spot_img
Homeຂ່າວພາຍ​ໃນກະຊວງກະສິກຳວາງມາດຕະການ ຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນ ໃນສົກປີ 2014-2015

ກະຊວງກະສິກຳວາງມາດຕະການ ຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນ ໃນສົກປີ 2014-2015

Published on

agriculture+meeting

ວັນທີ 22-23 ກໍລະກົດນີ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດ ກອງປະຊຸມ ຕີລາການຜະລິດລະດູແລ້ງ ແລະ ແຜນຜະລິດລະດູຝົນ 2015 ຂຶ້ນ, ຢູ່ສະຖານ ບັນຄົ້ນຄວ້າກະສິກຳແຫ່ງຊາດນະຄອນ ຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ວິໄລວັນ ພົມຂົມ ລັດຖະມົນຕີວ່າການກະຊວງດັ່ງກ່າວ, ພ້ອມຫົວພະ ແນກກະສິກຳ ແລະ ປ່າໄມ້ແຂວງ ນະຄອນຫຼວງ, ໃນທົ່ວປະເທດເຂົ້າຮ່ວມຢ່າງ ພ້ອມພຽງ.

ປະທານກ່າວວ່າ: ກອງ​ປະຊຸມ​ຄັ້ງນີ້​ແມ່ນ​ກອງ​ປະຊຸມ​ປຶກສາ​ຫາລື​ທີ່​ມີ​ລັກສະນະ​ວິຊາ​ການ​, ​ເຊິ່ງຈະ​ໄດ້​ສະຫລຸບ​ຕີ​ລາຄາ​ຜົນ​ຂອງ​ການ​ຜະລິດ​ລະດູ​ແລ້ງ​ໃນ​ສົກ​ປີຜ່ານມາ ອັນ​​ໃດ​ເຮັດ​ໄດ້ ​ແລະ ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຍ້ອນ​ສາ​ເຫດ​ອັນ​ໃດ ? ​ໂດຍ​ສະ​ເພາະ​ການຈັດຕັ້ງປະຕິບັດ​ຄາດໝາຍ​ສູ້​ຊົນ​ຜະລິດ​ເຂົ້າ ໃຫ້ບັນລຸ 4,2 ລ້ານ​ໂຕນ ​ໃນ​ສົກ​ປີ 2014-2015. ນອກ​ນັ້ນ ກອງປະຊຸມຍັງຈະໄດ້​ພ້ອມ​ກັນຕີ​ລາຄາ​ຄືນ​ກ່ຽວ​ກັບ​ວຽກ​ງານ​ເຮັດ​ທົດ​ລອງ 3 ສ້າງ ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ປ່າ​ໄມ້ ​ໃນ

​ທ້າຍ​ປີ 2015 ນີ້. ເພື່ອຍົກໃຫ້ເຫັນດ້ານ​ຕັ້ງໜ້າ, ຂໍ້ຄົງຄ້າງ ​ແລະ ​ບົດຮຽນ​ຕ່າງໆ​ຈາກ​​ການຈັດຕັ້ງ ປະຕິບັດ​ແຜນ​ພັດທະນາ​ກະສິກຳ ​ແລະ ປ່າ​ໄມ້ ​ໃນ 6 ​ເດືອນ​ຕົ້ນປີ 2015 ກໍ​ຄື​ສະພາບ​ການ​ຜະລິດ​ເຂົ້ານາ​ແຊງ​ບັນລຸ​ໄດ້​ປະມານ 520.000 ​ໂຕນ ​ເຊິ່ງຄາດໝາຍ​ທີ່​ວາງ​ໄວ້​ແມ່ນ 650.000 ​ໂຕນ ​ເຫັນ​ວ່າ​ຫລຸດ ຄາດໝາຍ 130.000 ​ໂຕນ. ແຕ່ເຖິງແນວໃດ ພວກ​ເຮົາ​ກໍໄດ້​ສຳ​ເລັດ​ວັດຖຸ​ປະສົງ​ໃນ​ລະດັບ​ໜຶ່ງ​ຂອງ​ການ​ປະຕິບັດ​ແຜນງານ​ຄ້ຳປະກັນ​ສະບຽງອາຫານ, ​ ວຽກ​ງານ​ຜະລິດ​ເປັນ​ສິນຄ້າ ​ແລະ ອັນ​ສຳຄັນ​ຮີບ​ດ່ວນ​ແມ່ນ​ຈະ​ຕ້ອງ​ໄດ້​ສືບຕໍ່​ຄົ້ນຄວ້າ​ປັບປຸງ​ດ້ານ​ນະ​ໂຍບາຍ​ໃຫ້​ລະອຽດ​ຊັດ​ເຈນ ເພື່ອສາມາດ​ນຳ​ໄປ​ຈັດຕັ້ງປະຕິບັດມີປະສິດທິຜົນ ​ແລະ ປັບປຸງ​ນິຕິ​ກຳ​ທີ່​ມີ​ຢູ່​ແລ້ວ​ໃຫ້​ແທດ​ເໝາະ​ກັບ​ສະພາບ, ​ເງື່ອນ​ໄຂ, ຈຸດ​ພິ​ເສດ​ຂອງ ສປປ ລາວ ​ເຮົາທັງ​ແທດ​ເໝາະ​ກັບ​ບັນດາ​ສົນທິສັນຍາ​ສາກົນ​ທີ່​ລາວ​ເຮົາ​ໄດ້​ເຂົ້າຮ່ວມ​ເປັນ​ພາຄີ.

ປະທານກ່າວວ່າ: ຈາກ​ຜົນ​ໄດ້​ຮັບ ​ແລະ ສິ່ງ​ທ້າ​ທາຍ​ດັ່ງກ່າວ​ນັ້ນ, ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ຄັ້ງນີ້ ຈຶ່ງ​ມີ​ຄຳຖາມ​ເຈາະ​ຈິ້ມສະ​ເໜີ​ໃຫ້​ບັນດາ​ທ່ານ​ສຸມ​ໃສ່​ບາງ​ວຽກ​ຕົ້ນຕໍ​ດັ່ງນີ້:

  1. ການຈັດຕັ້ງປະຕິບັດ​ການ​ຜະລິດ​ລະດູ​ແລ້ງ​ໄດ້​ຕາມ​ຄາດໝາຍ​ຄື​ແນວ​ໃດ ? ຍ້ອນ​ເຫດຜົນ​ອັນ​ໃດ​ແທ້ ​ແລະ ​ໃນ​ໄລຍະ​ລະດູຝົນ​ນີ້ ​ໄດ້​ມີ​ແຜນການ​ປູກ​ເຂົ້ານາປີ​ຈັກ​ເຮັກຕາ, ​ໃຫ້​ຢັ້ງຢືນ​ຄືນ​ເນື້ອທີ່​ນາປີ​ທີ່​ກົມ​ປູກຝັງ​ສັງ​ລວມມີ​ທັງ​ໝົດ 787.560 ​ເຮັກຕາ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຄວາມ​ອາດ​ສາມາດ​ຫົດ​ນ້ຳຊົນລະປະທານ​ໄດ້​ເທົ່າ​ໃດ ? ຄວາມ​ອາດ​ສາມາດ​ຂະຫຍາຍ​ຕື່ມ​ອີກ​ໄດ້​ເທົ່າ​ໃດ? ການ​ກຳນົດ​ຈຸດ​ສຸມການ​ຜະລິດ​ໃນ​ທົ່ວ​ແຂວງ​ມີ​ເນື້ອທີ່​ເທົ່າ​ໃດ ?.
  2. ການ​ຜະລິດ​ແນວ​ພັນ​ເຂົ້າຜ່ານ​ມາ​ເປັນ​ແນວ​ໃດ ? ພຽງພໍ​ແລ້ວ​ບໍ່ ? ຢູ່​ຈຸດ​ໃດ​ແດ່ການ​ນຳ​ໃຊ້​ເງິນ​ບ້ວງ 50 ຕື້ກີບ ເພື່ອ​ຜະລິດ​ແນວ​ພັນ​ແຕ່​ລະ​ລຸ້ນ​ເປັນ​ຄື​ແນວ​ໃດ ? ​ແລະ ​ເຂດ​ຈຸດ​ສຸມ ​ເພື່ອ​ຍົກ​ສະມັດຖະພາບ​ການ​ຜະລິດ​ເຂົ້າຕິດ​ພັນ​ກັບ​ການ​ປັບປຸງ​ດິນ​ເຮັດ​ຄື​ແນວ​ໃດ ? ການ​ນຳ​ໃຊ້​ເຕັກນິກ​ຈະ​ສຸມ​ໃສ່​ອັນ​ໃດ​? ເປັນຕົ້ນ​ແມ່ນ​ນາຍ​ອດນາຫວ່ານ, ນາ​ດຳ​ຕ່າງໆ.
  3. ບັນດາ​ໂຄງການຊົນລະປະທານ​ທີ່​ໄດ້​ຟື້ນຟູ​ສ້ອມ​ແປງ​ບ້ວງ​ງົບປະມານ 100 ຕື້ກີບ ​ແຕ່ລະ​ແຂວງ​ໄດ້​ປະຕິບັດ​ສຳ​ເລັດ ຫລື ບໍ່ ​ແລະ ປະຊາຊົນ​ຢູ່​ເຂດ​ດັ່ງກ່າວ​ໄດ້​ຄຸ້ມ​ຄອງ, ນຳ​ໃຊ້​ເຮັດ​ການ​ຜະລິດ​ແທ້​ບໍ່ ?.
  4. ຖອດ​ຖອນ​ບົດຮຽນ​ກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກນິກ​ການ​ເຮັດ​ນາ​ຢອດ, ນາຫວ່ານ ​ແລະ ອື່ນໆ ຕິດ​ພັນ​ກັບ​ການຈັດຕັ້ງກຸ່ມ​ຜະລິດລວມທັງ​ກົນ​ໄກ​ການຈັດຕັ້ງຄຸ້ມ​ຄອງ​ສູນ, ສະຖານີ ​ແລະ ໜ່ວຍ​ບໍລິການ​ຢູ່​ພາຍ​ໃນ​ແຂວງ​ຂອງ​ຕົນ​ໄດ້​ມີ​ປະສິດທິ​ຜົນ​ແນວ​ໃດ ​ແລະ ຕໍ່ໜ້າ​ຈະ​ປັບປຸງ​ຄື​ແນວ​ໃດ ?.
  5. ​ໄດ້​ກຳນົດ​ມາດ​ຕະການ​ຕ້ານ​ແລ້ງ-ຕ້ານ​ຖ້ວມ​ສຳລັບ​ການ​ຜະລິດ​ລະດູຝົນ​ນີ້​ແນວ​ໃດ?.
  6. ການ​ນຳ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດນັບ​ທັງ​ການ​ປັບປຸງ​ພື້ນທີ່​ນາ​ໄຮ່​ນ້ອຍ​ໃຫ້​ເປັນ​ນາ​ໄຮ່​ໃຫຍ່​ຕາມ​ເງື່ອນ​ໄຂ, ຈຸດ​ພິ​ເສດ​ຂອງ​ແຕ່ລະ​ເຂດ​ແຄວ້ນ​ໄດ້​ດຳ​ເນີນ​ການ​ຄື​ແນວ​ໃດ ?.
  7. ການ​ກຳນົດ​ມາດ​ຕະການ​ເຝົ້າລະວັງ​ການລະບາດ​ຂອງ​ພະຍາດ​ພືດ, ພະຍາດ​ສັດ​ແຕ່ລະ​ແຂວງ​ໄດ້​ກຳນົດ​ແນວ​ໃດ ?.
  8. ສຳລັບ 10 ​ແຂວງ​ຈຸດ​ສຸມ​ຜະລິດ​ເຂົ້າ​ເພື່ອ​ຄ້ຳປະກັນ​ສະບຽງ​ອາຫານ​ໄດ້​ມີ​ການ​ກະກຽມ​ຄວາມ​ພ້ອມ​ແນວ​ໃດ​ແລ້ວ.
  9. ວຽກ​ງານ​ສົ່ງ​ເສີມ​ການ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ​ແຕ່ລະ​ແຂວງ​ໄດ້​ປູກ​ຢູ່​ເຂດ​ໃດ ? ​ແລະ ທິດ​ທາງ​ມາດ​ຕະການ ​ເພື່ອ​ປົກ​ປັກ​ຮັກສາ​ປ່າ​ໄມ້ ​ເພື່ອ​ຮັກສາ​ຄວາມ​ດຸ່ນຊີວະ​ນາໆ​ພັນ​ຕິດ​ພັນ​ກັບ​ການທ່ອງທ່ຽວ​ຄື​ແນວ​ໃດ ?. ສະນັ້ນ ຈຶ່ງຮຽກຮ້ອງ​ມາ​ຍັງ​ບັນດາ​ທ່ານ​ທຸກ​ຄົນ​ໃຫ້​ຕັ້ງໜ້າ​ປະກອບສ່ວນ​ໃນ​ກອງ​ປະຊຸມ​ຄັ້ງນີ້​ໃຫ້​ໄດ້​ຮັບ​ຜົນ​ດີ ​ແລະ ​ໃຫ້​ໄດ້​ຕາມ​ຈຸດປະສົງ ​ແລະ ລະດັບ​ຄາດໝາຍ​ ຈຶ່ງ​ຂໍ​ໃຫ້​ບັນດາ​ທ່ານ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ແບບ​ສັງ​ລວມ, ​ແຕ່​ມີ​ເນື້ອ​ໃນ​ຊັດ​ເຈນ ມີ​ການ​ວິ​ເຄາະ ວິ​ໄຈ​ບັນຫາ​ຢ່າງ​ມີ​ວິທະຍາສາດ ​ໂດຍ​ໃຫ້​ເນັ້ນ​ໃສ່​ບັນ​ຫາ​ພົ້ນ​ເດັ່ນ, ບັນຫາ​ຄົງ​ຄ້າງ ​ແລະ ທິດ​ທາງ​ແກ້​ໄຂ​ໃນຕໍ່ໜ້າ​ໃຫ້​ປາກົດ​ຜົນ​ເປັນ​ຈິງ ແລະ ອັນ​ສຳຄັນ​ແມ່ນ​ຈະ​ເຮັດ​ແນວ​ໃດ ​ເພື່ອ​ບັນລຸ​ໂຕ​ເລກ​ຄາດໝາຍ​ສູ້​ຊົນ​ການ​ຜະລິດ​ນາປີ​ບໍ່​ໃຫ້​ຫລຸດ 3,35 ລ້ານ​ໂຕນ​, ​ໃຫ້​ແຕ່ລະ​ແຂວງ ນຳພາ​ຊ່ວຍ​ເຫລືອ​ປະຊາຊົນ​ໃຫ້​ຮູ້ຈັກ​ເຮັດ​ການ​ຜະລິດ​ປູກ-ລ້ຽງ​ດ້ວຍ​ເຂົາ​ເຈົ້າ​ເອງ​ຢ່າງ​ແທ້​ຈິງ, ໂດຍ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ ​ແລະ ກຸ່ມ​ບ້ານ ລວມທັງ​ຜູ້​ປະກອບ​ການ ​ເພື່ອ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ຊ່ວຍ​ປະຊາຊົນ​ໃນ​ການ​ຜະລິດ​ຕົວ​ຈິງ ໂດຍ​ສະ​ເພາະ​ການ​ສະໜອງ​ຝຸ່ນ​ປຸ໋ຍຕ່າງໆ​ຕະຫລອດ​ຮອດ​ແນວ​ພັນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....