Homeຂ່າວຕ່າງປະເທດເກົາຫລີເໜືອ ຕອບໂຕ້ເກົາຫລີໃຕ້ ສ້າງຂ່າວໃສ່ຮ້າຍປ້າຍສີ ເລື່ອງຜູ້ນຳສັ່ງປະຫານເຈົ້າໜ້າທີ່ລັດ!

ເກົາຫລີເໜືອ ຕອບໂຕ້ເກົາຫລີໃຕ້ ສ້າງຂ່າວໃສ່ຮ້າຍປ້າຍສີ ເລື່ອງຜູ້ນຳສັ່ງປະຫານເຈົ້າໜ້າທີ່ລັດ!

Published on

EyWwB5WU57MYnKOuXuYjE20SOXBtOX5rukw8UUd1PrZxYXhaqzqRhr

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ກໍລະກົດນີ້ວ່າ ຈາກກໍລະນີທີ່ກົມການຂ່າວແຫ່ງຊາດເກົາຫລີໃຕ້ (NIS) ນຳສະເໜີຂໍ້ມູນ ແລະ ສື່ມວນຊົນຂອງເກົາຫລີໃຕ້ ພາກັນຕີແຜ່ຂ່າວວ່າ ທ່ານ ກິມ ເຈິງ ອືນ ຜູ້ນຳເກົາຫລີເໜືອ ໄດ້ສັ່ງປະຫານຊີວິດເຈົ້າໜ້າທີ່ລັດ ແລະ ນາຍທະຫານລະດັບສູງຕ່າງໆ ລວມກ່ວາ 70 ຄົນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມານັ້ນ, ທາງດ້ານສຳນັກຂ່າວສູນກາງຂອງເກົາຫລີເໜືອ (KCNA) ໄດ້ຖະແຫລງໂຕ້ຕອບກັບຂໍ້ມູນ ແລະ ການນຳສະເໜີຂ່າວຂອງສື່ເກົາຫລີໃຕ້ດັ່ງກ່າວນີ້ວ່າ ເປັນການໃສ່ຮ້າຍປ້າຍສີຜ່ານການໂຄສະນາຊວນເຊື່ອ ທັງທີ່ບໍ່ມີມູນຄວາມຈິງ, ພ້ອມນັ້ນ ຍັງໄດ້ລະບຸອີກວ່າ ສື່ ແລະ ລັດຖະບານເກົາຫລີໃຕ້ສ້າງເລື່ອງຫລອກລວງ ກໍລະນີທີ່ອອກມາເປີດເຜີຍວ່າ ມີທະຫານເກົາຫລີເໜືອ 3 ຄົນ ໂຕນໜີໄປເຂົ້າຮ່ວມກັບຝ່າຍເກົາຫລີໃຕ້ ໃນເດືອນມິຖຸນາຜ່ານມາ.

 

 

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...