Homeເກັບຕົກ-ເລື່ອງແປກໂມງປຸກຕິດລໍ້ສຸດກວນ ແລ່ນກວນຈົນຕ້ອງຮີບຟ້າວຕື່ນຈາກບ່ອນ

ໂມງປຸກຕິດລໍ້ສຸດກວນ ແລ່ນກວນຈົນຕ້ອງຮີບຟ້າວຕື່ນຈາກບ່ອນ

Published on

grtsudtu

ຍອມ​ຮັບ​ເລີຍ​ວ່າ​ການ​ຕໍ່ສູ້​ກັບ​ຄວາມ​ຢາກນອນ​ໃນ​ຕອນ​ເຊົ້າ​ມັນ​ຍາກ​​ແທ້ໆ​ຈະບໍ່​ຍອມ​ລຸກ​ອອກຈາກ​ຕຽງ​ງ່າຍໆທາງ​ທີ່​ດີ​ຄວນ​ປ່ອຍ​ໃຫ້ເປັນ​ຫນ້າທີ່​ຂອງ​ໂມງ​ປຸກ​ຕິດ​ລໍ້​ສຸດ​ກວນແກັດ​ເຈັດ​ໂກ້ໆຈາກ NANDA HOME ທີ່​ເຮັດ​ຂຶ້ນ​ມາ​ເພື່ອ​ປັບ​ປ່ຽນ​ພຶດຕິກຳ​ຊ້ຳ​ຊາກ​ຂອງ​ຄົນ​ນອນ​ມັກນອນ​ຕື່ນ​ຍາກໃຫ້​ຕື່ນ​ແບບ​ເຕັມ​ຕາ​ພ້ອມ​ລຸກ​ຂຶ້ນ​ມາ​ກົດ​ປິດ​ສຽງ​ປຸກ​ສະ​ດຸດ​ອາລົມ​ຢາກນອນໃຫ້​ກະ​ຈາຍ
ຄວາມ​ປ່ວນ​ຂອງ​ໂມງ​ໂຕນີ້​ບໍ່​ໄດ້​ຢູ່​ທີ່​ການ​ສົ່ງ​ສຽງ​ດັງ​ໆເປັນ​ສັນຍາ​ນວ່າ”ຕື່ນ​ໄດ້​ແລ້ວ”ເທົ່າ​ນັ້ນ​ແຕ່​ມັນ​ຍັງ​ສາມາດ​ຄວບ​ລໍ້​ທັງ2ຂ້າງ​ເພື່ອ​ແລ່ນ​ໜີ​ເຈົ້າ​ພ້ອມ​ກັບ​ສົ່ງ​ສຽງ​ປຸກ​ຊວນ​ກວນ​ປະສາດຈົນ​ຕ້ອງ​ຕັດ​ສິນ​ໃຈ​ເອົາ​ຊະນະ​ຄວາມຢາກນອນ​ແລ້ວ​ລຸກ​ຂຶ້ນ​ມາ​ແລ່ນໄລ່​ນໍາໄປ​ປິດ​ໃຫ້​ໝົດເລື່ອງເຫັນ​ໂຕນ້ອຍ​ໆໜ້າ​ຮັກ​ແບບ​ນີ້​ກໍ​ທົນ​ແຮງ​ກະທົບ​ສຸດໆເພາະ​ຕົກ​ຈາກ​ບ່ອນສູງ​ເຖິງ 2 ແມັດກໍ່ບໍ່​ເພ​
ນອກ​ຈາກ​ຕົວ​ເຄື່ອງ​ຂະໜາດ 5.25×3.5×3.5 ນິ້ວ ກໍ​ຍັງມີ​ໜ້າ​ຈໍ​ສະແດງ​ຜົນ​ແບບ​ໄຟ​ກະ​ພິບ​ຂະນະ​ປຸກກັບ​ໂໝດ​ການຕັ້ງ​ປຸກ​ທັງ2ແບບທີ່​ໃຫ້​ໂອ​ກາດ​ໄດ້​​ຫລັບ​ຫລາຍ​ສຸດ​ພຽງ 1 ເທື່ອແລະ​ບໍ່​ອະນຸຍາດ​ໃຫ້​ຫລັບ​ເລີຍສ່ວນ​ຖ່ານ​ໄຟ​ສາຍ​ໃຊ້​ແບບAAA 4 ກ້ອນຊຶ່ງ​ຖ້າ​ໃຜ​ສົນ​ໃຈ​ຄົງ​ຕ້ອງ​ຄິດ​ທົບ​ທວນ​ໃຫ້​ດີໆກ່ອນ​ວ່າ​ຈະ​ຍອມ​ໃຫ້​ໂມງ​ປຸກ​ໂຕ​ນີ້​ງັດ​ຮ່າງ​ຂຶ້ນ​ມາ​ຈາກ​ຕຽງ​ກັບ​ສຽງ​ປຸກ​ທີ່​ແລ່ນວົນ​ບໍ່​ສົນ​ໃຈ​ໂລກ​ຫລື​ບໍ່ຖ້າ​ຍອມ​ຮັບ​ໃນ​ເງື່ອນ​ໄຂ​ໄດ້​ກໍ​ໜ້າ​ຈະຊື້​ມາ​ໄວ້ໜ່ວຍລະ​ 39.99 ໂດລາຫລື​ປະ​ມານ 320000 ກີບ

grtsudtu2

 

grtsudtu3 (1)

 

 

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...