spot_img
Homeຂ່າວການສຶກສາສຶກສາທິການ ແລະ ກິລາແຂວງອຸດົມໄຊ ຮ່ວມກັບວິທະຍາໄລເສດຖະກິດການເງິນຖາຍຫງວຽນ ສສ ຫວຽດນາມ ເຊັນສັນຍາສ້າງນັກສຶກສາຊັ້ນສູງ

ສຶກສາທິການ ແລະ ກິລາແຂວງອຸດົມໄຊ ຮ່ວມກັບວິທະຍາໄລເສດຖະກິດການເງິນຖາຍຫງວຽນ ສສ ຫວຽດນາມ ເຊັນສັນຍາສ້າງນັກສຶກສາຊັ້ນສູງ

Published on

ຕອນແລງ ຂອງວັນທີ 8 ກໍລະກົດ 2015 ນີ້, ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ), ໄດ້ມີພິທີເຊັນສັນຍາເຮັດວຽກ ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງ ກັບ ວິທະຍາໄລເສດກິດ-ການເງິນແຂວງຖາຍຫງວຽນ ສສ ຫວຽດນາມ ກ່ຽວກັບສອງຝ່າຍ ສືບຕໍ່ໂຄງການຮ່ວມມືສ້າງນັກສຶກສາໃຫ້ແກ່ແຂວງອຸດົມໄຊປະຈຳປີ 2015 – 2016.
ເຂົ້າຮ່ວມຕາງໜ້າແຂວງອຸດົມໄຊມີ ທ່ານ ຈິນດາວົງ ສົມສາມາດ ແລະ ທ່ານ ພວງວິໄລ ອິນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ພ້ອມດ້ວຍຫົວໜ້າຂະແໜງພາຍໃນ (ສກຂ) ທີ່ກ່ຽວຂ້ອງ ເຂົ້າຮ່ວມ, ຕາງໜ້າວິທະຍາໄລເສດກິດ-ການເງິນແຂວງຖາຍຫງວຽນມີທ່ານ ດຣ ຟາມຈີເກື່ອງ ຮອງອຳນວຍການວິທະຍາໄລເສດຖະກິດ -ການເງິນ ແຂວງຖາຍຫງວຽນ ພ້ອມດ້ວຍຄະນະເຂົ້າຮ່ວມນໍາ.

ຜ່ານການປຶກສາຫາລືທັງສອງຝ່າຍ ໄດ້ເຫັນດີ ຕົກລົງເປັນເອກະພາບ:

ຝ່າຍວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ:
– ໃນສົກຮຽນ 2015 – 2016 ທາງວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ ຈະສືບຕໍ່ຮັບນັກສຶກສາແຂວງອຸດົມໄຊ ຈຳນວນ 30 ຄົນ, ເຂົ້າຮຽນໃນລະບົບຊັ້ນສູງ ຫຼັກສູດປົກະຕິ.
– ໃນໄລຍະສຶກສາຢູ່ວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນນັ້ນ ນັກສຶກສາແຂວງອຸດົມໄຊຈະໄດ້ຮັບປະຕິບັດນະໂຍບາຍ:
• ຍົກເວັ້ນຄ່າຮຽນ 100% ຕະຫຼອດການຮຽນ
• ຍົກເວັ້ນຄ່າພັກເຊົາຫໍພັກຂອງວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ
• ສະໜັບສະໜູນ ນັກສຶກສາ ໄປທັດສະນະສຶກສາ, ທ່ອງທ່ຽວ 1 ເທື່ອ/ຊຸດຮຽນ
• ສະໜັບສະໜູນ ຕັດເຄື່ອງນັກສຶກສາ ຕາມຂໍ້ກຳນົດຂອງໂຮງຮຽນ 1 ເທື່ອ/ຊຸດຮຽນ
• ໃຫ້ລາງວັນຊົມເຊີຍຕໍ່ຜູ້ຮຽນດີຮຽນເກັ່ງ ຕາມຂໍ້ກຳນົດ ຂອງກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ
• ແນະນຳບັນດາມະຫາວິທະຍາໄລຕໍ່ນັກສຶກສາ ຜູ້ທີ່ມີຈຸດປະສົງຢາກເຊື່ອມຕໍ່ປະລິນຍາຕີ
– ລາຍງານຜົນການຮຽນ ແລະ ສະພາບການເຄື່ອນໄຫວ ໃນການປະຕິບັດກົດລະບຽບຂອງນັກສຶກສາແຂວງອຸດົມໄຊ ຕໍ່ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ເປັນແຕ່ລະທ້າຍພາກຮຽນ.
ຝ່າຍພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ:
– ຄັດເລືອກເອົານັກສຶກສາໄປຮຽນຕາມມາດຖານເງື່ອນໄຂເຊັ່ນ: ຄັດເລືອກນັກຮຽນຕາມມາດຖານເງື່ອນໄຂ, ສຸຂະພາບແຂງແຮງ ແລະ ມີຄຸນສົມ ບັດດີ ຕາມຂໍ້ກຳນົດຂອງກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ ແລະ ວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ
– ແນະນຳໃຫ້ນັກສຶກສາປະກອບເອກະສານຄົບຖ້ວນ 1 ຊຸດ, ( ດ້ວຍສອງພາສາ: ລາວ, ຫວຽດນາມ ຫຼື ອັງກິດ ) ຕາມການຕົກລົງຂອງວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ.
– ມອບຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງອຸດົມໄຊ ແຫ່ງ ສປປ ລາວ ວ່າດ້ວຍການອະນຸມັດໃຫ້ນັກສຶກສາໄປຮຽນຕ່າງປະເທດ ໃຫ້ແກ່ວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ.
– ແຕ່ງຕັ້ງພະນັກງານນຳສົ່ງນັກສຶກສາໄປຮຽນ ທີ່ວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ ຕາມການກຳນົດວັນເວລາ ເຊິ່ງເລີ່ມແຕ່ ວັນທີ 5 -10 ກັນຍາ 2015 ຈະມາເຖິງນີ້.
– ແຕ່ງຕັ້ງພະນັກງານຮັບຜິດຊອບ ຕິດຕໍ່ພົວພັນ ກັບ ພະແນກສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ
ເພື່ອປະສານງານ ແລະ ແກ້ໄຂບັນຫາໃນກໍລະນີເກີດຂຶ້ນແບບກະທັນຫັນ ທີ່ພົວພັນກັບນັກສຶກສາຂອງແຂວງອຸດົມໄຊ
ຝ່າຍນັກສຶກສາແຂວງອຸດົມໄຊ:
– ຕ້ອງຮັບປະກັນເງື່ອນໄຂ ມາດຖານ ຕາມການຄັດເລືອກນັກສຶກສາ ຂອງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.
– ຕ້ອງປະຕິບັດ ກົດລະບຽບຂໍ້ກຳນົດຂອງໂຮງຮຽນ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ວາງອອກຢ່າງເຂັ້ມງວດ.
– ຕ້ອງໄດ້ຈ່າຍເງິນຄ່າບັດປະກັນສຸຂະພາບ ຕາມຂໍ້ກຳນົດຂອງລັດຖະບານ ສສ ຫວຽດນາມ.
– ຕ້ອງໄດ້ເສຍເງິນຄ່ານ້ຳ, ຄ່າໄຟຟ້າ, ຖ້າໃຊ້ເກີນຕາມການກຳນົດຂອງໂຮງຮຽນວາງອອກ.
– ຖ້ານັກສຶກສາເສັງຄືນເທື່ອທີ່ສອງຍັງບໍ່ຜ່ານນັກສຶກສາຜູ້ນັ້ນຕ້ອງໄດ້ຮຽນຄືນ ໃນລາຍວິຊາທີ່ບໍ່ຜ່ານ ແລະ ຜູ້ກ່ຽວຕ້ອງໄດຈ່າຍເງິນ ສຳລັບການຮຽນວິຊານັ້ນ ຕາມຂໍ້ກຳນົດຂອງໂຮງຮຽນ.
– ຕ້ອງຮັບຜິດຊອບ ກຸ້ມຕົນເອງຂອງການໃຊ້ຈ່າຍໃນຊີວິດປະຈຳວັນ.
ເມື່ອຜ່ານບົດບັນທຶກສັນຍາເປັນເອກະພາບກັນແລ້ວທັງສອງຝ່າຍກໍໄດ້ຮ່ວມກັນລົງນາມສັນສັນຍາການຮ່ວມມືກໍ່ສ້າງນັກສຶກສາ, ຝ່າຍລາວຕາງໜ້າເຊັນໂດຍ ທ່ານ ຈິນດາວົງ ສົມສາມາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ຝ່າຍ ສສ ຫວຽດນາມ ເຊັນໂດຍແມ່ນ ທ່ານ ດຣ ຟາມຈີເກື່ອງ ຮອງອຳນວຍການວິທະຍາໄລເສດຖະກິດ – ການເງິນ ແຂວງຖາຍຫງວຽນ .

1506678_1597416630509158_2598993726403693813_n

10410437_1597416700509151_8512170529584207374_n

11659426_1597416573842497_1607015426605625295_n

11692743_1597416657175822_4707153229396349905_n

11703038_1597416647175823_3769901885295800044_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...