spot_img
Homeມູມໄອທີລາວກູເກິລ ເປີດໂຕ Google Street View ສາມາດໃຊ້ງານໃນລາວໄດ້ແລ້ວ!

ກູເກິລ ເປີດໂຕ Google Street View ສາມາດໃຊ້ງານໃນລາວໄດ້ແລ້ວ!

Published on

google

ກູເກິລ ( Google ) ບໍລິສັດ ແຖວໜ້າທາງດ້ານເຕັກໂນໂລຊີ ການເຊື່ອມຕໍ່ຂໍ້ມູນ ໃຫ້ສະດວກສະບາຍຂອງໂລກ ໄດ້ປະສົບຄວາມສຳເລັດໃນການຖ່າຍພາບສະ ຖານທີ່, ຖະຫນົນຫົນທາງ ແລະ ສະຖານທີ່ທ່ອງທ່ຽວສຳຄັນຕ່າງໆຂອງ ສປປ ລາວ ໃນຮູບແບບ 360 ອົງສາ ຫລື ພາໂນຣາມາ ( Panorama ) ຮອບທິດທາງ ໂດຍກ້ອງອອກແບບມາພິເສດເພື່ອໃຫ້ໄດ້ຄຸນນະພາບທີ່ມີຄວາມແຈ້ງສູງ.

ໃນວັນທີ 14 ກໍລະກົດນີ້ ຢູ່ນະຄອນຫລວງວຽງຈັນ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານຮ່ວມ
ກັບບໍລິສັດ Google ໄດ້ຈັດພິທີປະກາດຢ່າງເປັນທາງການໃນການຊົມໃຊ້ Street View ລົງເວັບໄຊແຜ່ນທີ່ Google Maps ໂດຍຖ່າຍພາບຈາກອຸປະກອນເຄື່ອນທີ່ໂດຍຕິດຕັ້ງໄວ້ເທິງລົດຂັບໄປຕາມເສັ້ນທາງຖະຫນົນ ຕ່າງໆ, ຕາມສະຖານທີ່ ທ່ອງທ່ຽວທົ່ວປະເທດ ຫລື ໃຊ້ຄົນໃນບ່ອນທີ່ ເຂົ້າເຖິງໄດ້ຍາກ ໂດຍຮູບແບບ ພາບ 360 ອົງສາ ຫລື ພາບ Panorama ຜ່ານເວັບໄຊ http://maps.google.com .

ໃນຂົງເຂດທີ່ສາມາດນຳໃຊ້ Street View ໄດ້ ທ່ານສາມາດ ເຂົ້າເຖິງໂດຍການດຶງເອົາຮູບຄົນສີສົ້ມທີ່ຢູ່ຊ້າຍ ມືຂອງເຮົາລາກໄປທີ່ ແຜ່ນທີ່ໄປຍັງຖະຫນົນ, ເມືອງທີ່ ຕ້ອງການຕາມເສັ້ນຫມາຍສີຟ້າ ຈາກນັ້ນພາບກໍຈະສະແດງຂຶ້ນມາ ແບບ 360 ອົງສາ ໂດຍການໃຊ້ ເມົ້າຫມູນພາບໄປຮອບໆໄດ້ ຫາກ ຕ້ອງການເລື່ອນໄປຍັງຕຳແຫນ່ງ ອື່ນໃຫ້ລາກຮູບຄົນ ສີສົ້ມຈາກແຜນທີ່ເພື່ອປ່ຽນຕຳແຫນ່ງ.

ທ່ານ ພົນປະສິດ ພິດສະໄຫມ ຫົວຫນ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ, ໂທ ລະຄົມ ແລະ ການສື່ສານ ກ່າວວ່າ : “ ພວກເຮົາຕື່ນເຕັ້ນຫລາຍທີ່ໄດ້ ເຫັນໂຄງການດ່ັງກ່າວໄດ້ກ້າວມາ ເຖິງຈຸດນີ້ ດ້ວຍພາບຕ່າງໆຈາກ ນະຄອນຫລວງ ເຊັ່ນ : ປະຕູໄຊ ຢູ່ໃນ Google Maps ມື້ນີ້ທຸກຄົນ ທົ່ວໂລກມີສິດໃຊ້ Google Maps ແລະ Street View ເພື່ອຊ່ວຍອຳນວຍຄວາມສະດວກໃນການເດີນທາງພາຍ ສປປ ລາວ, ທຸກຄົນຈະ ສາມາດເຂົ້າໄປຢ້ຽມຢາມນະຄອນຫລວງວຽງຈັນຈາກທຸກຫົນແຫ່ງ ຂອງປະເທດຜ່ານທາງອິນເຕີເນັດ. ໂຄງການ Street View ຊ່ວຍ ສ້າງຊື່ສຽງໃຫ້ປະເທດລາວ ແລະ ເປັນການດີທີ່ໂຄງການໄດ້ສຳເລັດຜົນໃນປີນີ້ ຍ້ອນວ່າປະເທດລາວ ຈະເປັນເຈົ້າພາບ ASEAN ໃນປີ 2016 ພວກເຮົາຫວັງວ່າ Google ຈະເກັບພາບອັນສວຍສົດງົດງາມຂອງປະເທດລາວໃນອະນາຄົດ ”.

ສ່ວນທ່ານ ອາເລັກ ລອງ ຫົວ ຫນ້າຕາງຫນ້າປະເທດ, ນະໂຍ ບາຍ ແລະ ການສື່ສານກັບລັດຖະ ບານ Google Asia Pacific ໄດ້ກ່າວວ່າ : “ ພວກເຮົາຫວັງວ່າ Street View Imagery ທີ່ໄດ້ ເປີດໂຕໃນມື້ນີ້ຈະເປັນທາງເລືອກ ໃຫມ່ໃຫ້ຄົນທົ່ວໂລກໄດ້ສຳຜັດກັບ ປະເທດລາວຫລາຍຂຶ້ນ ແລະ ດຶງດູດການທ່ອງທ່ຽວໃນລາວຫລາຍຂຶ້ນ ”.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...