Homeຂ່າວພາຍ​ໃນຜູ້ແທນໄຊສົມບູນຊີ້ ຊາວສວນມັນຕົ້ນຮຽກຮ້ອງລັດຊ່ວຍແກ້ໄຂ ບັນຫາໜີ້ສິນບໍລິສັດອິນໂດໄຊນາ!

ຜູ້ແທນໄຊສົມບູນຊີ້ ຊາວສວນມັນຕົ້ນຮຽກຮ້ອງລັດຊ່ວຍແກ້ໄຂ ບັນຫາໜີ້ສິນບໍລິສັດອິນໂດໄຊນາ!

Published on

Untitled-1 22.07.2

ຂປລ. ຊາວ​ສວນ​ມັນຕົ້ນ​ແຂວງ​ໄຊສົມບູນ​ ຮຽກຮ້ອງ​ໃຫ້​ພັກ-ລັດ​ ກໍ​ຄື​ສະພາ​ແຫ່ງ​ຊາດ​ຊ່ວຍ​ພິຈາລະນາ ​ແລະ ​ແກ້​ໄຂ​ບັນຫາ​ໜີ້ສິນ​ທີ່​ບໍລິສັດລາວ-ອິນ​ໂດ​ໄຊ​ນາ​ ກຣຸບມະຫາຊົນ ຕິດໜີ້ຄ່າ​ມັນຕົ້ນຂອງປະຊາຊົນ​ປະມານ 5 ຕື້ກີບ, ​ເນື່ອງ​ຈາກຫລາຍ​ຄອບຄົວ​ ໄດ້​ກູ້​ຢືນ​ເງິນ​ມາ​ທຳ​ການ​ຜະ​ລິດ​​ມັນຕົ້ນ ​​ແລະ ຈຳ​ເປັນ​ຕ້ອງ​ໄດ້​ຈ່າຍ​ຄືນ​ໃຫ້​ທະນາຄານ ອີກ​ດ້ານ​ໜຶ່ງ ກໍ​ເພື່ອແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ​. ​

ທ່ານ ຈັນ​ຖະໜອມ ວົງ​ສົມ​ຈິດ ປະທານ ​ຄະນະ ສສຊ ​ເຂດ​ເລືອກ​ຕັ້ງທີ 18 ​ແຂວງ​ໄຊ​ສົມບູນ​ໄດ້​ໃຫ້​ສຳພາດ​ໃນໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ວ່າ: ຜ່າ​ນການ​ລົງ​ພົບ​ປະ​ເຜີຍ​ແຜ່​ຜົນສຳ​ເລັດ​ຂອງກອງ​ປະຊຸມ​ຄັ້ງທີ່ຜ່າ​ນມາ, ປະຊາຊົນ​ເຂດ​ເລືອກຕັ້ງຕົນ​ກໍ​ໄດ້​ສະ​ເໜີຕໍ່​ຄະນະ​ສະມາຊິກ​ສະພາ​ແຫ່ງ ຊາດ​ຫລາຍ​ບັນຫາ ​ໂດຍສ​ະ​ເພາະ​ແມ່ນບັນຫາ​ພື້ນຖານ​ໂຄງ​ລ່າງຖະ ໜົນຫົນທາງ, ​ໄຟຟ້າ, ການ​ແກ້​ໄຂ​ຄວາມທຸກ​ຍາກ, ​ການ​ເຂົ້າ​ເຖິງ​ແຫ​ລ່ງທຶນ​​ທະນາຄານ ​ແລະ ບັນຫາ​ຕົ້ນຕໍ​​ແມ່ນ​ ໜີ້ສິນ​ທີ່​ບໍລິສັດລາວ-ອິນ​ໂດ​ໄຊ​ນາ​ ຕິດໜີ້ປະ​ຊາ​ຊົນ​ປະມານ 5 ຕື້ກວ່າ​ກີບ ​​ໃຫ້​ທາງ​ສະພາ​ແຫ່ງ​ຊາດ​ກໍ​ຄື​ທາງລັດຖະບານ​ພິຈາລະນາ​ແກ້​ໄຂ​ຊ່ວຍ​ປະຊາຊົນ. ຕໍ່​ກັບ​ຄຳ​ສະ​ເໜີນີ້ ​ຄະນະ​ສະມາຊິກ​ສະພາ​ເຂດ​ຕົນ​ ກໍ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​​ໂດຍ​ຮ່າງໜັງສື​ສ​ະ​ເໜີ​ເຖິງ​ສະພາ​ແຫ່ງ​ຊາດກໍ​ຄື​ ລັດຖະບານ ​ເພື່ອ​ຊອກ​ທິດ​ທາງ​ແກ້​ໄຂໜີ້ສິນ​ດັ່ງກ່າວ​​.

ທ່ານ ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ​ປັດຈຸບັນ​ ປະຊາຊົນ​ຈຳນວນໜຶ່ງຍັງ​ສືບ​ຕໍ່​ປູກ​ມັນຕົ້ນ ​​ໂດຍ​ອີງ​ຕາມ​ເງື່ອນ​ໄຂ​ສະດວກ, ນອກຈາກ​ໂຮງງານ​ແປ້ງ​ມັນຕົ້ນລາວ-ອິນ​ໂດ​ໄຊ​ນາ​ແລ້ວ ກໍ​ຍັງ​ມີ​​ໂຮງງານ​ຜະລິ​ດແປ້ງ​ມັນຕົ້ນຢູ່ ​ແຂວງ​ບໍລິ​ຄຳ​ໄຊ​​ ​ແລະ ມີ ​ບໍລິສັດ​ຈາກ​ຫວຽດນາມ​ ກໍ​ຮັບ​ຊື້​ມັນຕົ້ນ​ແຫ້ງ​ຈາກ​ປະຊາຊົນ ​ເຊິ່ງ​ເປັນ​ເງື່ອນ​ໄຂ​ອັນໜຶ່ງທີ່​​ເຮັດໃຫ້​ເຂົາ​ເຈົ້າໄດ້​ທຳ​ການ​ຜະລິດ​ ມັນຕົ້ນຂາຍ​ເປັນ​ສິນຄ້​າ​ ສຸມ​ໃສ່​ສ້າງ​ລາຍ​ຮັບ​ເຂົ້າຄອບຄົວ​ກໍຄືແກ້​ໄຂ​ຄວາມທຸກຍາກ​ຂອງ​ປະຊາຊົນໃຫ້​ ນັບ​ມື້ຫລຸດ​ລົງ​ເທື່ອ​ລະ​ກ້າວ​ເຊິ່ງ​ເມືອງ​ທີ່​ປູກ​ຫລາຍ​ກວ່າໝູ່​ແມ່ນ​ເມືອ​ງລ້ອງ​ຊານ ​ແລະ ​ເມືອງ​ຮົ່ມ, ມີ​ເນື້ອທີ່​ປະມານ 1 ພັນ​ກວ່າ​ເຮັກຕາ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...