Homeຂ່າວການພັດທະນາຍທຂ ມີແຜນແກ້ໄຂ ສະພາບການສັນຈອນແອອັດໃນຕົວເມືອງ ຢ່າງເປັນລະບົບ

ຍທຂ ມີແຜນແກ້ໄຂ ສະພາບການສັນຈອນແອອັດໃນຕົວເມືອງ ຢ່າງເປັນລະບົບ

Published on

lao+fraffic

ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ປັດຈຸບັນ, ສະພາບການສັນຈອນແອອັດຕິດຂັດໃນ ຕົວເມືອງ, ພວມກາຍ ເປັນບັນຫາຫຍຸ້ງຍາກສັບສົນທີ່ສົ່ງຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດຂອງຄົນ ໃນສັງຄົມເພີ່ມຂຶ້ນນັບມື້, ເຖິງວ່າ ໃນໄລຍະຜ່ານມາ, ພາກສ່ວນກ່ຽວຂ້ອງໄດ້ມີຄວາມພະຍາຍາມຄົ້ນຄວ້າຊອກຫາຫລາຍວິທີແກ້ໄຂ, ແຕ່ປາກົດວ່າເປັນ ການແກ້ໄຂໄດ້ພຽງປາຍເຫດຂອງບັນຫາເທົ່ານັ້ນ.

ຕໍ່ບັນຫາດັ່ງກ່າວ, ທ່ານລັດຖະມົນຕີວ່າການກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ ດຣ ບຸນຈັນ ສີນທະວົງ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ: ສະພາບການສັນຈອນແອອັດໃນປັດຈຸບັນແມ່ນເກີດຈາກຈຳນວນພາຫະນະ ເພີ່ມຂຶ້ນສະເລ່ຍ 15% ຕໍ່ປີ, ມີການຈອດ ລົດແບບຊະຊາຍຫລາຍຕາມແຄມທາງ, ລະບົບການຂົນສົ່ງສາທາລະນະ ຍັງບໍ່ດີ, ການຄຸ້ມຄອງຈະລາຈອນບໍ່ເປັນລະ ບົບຄົບຊຸດ ແລະ ສະຕິເຄົາລົບລະບຽບກົດໝາຍຂອງຜູ້ຂັບຂີ່ຈຳນວນໜຶ່ງຍັງບໍ່ທັນສູງ, ແນວໃດກໍຕາມສຳລັບມາດຕະການແກ້ໄຂສະເພາະໜ້າ ຍັງແມ່ນສືບຕໍ່ຈັດສັນເສັ້ນທາງ ເພື່ອກຳນົດ ທາງຂຶ້ນ-ທາງລອງ-ທາງລ້ຽວຄືນໃໝ່, ປັບປຸງປ້າຍຫ້າມຄືນໃໝ່,ຕິດຕັ້ງລະບົບໄຟອຳນາດໃຫ້ແທດເໝາະກັບການສັນ ຈອນຕົວຈິງ, ຈັດສັນເວລາເຂົ້າໂຮງຮຽນກ່ອນໂມງເຂົ້າວຽກ-ເລິກວຽກ, ເພີ່ມກຳລັງເຈົ້າໜ້າທີ່ເຂົ້າຊ່ວຍລະບາຍລົດ ໃນຊົ່ງໂມງເລັ່ງດ່ວນ, ຊຸກຍູ້ໃຫ້ນັກຮຽນ-ນັກສຶກສາຂີ່ລົດເມສາທາລະນະເພື່ອຫລຸດຜ່ອນການນຳໃຊ້ລົດຈັກລົດໃຫຍ່ໄປໂຮງຮຽນ. ສ່ວນມາດຕະການແກ້ໄຂໄລຍະຍາວກໍແມ່ນການສຸມທຶນຮອນເຂົ້າໃສ່ການກໍ່ສ້າງລະບົບຂົນສົ່ງ, ໂດຍສະເພາະກໍ່ສ້າງເສັ້ນທາງຕ່າງລະດັບໃນຈຸດທີ່ມີການສັນຈອນແອອັດ, ສ້າງສະຖານທີ່ຈອດລົດໃນຕົວເມືອງ ໃຫ້ພຽງພໍ, ຄຸ້ມຄອງການປົກສ້າງໃຫ້ໄປຕາມລະບຽບກົດໝາຍຜັງເມືອງ, ສ້າງສູນຄວບຄຸມການສັນຈອນໃຫ້ມີມາດ ຕະຖານດີ.

ລັດຖະມົນຕີວ່າການກະຊວງໂຍທາ ກ່າວວ່າ: ເພື່ອຮອງຮັບສະພາບການສັນຈອນທີ່ເພີ່ມຂຶ້ນໃນຕົວເມືອງນີ້, ນັບແຕ່ປີ 2005 ເປັນຕົ້ນມາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ມີຄວາມພະຍາມຍາມໃນການຄົ້ນຄວ້າບັນດານິຕິ ກຳ, ມາດຕະການ ແລະ ແຜນດຳເນີນງານຫລາຍໂຄງການເປັນຕົ້ນແມ່ນສ້າງແຜນຍຸດທະສາດການຂົນສົ່ງແບບ ຍືນ ຍົງຕໍ່ສິ່ງແວດລ້ອມ, ໂດຍໄດ້ຮັບການຊ່ວຍເຫລືອຈາກອົງການສະຫະປະຊາຊາດ, ໃນປີ 2008 ອົງການໄຈກາປະເທດຍີປຸ່ນໄດ້ໃຫ້ການຊ່ວຍເຫລືອສ້າງແຜນແມ່ບົດການຂົນສົ່ງສາທາລະນະໃນຕົວເມືອງວຽງຈັນ, ໂດຍໄດ້ຊ່ວຍ ເຫລືອລົດເມຂະໜາດ 45 ບ່ອນນັ່ງຈຳນວນ 42 ຄັນໃຫ້ນະຄອນຫລວງວຽງຈັນໃນປີ 2012.

ນອກຈາກນີ້ລັດຖະບານຍັງໄດ້ຮັບຮອງເອົາໂຄງການແກ້ໄຂການສັນຈອນແອອັດແບບຍືນຍົງຢູ່ນະຄອນຫລວງວຽງຈັນດ້ວຍເງິນກູ້ຈາກທະນາຄານພັດທະນາອາຊີ (ADB) ແລະ ອົງການສາກົນຈຳນວນໜຶ່ງລວມມູນຄ່າ 98 ລ້ານໂດລາສະຫະລັດ, ເຊິ່ງປະກອບມີ: ການຈັດຊື້ລົດເມຄວາມໄວສູງ (BRT) ຈຳນວນ 92 ຄັນ, ກໍ່ສ້າງສະຖານີ ຈອດສອງແຫ່ງໃນຕົວເມືອງ, ປັປປຸງບ່ອນຈອດລົດ, ທາງຍ່າງໃນຕົວເມືອງໃຫ້ຮັບປະກັນຄວາມປອດໄພ, ປັບປຸງລະບົບຄຸ້ມຄອງການຈໍລະຈອນ, ເຊິ່ງຄາດວ່າໂຄງການດັ່ງກ່າວຈະໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2017 ແລະ ຈະສຳເລັດ ໃນທ້າຍປີ 2018 ເຊິ່ງຈະສາມາດແກ້ໄຂສະພາບການສັນຈອນແອອັດໃນຕົວເມືອງໄດ້ໂດຍພື້ນຖານ ຈາກການສ້າງລະ ບົບຂົນສົ່ງສາທາລະນະທີ່ມີຄວາມສະດວກແທນການນຳໃຊ້ພາຫະນະສ່ວນຕົວເທື່ອລະກ້າວ, ທັງຈະມີບ່ອນຈອດລົດ, ລະບົບທາງຍ່າງທີ່ສະດວກປອດໄພ ແລະ ການປັບປຸງທັດສະນີຍະພາບໃນຕົວເມືອງທີ່ຂຽວສົດງົດງາມນຳດ້ວຍ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...