spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຖ່າຍເບົາລຳບາກສ່ຽງພະຍາດຕ່ອມລູກໝາກ

ຖ່າຍເບົາລຳບາກສ່ຽງພະຍາດຕ່ອມລູກໝາກ

Published on

14371217781437121825l

ບໍ່ແມ່ນ​ພຽງແຕ່​ຜູ້ຍິງ​ເທົ່າ​ນັ້ນ​ທີ່​ຕ້ອງ​ເບິ່ງແຍງ​ໃສ່​ໃຈ​ເລື່ອງ​ການ​ຖ່າຍເບົາແຕ່​ໃນ​ຍຸກ​ສະໄໝ​ນີ້​ແລ້ວ​​ຜູ້​ຊາຍ​ຕ້ອງ​ຫັນ​ມາ​ເບິ່ງແຍງ​ໃສ່​ໃຈ​​ເຊັ່ນ​ກັນໂດຍ​ສະເພາະ​​ຜູ້​ຊາຍ​ທີ່​ມີ​ອາການ​ຖ່າຍເບົາລຳ​ບາກ​ອາດ​ຕົກ​ຢູ່ໃນ​ກຸ່ມ​ສ່ຽງ​ທີ່​ພະຍາດ​ຕ່ອມ​ລູກ​ໝາກໄດ້

ພະຍາດ​ຕ່ອມ​ລູກ​​ໝາກ​​ເກີດ​ຈາກ​ຫລາຍ​ປັດ​ໄຈຢ່າງທໍາອິດ​ເປັນ​ເລື່ອງ​ກ່ຽວກັບ​ອາ​ຍຸຊຶ່ງ​ຜູ້​ຊາຍ​ອາ​ຍຸ​ກາຍ40ປີ​ຂຶ້ນ​ໄປຕ່ອມ​ລູກ​ໝາກ​ຈະ​ຄ່ອຍ​ໆໃຫຍ່​ຂຶ້ນແລະ​ເມື່ອ​ອາ​ຍຸ50ປີ​ຂຶ້ນ​ໄປ ຈະ​ເລີ່ມ​ມີ​ອາການ​ຂອງ​ຕ່ອມ​ລູກ​ໝາກ​ໃຫຍ່ 2. ກໍາມະພັນ 3. ຮໍ​ໂມນ​ເພດ​ຊາຍ ທີ່​ເຮົາ​ເອີ້ນວ່າ Dihydrotestosterone ຊຶ່ງ​ຮໍ​ໂມນ​ນີ້​ຈະ​ມີ​ຜົນ​ຕໍ່​ຕ່ອມ​ລູກ​​ໝາກເປັນ​ອາຫານ​ທີ່​ມາ​ລ້ຽງ​ຕ່ອມ​ລູກ​​ໝາກສົ່ງ​ຜົນ​ໃຫ້​ຕ່ອມ​ລູກ​​ໝາກ​ໃຫຍ່​ຂຶ້ນພໍ​ເມື່ອ​ໃຫຍ່​ຂຶ້ນ​ແລ້ວ​ກໍ​ຈະ​ໄປ​ກົດ​ທໍ່​ຍ່ຽວເຮັດໃຫ້​ມີ​ອາການ​ປວດ​ຍ່ຽວ​ເລື້ອຍໆແລະ​ເຮັດໃຫ້​ຍ່ຽວ​ລຳ​ບາກ

ທັງ​ນີ້​ສັນ​ຍານ​ທີ່​ບອກວ່າເຮົາ​ກຳ​ລັງ​ເປັນ​ພະຍາດ​ນີ້​ຢູ່​ຄືເວລາ​ຍ່ຽວ​​ບໍ່​ແຮງຫລື​ຍ່ຽວ​ຕ້ອງ​ໃຊ້​ແຮງ​ເບັ່ງ​ຫລາຍ​ຂຶ້ນຍ່ຽວ​ແລ້ວ​ບໍ່​ໝົດ​ບາງເທື່ອ​ຍ່ຽວ​ສຳເລັດ​ແລ້ວ​ມີ​ນ້ຳ​ຍ່ຽວ​ຢອດ​​ອອກ​ມາ​ເຮັດໃຫ້​ເປິ​ເປື້ອນ​ໄດ້ອັນ​ນີ້​ເປັນ​ສ່ວນ​ຂອງ​ພາ​ວະ​ອຸດ​ກັ້ນ

ສ່ວນ​ອີກ​ພາ​ວະ​ໜຶ່ງ​ເອີ້ນວ່າ Irritative Symptoms ຫລື​ເອີ້ນວ່າ ພາ​ວະ​ການ​ລະ​ຄາຍ​ເຄືອງໃນ​ສ່ວນ​ນີ້​ພໍ​ຕ່ອມ​ລູກ​​ໝາກ​ທີ່​ໄປ​ອຸດ​ກັ້ນ​ຍ່ຽວ​ເປັນ​ເວລາ​ດົນເຮັດໃຫ້​ກະເພາະ​ຍ່ຽວ​ມີ​ການ​ປັ້ນ​ຫລາຍ​ຂຶ້ນສົ່ງ​ຜົນ​ໃຫ້​ຄົນ​ໄຂ້​ຍ່ຽວ​ເລື້ອຍໆຫລື​ບາງ​ທີ​ມີ​ຍ່ຽວ​ແລ້ວ​ແສບ​ຂັດຫລື​ຍ່ຽວ​ເລື້ອຍ​ໆໃນໄລຍະ​ກາງ​ຄືນຫລື​ບາງ​ຄົນ​ກັ້ນ​ຍ່ຽວ​ບໍ່​ຢູ່ເຊັ່ນ:ເວລາ​ປວດ​ຍ່ຽວ​ຕ້ອງ​ຮີບ​ເຂົ້າ​ຫ້ອງ​ນ້ຳ​ທັນ​ທີເປັນ​ອາການ​ທີ່​ບົ່ງ​ບອກ​ວ່າ​ອາດຈະ​ເປັນ​ຕ່ອມ​ລູກ​​ໝາກ​

ສຳລັບ​ຂັ້ນ​ຕອນ​ການ​ປິ່ນປົວຖ້າ​ຄົນ​ໄຂ້​ຍັງມີ​ອາການ​ທີ່​ບໍ່​ຫລາຍແພດ​ຈະໃຫ້​ຄົນ​ໄຂ້​ປັບ​ປ່ຽນ Life Styleຫລື​ປັບ​ປ່ຽນ​ພຶດຕິກຳ​ຂອງ​ຄົນ​ໄຂ້​ໄດ້ສ່ວນ​ກຸ່ມ​ຄົນ​ໄຂ້​ທີ່​ມີ​ອາການ​ປານ​ກາງ ເຖິງ​ຂັ້ນ​ຮຸນແຮງແພດ​ຈະ​ປິ່ນປົວ​ດ້ວຍ​ການ​ໃຫ້​ຢາ​ອັນ​ດັບ​ທໍາອິດແຕ່​ຖ້າ​ຄົນ​ໄຂ້​ທີ່​ປິ່ນປົວ​ດ້ວຍ​ຢາ​ແລ້ວ​ບໍ່​ຕອບສະຫນອງຄົນ​ໄຂ້​ອາດ​ໄດ້ຮັບ​ການ​ປິ່ນປົວ​ດ້ວຍ​ການ​ຜ່າ​ຕັດຊຶ່ງ​ການ​ຜ່າ​ຕັດ​ຕ່ອມ​ລູກ​​ໝາກ​​ມີ​ນຳກັນ2ວິທີຄື:ວິທີ​ທໍາອິດ​ເປັນ​ວິທີ​ດັ່ງ​ເດີມ​ທີ່​ມີ​ການ​ຜ່າ​ຕັດ​ທາງ​ໜ້າ​ທ້ອງເພື່ອ​ທີ່​ຈະ​ເອົາ​ຊີ້ນຕ່ອມ​ລູກ​ໝາກ​ທີ່​ອຸດ​ກັ້ນ​ທໍ່​ຍ່ຽວ​ອອກເຮັດໃຫ້​ຄົນ​ໄຂ້​ຍ່ຽວ​ໄດ້​ດີ​ຂຶ້ນ 2.ຜ່າ​ຕັດ​ດ້ວຍ​ວິທີ​ສ່ອງ​ກ້ອງຊຶ່ງ​ປະຈຸບັນ​ສ່ວນ​ໃຫຍ່​ຈະ​ໃຊ້​ວິທີ​ທາງ​ສ່ອງ​ກ້ອງ​ຫລາຍກວ່າ ຊຶ່ງ​ໃນ​ກໍລະນີ​ນີ້​ຄົນ​ໄຂ້​ຈະ​ຖືກ​ລັອກ​ຫລັງ​ຫລື​ດົມ​ຢາ​ສະຫລົບເພື່ອ​ທີ່​ຈະ​ສ່ອງ​ກ້ອງ​ເຂົ້າໄປ​ທີ່​ທໍ່​ຍ່ຽວໄປ​ຈົນ​ເຖິງ​ຕ່ອມ​ລູກ​​ໝາກພໍ​ໄປ​ເຖິງ​ຕ່ອມ​ລູກ​​ໝາກ​ແລ້ວ​ແພດ​ຈະ​ໃຊ້​ວິທີ​ການ​ຄວ້ານ​ຫລື​ຈີ້​ດ້ວຍ​ໄຟ​ຟ້າ​ເຮັດໃຫ້​ຊີ້ນຕ່ອມ​ລູກ​​ໝາກ​ທີ່​ອຸດ​ກັ້ນ​ຂອງ​ທໍ່​ຍ່ຽວ​ໂລ່ງ​ຂຶ້ນເຮັດໃຫ້​ຄຸນນະພາບ​ຊີວິດ​ຂອງ​ຄົນ​ໄຂ້​ດີ​ຂຶ້ນ​ກໍ​ຈະ​ຍ່ຽວ​ໄດ້​ດີ​ຂຶ້ນ

ຖ້າ​ພົບ​ອາການ​ຜິດ​ປົກກະຕິ​ເບື້ອງ​ຕົ້ນ​​ຕ້ອງ​ຮີບ​ພົບ​ແພດໝໍ​ເຂົ້າ​ມາ​ກວດ​ປິ່ນປົວ​ກ່ອນ​ໃຫ້​ທັນ​ທີແລະ​ກໍ​ຈະ​ໄດ້​ປິ່ນປົວ​ຕາມ​ວິທີ​ທີ​ເໝາະ​ສົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...