Homeຂ່າວພາຍ​ໃນປີນີ້ ລັດຖະບານບໍ່ມີແຜນຂຶ້ນເງິນເດືອນ

ປີນີ້ ລັດຖະບານບໍ່ມີແຜນຂຶ້ນເງິນເດືອນ

Published on

Untitled-1

ໜັງສືພິມເສດຖະກິດ-ການຄ້າ ເຊິ່ງເປັນໜັງສືພິມທາງການ ຂອງກະຊວງອຸດສາຫະກຳແລະການຄ້າ ໄດ້ເຜີຍແຜ່ຂ່າວ ເມື່ອວັນທີ 14 ກໍລະກົດ 2015 ນີ້ ກະຊວງການເງິນຊີ້ ບໍ່ມີແຜນຂຶ້ນເງິນເດືອນພະນັກງານ – ລັດຖະກອນ ໃນສົກງົບປະມານໜ້າ ເນື່ອງຈາກການເກັບເງິນລາຍຮັບຍັງມີຄວາມຫຍຸ້ງຍາກ.

ໃນຕອນເຊົ້າມື້ວານນີ້ (ວັນທີ 13 ກໍລະກົດ 2015) ທີ່ຫໍສະພາແຫ່ງຊາດ ທ່ານ ສີລາ ວຽງແກ້ວ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ໄດ້ອອກມາຕອບຄວາມສົນໃຈ ຜ່ານສາຍດ່ວນ 156 ຂອງສະພາ ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ກ່ຽວກັບບັນຫາດັດຊະນີເງິນເດືອນພະນັກງານ – ລັດຖະກອນໃນສົກງົບປະມານ 2015-2016 ທີ່ຈະມີການເພິ່ມດັດຊະນີເງິນເດືອນຂຶ້ນເປັນ 9,300 ກີບ ຕໍ່ດັດຊະນີ ໃຫ້ແກ່ພະນັກງານລັດຖະກອນນັ້ນ ແມ່ນບໍ່ໄດ້ເອົາເຂົ້າແຜນງົບປະມານໃນປີ 2015-2016 ເນື່ອງຈາກ ຄວາມເປັນຈິງຂອງລາຍຮັບ ເຫັນວ່າມີຄວາມຈຳກັດ. ແລະວ່າ ຖ້າຈະມີການເພິ່ມ ແມ່ນຈະມີການເລິ່ມປະຕິບັດ ໃນສົກປີ 2017-2018.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...