້ງນີ້ ຈຳນວນ 68,707 ຄົນ.

ດ້ານທ່ານ ຮສ. ດຣ. ວິຣະໄຊ ພຸດທະວົງ ຈາກມະຫາວິທະຍາໄລກະເສດສາດໄດ້ກ່າວວ່າ ການຈັດສັນງົບປະມານເພີ່ມເງິນເດືອນໃຫ້ແກ່ພະນັກງານສັນຍາຈ້າງຄັ້ງນີ້ ຜູ້ບໍລິຫານຂອງມະຫາວິທະຍາໄລເອງ ແມ່ນຫ້າມຫັກເງິນສ່ວນທີ່ເພີ່ມຂຶ້ນດັ່ງກ່າວນີ້ອີກ ແລະ ຂໍໃຫ້ເບີກຈ່າຍໂດຍໄວ ເນື່ອງຈາກເງິນບ້ວງດັ່ງກ່າວນີ້ ຈະໂອນມາໃຫ້ມະຫາວິທະຍາໄລຕ່າງໆໃນໝວດເງິນອຸດໜູນ ເຊິ່ງເປັນຊ່ອງວ່າງໃຫ້ມີການທຸຈະຣິດໄດ້ງ່າຍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...