Homeລົດຍົນ-ຍານພາຫະນະຈະປັບປຸງລະບົບຂົນສົ່ງ ລົດເມສາທາລະນະ ຢູ່ນະຄອນຫຼວງ

ຈະປັບປຸງລະບົບຂົນສົ່ງ ລົດເມສາທາລະນະ ຢູ່ນະຄອນຫຼວງ

Published on

ຈະປັບປຸງລະບົບຂົນສົ່ງ ລົດເມສາທາລະນະ ຢູ່ນະຄອນຫຼວງ

 

ວັນ​ທີ 29 ເມສາ 2013 ທີ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ກອງ​ປະຊຸມ​ລາຍ​ງານ​ຄວາມ​ຄືບ​ໜ້າ ແລະ ປຶກສາ​ຫາລື​ບາງ​ບັນຫາ​ໂຄງການ​ປັບປຸງ​ການ​ຂົນສົ່ງ​ສາທາລະນະ ໃນ​ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ມີ​ທ່ານ ສຸ​ກັນ ມະຫາລາດ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ສົມ​ມາດ ພົນ​ເສນາ ລັດຖະມົນຕີ​ວ່າການ ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທ່ານ​ທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ ບັນດາ​ຫົວໜ້າ ຮອງ​ຫົວໜ້າ​ກົມ ພະແນກການ ແລະ ວິຊາ​ການ​ກ່ຽວຂ້ອງ​ຈາກ​ນະຄອນຫຼວງ ກະຊວງ ແລະ ໂຄງການ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ທ່ານ ໂຕ​ດະ ໂຕ​ຊິ ໂນ​ຣິ ຫົວໜ້າ​ຄະນະ​ຊ່ຽວຊານ ໂຄງການ​ປັບປຸງ​ລະບົບ​ຂົນສົ່ງ​ລົດເມ​ສາທາລະນະ ໃນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ການຈັດຕັ້ງ​ປະຕິບັດ​ໂຄງການ​ໃນ​ໄລຍະ​ຜ່ານ​ມາ ແລະ ແຜນ​ດຳເນີນ​ໂຄງການ​ໃນຕໍ່ໜ້າ ຈາກ​ນັ້ນ ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ໂຄງການ​ດັ່ງກ່າວ ເພື່ອ​ພ້ອມ​ກັນ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ຄວາມ​ແອ​ອັດ​ຂອງ​ການ​ສັນຈອນ​ຂອງ​ລັດ ແລະ ຄວບ​ຄຸມ​ຫຼຸດຜ່ອນ​ອຸບັດເຫດ​ຢູ່​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ.

ໂຄງການ​ດັ່ງກ່າວ​ເປັນ​ໂຄງການ​ໜຶ່ງ​ທີ່​ລັດຖະບານ ກໍ​ຄື​ນະຄອນຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ໄດ້​ມາ​ທົດ​ລອງ​ຢູ່​ນະຄອນຫຼວງ ໂດຍ​ການ​ປັບປຸງ​ການ​ຂົນສົ່ງ​ສາທາລະນະ ຊຶ່ງ​ຜ່ານ​ມາ​ລັດຖະບານ​ຍີ່ປຸ່ນ​ກໍ​ໄດ້​ໃຫ້ການ​ຊ່ວຍ​ລົດເມ​ຈຳນວນ 42 ຄັນ ເພື່ອ​ຮັບ​ໃຊ້​ການ​ບໍລິການ​ຜູ້ໂດຍສານ ແລະ ຜ່ານ​ການ​ນຳ​ເຂົ້າ​ມາ​ໃຊ້ ກໍ​ເຫັນ​ວ່າ​ມີ​ປະ​ສິດທິ​ຜົນ ຈຳນວນ​ລົດເມ​ກໍ​ເພີ່ມ​ຂຶ້ນ ແລະ ຈຳນວນ​ຜູ້ໂດຍສານ​ທີ່​ໃຊ້​ບໍລິການ​ກໍ​ເພີ່ມ​ຂຶ້ນ​ເກືອບ​ເປັນ 2 ເທົ່າ ໂດຍ​ລວມ​ແລ້ວ​ເຫັນ​ວ່າ​ດີ​ຂຶ້ນ​ທຽບໃສ່​ຜ່ານ​ມາ.

ສຳລັບ​ໂຄງການ​ດັ່ງກ່າວ ຜ່ານ​ມາ​ກໍ​ໄດ້​ມີ​ການ​ສຶກ​ສາ​ຫຼາຍ​ດ້ານ ເພື່ອ​ຊອກ​ຫາ​ຂໍ້​ມູນ​ມາ​ປັບປຸງ​ລະບົບ​ການ​ຂົນສົ່ງ​ລົດ​ສາທາລະນະ​ຢູ່​ນະຄອນຫຼວງ​ເພື່ອ​ໃຫ້​ດີ​ຂຶ້ນ ເປັນຕົ້ນ ເພື່ອ​ເຮັດ​ໃຫ້​ບໍລິສັດ​ລົດເມ​ໃຫ້ການ​ບໍລິການ​ສູງ​ຂຶ້ນ ມີ​ຄວາມ​ທັນ​ສະໄໝ ວ່ອງໄວ ໃຫ້​ຄົນ​ໄປ​ໃຊ້​ລົດເມ​ສາທາລະນະ​ຫຼາຍ​ຂຶ້ນ ແລະ ມີ​ລາຍ​ຮັບ​ຫຼາຍ​ຂຶ້ນ ຊຶ່ງ​ຜ່ານ​ການ​ລົງ​ສຶກ​ສາ​ເປັນຕົ້ນ ຕາ​ໜ່າງ​ເສັ້ນທາງ​ບໍລິຫານ​ການ​ສັນຈອນ​ການ​ຂົນສົ່ງ​ມວນ​ຊົນ ເຫັນ​ວ່າ​ເພີ່ມ​ຂຶ້ນ​ຈາກ 10% ເປັນ 25% ພ້ອມ​ນີ້​ກໍ​ຍັງ​ໄດ້​ຈັດ​ກິດຈະກຳ​ເຜີຍແຜ່​ການ​ນຳ​ໃຊ້​ລົດເມ ການ​ເຝິກອົບຮົມ ແລະ ອື່ນໆ​ໃຫ້​ພະນັກງານ​ວິຊາ​ການ​ກ່ຽວຂ້ອງ ແລະ ຜ່ານ​ການ​ລົງ​ສຶກ​ສາ​ກໍ​ສາມາດ​ພົບ​ເຫັນ​ບາງ​ບັນຫາ​ເປັນ​ບາງ​ເສັ້ນທາງ ບາງ​ເສັ້ນ​ຍັງ​ມີ​ຜູ້​ໃຊ້​ບໍລິການ​ລົດເມ​ປະຈຳ​ທາງ​ມີ​ໜ້ອຍ ສະພາບ​ເສັ້ນທາງ​ການ​ສັນຈອນ​ແອ​ອັດ ແລະ ອື່ນໆ​ຈຳນວນ​ໜຶ່ງ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ລົງ​ສຶກ​ສາ​ຂໍ້​ມູນ​ຕື່ມ​ວ່າ ຍ້ອນ​ສາເຫດ​ອັນ​ໃດ ຈຶ່ງ​ມີ​ຜູ້​ໃຊ້​ບໍລິການ​ລົດ​ໂດຍສານ​ໜ້ອຍ ເພື່ອ​ຈະ​ໄດ້​ເປັນ​ຂໍ້​ມູນ​ໃຫ້​ແກ່​ໂຄງການ​ຕື່ມ.

ນອກຈາກ​ນີ້ ຫົວໜ້າ​ຄະນະ​ຊ່ຽວຊານ​ໂຄງການ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຕື່ມ​ອີ​ກວ່າ: ພວກ​ເຮົາ​ຕ້ອງ​ສ້າງ​ບູ​ລິ​ມະ​ສິດ​ສຳລັບ​ລົດເມ​ດ້ວຍ​ເລນ​ລົດ​ສ່ວນ​ຕົວ ເພື່ອ​ເຮັດ​ໃຫ້​ລົດເມ​ສາມາດ​ແລ່ນ​ໄວ​ຂຶ້ນ ເພື່ອ​ຫຼຸດຜ່ອນ​ຄວາມ​ແອ​ອັດ​ໃນ​ຊົ່ວໂມງ​ຮີບ​ດ່ວນ​ໃນ​ຕອນ​ເຊົ້າ ໂດຍ​ການ​ທົດ​ລອງ​ໃຫ້​ສັງຄົມ​ນຳ​ໃຊ້​ລະບົບ​ລົດເມ​ດ່ວນ​ຢູ່​ສອງ​ເສັ້ນທາງ ແຕ່​ຂົວ​ມິດຕະພາບ​ລາວ-ໄທ ຫາ​ສະຖານີ​ລົດເມ (ຕະຫຼາດ​ເຊົ້າ) ແລະ ແຕ່​ລະ​ສະຖານີ​ລົດເມ​ຫາ​ວິທະຍາ​ເຂດ​ດົງ​ໂດກ ໂດຍ​ກຳນົດ​ຊ່ອງ​ທາງ​ໜຶ່ງ​ໃຫ້​ລົດເມ​ດ່ວນ​ແລ່ນ ນອກ​ນີ້​ແລ້ວ​ກໍ​ຕ້ອງ​ມີ​ການ​ປັບປຸງ​ລັດ​ວິ​ສາ​ຫະ​ກິດ​ລົດເມ​ຄືນໃໝ່ ເພື່ອ​ໃຫ້​ທຸລະ​ກິດ​ມີ​ລາຍ​ຮັບ ແລະ ມີ​ຜົນ​ກຳໄລ ເພື່ອ​ການ​ບໍລິການ​ທີ່​ຍາວ​ນານ ໂດຍ​ການ​ນຳ​ໃຊ້​ເງິນ​ອຸດ​ໜູນ​ຈາກ​ລັດຖະບານ ມາ​ຈັດ​ຊື້​ລົດເມ​ໃໝ່​ເຂົ້າ​ມາ​ແທນ​ລົດເມ​ເກົ່າ ປັບປຸງ​ທາງ​ດ້ານ​ກົດໝາຍ​ຂອງ​ລົດເມ​ໂດຍສານ ແລະ ອື່ນໆ.

ພ້ອມ​ນີ້​ກອງ​ປະຊຸມ​ຍັງ​ໄດ້​ປຶກສາ​ຫາລື​ການ​ປັບປຸງ​ສະຖານີ​ລົດເມ​ໃໝ່ ຊຶ່ງ​ທາງ​ໂຄງການ​ໄດ້​ສະເໜີ​ເອົາ​ຂ້າງ​ຕະຫຼາດ​ເຊົ້າ​ເບື້ອງ​ບ້ານ​ຫັດສະດີ ເປັນ​ສະຖານີ​ລົດເມ​ຊົ່ວຄາວ ແລະ ສຳລັບ​ໂຄງການ​ປັບປຸງ​ສະຖານີ​ລົດ​ໃໝ່​ນີ້ ແມ່ນ​ຈະ​ໃຊ້​ເວລາ​ການ​ກໍ່ສ້າງ​ປະມານ 3 ປີ​ຈຶ່ງ​ຈະ​ສຳເລັດ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...