spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ10 ຂໍ້ຄວນຮູ້ສຳຫຼັບຄົນທີ່ໃສ່ຄອນແທັກເລນ

10 ຂໍ້ຄວນຮູ້ສຳຫຼັບຄົນທີ່ໃສ່ຄອນແທັກເລນ

Published on

ການໃສ່ຄອນແທັກເລນ ຍ່ອມມີຄວາມສ່ຽງທັງນັ້ນ ບໍ່ວ່າຈະເປັນເລນຕາໃຫຍ່ຢ່າງບິ໊ກອາຍ ຫຼືເລນໃສ່ຕາ ເລນທຸກຊະນິດເຮັດໃຫ້ເຮົາຕິດເຊື້ອໄດ້ ທັງນັ້ນ ດັ່ງນັ້ນເມື່ອໃສ່ແລ້ວເຮົາຄວນຈະກວດກາເບິ່ງຢູ່ຕະຫຼອດ ທັງສະພາບຄອນແທັກເລນ ອຸປະກອນທີ່ໃຊ້ເຊັ່ນ: ນ້ຳຢາ ກັບ ແລະທີ່ສຳຄັນຄວາມສະອາດຂອງອຸປະກອນ ທີ່ໃຊ້ລວມໄປເຖີງມືຂອງເຮົາອີກດ້ວຍ ແລະຄວນທີ່ຈະຮູ້ຂໍ້ຄວນລະວັງຂອງການ ໃສ່ຄອນແທັກເລນ ເພື່ອສຸຂະພາບດວງຕາທີ່ດີ ຄວນສວມໃສ່ຢ່າງຖືກວິທີ ແລະມາເບິ່ງຂໍ້ຄວນປະຕິບັດໃນການສວມໃສ່ຄອນແທັກເລນທັງ 10 ຂໍ້ ກັນ.

693b7e47ba00146d5102507f7ecc1f30
1. ແຊ່ຄອນແທັກເລນດ້ວນນ້ຳຢາແຊ່ປະໄວ້ 1 ຄືນກ່ອນໃສ່
ຫາກມີນ້ຳຢາລະລາຍຄາບໂປຼຕີນ ກໍ່ສາມາດນຳມາຜະສົມກັບນ້ຳຢາແຊ່ໄດ້ ເພື່ອລ້າງສານກັນບູດອອກໄປ ບໍ່ເຊັ່ນນັ້ນຈະເປັນອັນຕະລາຍກັບດວງຕາຂອງເຮົາ.

2. ລ້າງມືທຸກເທື່ອກ່ອນໃສ່ແລະຖອດຄອນແທັກເລນ
ຄວນລ້າງມືໃຫ້ສະອາດທຸກເທື່ອບໍ່ວ່າຈະຖອດ ຫຼືໃສ່ຄອນແທັກເລນ ຫຼືທຳຄວາມສະອາດເລນ ເພາະເຮົາຈະຕ້ອງໃຊ້ມືສຳຜັດເລນທຸກເທື່ອ.

3. ປ່ຽນນ້ຳຢາແຊ່ຄອນແທັກເລນທຸກມື້
ການໃຊ້ນ້ຳຢາຄອນແທັກເລນຊ້ຳໆສອງສາມມື້ ຕິດກັນ ອາດຈະເຮັດໃຫ້ເຮົາໃດ້ຮັບສິ່ງທີ່ເປັນອັນຕະລາຍ ຕໍ່ດວງຕາເຮົາກັບມາ ການເຮັດແບບນີ້ ບໍ່ພຽງຈະເຮັດໃຫ້ເກີດອັນຕະລາຍ ຈາກການຕິດເຊື້ອເທົ່ານັ້ນ ເພາະຈະເຮັດໃຫ້ເກີດຜົນຮ້າຍຕໍ່ຄອນແທັກເລນ ຂອງເຮົາແລະເຮັດໃຫ້ການແນມເຫັນຜ່ານຄອນແທັກເລນ ຂອງເຮົາພ່າມົວອີກດ້ວຍ ເພາະສະນັ້ນຢ່າລືມປ່ຽນນ້ຳຢາແຊ່ຄອນແທັກເລນ ແລະທຳຄວາມສະອາດຄອນແທັກເລນທຸກໆມື້ ແດ່ເດີ.

4. ຫ້າມໃຊ້ນ້ຳປະປາ ລ້າງຫຼືແຊ່ຄອນແທັກເລນ
ອັນນີ້ສຳຄັນຫຼາຍ ເພາະຄໍລີນໃນນ້ຳປະປາ ອາດຈະເຮັດໃຫ້ເນື້ອຄອນແທັກເລນເສື່ອມສະພາບ ແລ້ວສີກຂາດງ່າຍ ສົ່ງຜົນຮ້າຍຕໍ່ແກ້ວຕາຂອງເຮົາຢ່າງຮຸນແຮງ ຄວນລ້າງແລະແຊ່ຄອນແທັກເລນ ໃນນ້ຳຢາສຳລັບລ້າງແລະແຊ່ຄອນແທັກເລນເທົ່ານັ້ນ.

5. ຫ້າມ! ນອນຫຼັບພ້ອມຄອນແທັກເລນເດັດຂາດ
ເພື່ອອາຍຸການໃຊ້ງານທີ່ແນ່ນອນ ແລະຍືນຍາວສາວໆຕ້ອງທອດຄອນແທັກເລນທຸກໆຄືນ ການໃສ່ຄອນແທັກເລນໃນຕອນນອນຫຼັບ ຍັງບໍ່ດີຕໍ່ດວງຕາຂອງເຮົາອີກດ້ວຍ ເພື່ອໃຫ້ດວງຕາຂອງເຮົາພັກຜ່ອນຢ່າງເຕັມທີ່ ຢ່າລືມຖອດຄອນແທັກເລນກ່ອນນອນເດີ່.

6. ໃສ່ຄອນແທັກເລນກ່ອນແຕ່ງໜ້າ
ຄວນຈະໃສ່ຄອນແທັກເລນໃຫ້ຮຽບຮ້ອຍກ່ອນແຕ່ງໜ້າ ເພື່ອປ້ອງກັນປັນຫາເຄື່ອງສຳອາງລອບດວງຕາເລະ ຫຼືຫຼຸດເຂົ້າໄປທຳລາຍລອບດວງຕາເຮົາໃດ້ ແລະເວລາທີ່ເຮົາຕ້ອງລ້າງເຄື່ອງສຳອາງອອກ ເຮົາຕ້ອງທອດຄອນແທັກເລນອອກກ່ອນ.

7. ບໍ່ຄວນໃສ່ເກີນວັນລະ 8 ຊົ່ວໂມງ
ຖ້າໃສ່ຕິດຕໍ່ກັນເກິນວັນລະ 8 ຊົ່ວໂມງ ກໍ່ຈະເຮັດໃຫ້ດວງຕາເຮົາຂາດອົກຊີເຈນ ຕ້ອງລະວັງກັນໃຫ້ດີເດີເພາະຖ້າດວງຕາຂາດ ອົກຊີເຈນຕິດຕໍ່ກັນດົນຫຼາຍໆ ອາດຈະສົ່ງຜົນເສຍເຖິງຂັ້ນເຮັດໃຫ້ຕາບອດ ໄດ້ເລີຍ.

8.ຕ້ອງຕັດເລັບໃຫ້ສັ້ນ
ເພື່ອບໍ່ໃຫ້ເກີດອັນຕະລາຍຕໍ່ດວງຕາ ແລະຮອຍຂູດຂີດກັບຄອນແທັກເລນຂອງເຮົາ ຢ່າລືມຕັດເລັບຂອງເຮົາໃຫ້ສັ້ນ ຢ່າງນ້ອຍກໍ່ເລັບທີ່ເຮົາຕ້ອງໃຊ້ຖອດແລະໃສ່ກໍ່ຍັງດີ ຖ້າບໍ່ລະວັງເລັບອາດຈະຈິກລົງໃນແກ້ວຕາ ຂອງເຮົາ ເຮັດໃຫ້ເປັນຮອຍຂີດ ສ່ຽງຕໍ່ການອັກເສບອີກດ້ວຍ.

9. ກັບຄອນແທັກເລນຄວນ “ປ່ຽນທຸກໆເດືອນ”
ທ່ານໝໍແລະຜູ້ຊ່ຽວຊານດ້ານດວງຕາຫຼາຍໆຄົນ ແນະນຳໃຫ້ປ່ຽນກັບຄອນແທັກເລນທຸກໆ 2- 4 ອາທິດ ເພາະກັບໃສ່ຄອນແທັກເລນນີ້ແຫລະເປັນແຫຼ່ງ ສະສົມເຊື້ອໂລກຢ່າງດີ ຖ້າບໍ່ປ່ຽນຫຼືບໍ່ທຳຄວາມສະອາດ.

10. ເມື່ອມີບັນຫາກັບດວງຕາຫ້າມໃສ່ຄອນແທັກເລນ
ຖ້າກຳລັງຢູ່ໃນຊ່ວງແສບຕາ ຕາແດງ ຕາອັກເສບ ຊ່ວງເວລາເຫຼົ່ານີ້ຫ້າມໃສ່ຄອນແທັກເລນເດັດຂາດ ຖ້າໃຫ້ດວງຕາເຮົາກັບສູ່ພາວະປົກກະຕິກ່ອນ ຢ່າຝືນຖ້າສຳຫຼັບຄົນທີ່ມີຄ່າສາຍຕາ ໃຫ້ໃສ່ແວ່ນໄປກ່ອນ ຫຼືບາງຄົນທີ່ໃສ່ປ່ຽນສີດວງຕາ ໃຫ້ພັກກ່ອນ.

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...