spot_img
Homeຂ່າວຕ່າງປະເທດອັງກິດພົບໄຂ້ຫວັດສັດປີກ H7N7 ທີ່ສາມາດຕິດຕໍ່ໃສ່ຄົນໄດ້ ຢູ່ຟາມແຫ່ງໜຶ່ງທາງພາກຕາເວັນຕົກ!

ອັງກິດພົບໄຂ້ຫວັດສັດປີກ H7N7 ທີ່ສາມາດຕິດຕໍ່ໃສ່ຄົນໄດ້ ຢູ່ຟາມແຫ່ງໜຶ່ງທາງພາກຕາເວັນຕົກ!

Published on

558000008224001

ສຳນັກຂ່າວຕ່າງປະເທດລາຍງານວ່າ ກະຊວງສາທາລະນະສຸກຂອງອັງກິດ ໄດ້ອອກມາຢືນຢັນໃນມື້ວັນຈັນທີ 13 ກໍລະກົດຜ່ານມາ ພົບການແຜ່ລະບາດຂອງເຊື້ອໄວຣັດໄຂ້ຫວັດສັດປີກ ສາຍພັນ H7N7 ໃນຟາມລ້ຽງສັດຢູ່ເຂດແລງຄາເຊຍ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ໂດຍສາຍພັນດັ່ງກ່າວນີ້ ສາມາດຕິດຕໍ່ມາສູ່ມະນຸດໄດ້ ເຮັດໃຫ້ທາງການໄດ້ສັ່ງຂ້າໄກ່ແລ້ວຈຳນວນ 170,000 ໂຕໃນຟາມດັ່ງກ່າວ.

ທັງນີ້ ໃນທະວີບເອີຣົບ ແມ່ນເຄີຍມີການແຜ່ລະບາດຂອງພະຍາດສາຍພັນດັ່ງກ່າວນີ້ແລ້ວ ເມື່ອປີ 2003​ ຜ່ານມາ ທີ່ປະເທດໂຮນລັງ ໂດຍໃນເທື່ອນັ້ນພົບການແຜ່ລະບາດຈາກສັດປີກມາສູ່ຄົນຫລາຍກ່ວາ 80 ກໍລະນີ ແລະ ມີຜູ້ເສຍຊີວິດ 1 ຄົນ.

 

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...