spot_img
Homeຂ່າວການສຶກສາກະຊວງສຶກສາທິການ ແລະ ກິລາ ຍອມຮັບ! ຍັງມີປະຊາຊົນກືກໜັງສືຈຳນວນໜຶ່ງ!

ກະຊວງສຶກສາທິການ ແລະ ກິລາ ຍອມຮັບ! ຍັງມີປະຊາຊົນກືກໜັງສືຈຳນວນໜຶ່ງ!

Published on

lao-pdr-mine-risk-education_446x306

ເຖິງວ່າກະຊວງສຶກສາທິ ການ ແລະ ກິລາ, ຈະມີແຜນປະ ກາດຈົບ ຊັ້ນປະຖົມບຳລຸງ ທົ່ວປະ ເທດໃນທ້າຍເດືອນສິງຫາ 2015 ນີ້, ເພື່ອ ຢັ້ງຢືນໃຫ້ປະຊາຊົນລາວ ແລະ ຕ່າງປະເທດຮັບຮູ້ວ່າ ສປປ ລາວ, ໄດ້ສຳເລັດການສຶກສາຊັ້ນ ປະຖົມບຳລຸງພາກບັງ ຄັບແລ້ວ, ທັງເປັນ ການສະແດງໃຫ້ເຫັນຜົນ ງານຂອງການຈັດຕັ້ງປະຕິບັດຍຸດທະ ສາດການປະຕິຮູບ ການສຶກສາແຫ່ງຊາດທີ່ມີຜົນ ສຳເລັດເປັນ ກ້າວໆມາ. ແຕ່ແນວໃດກໍຕາມ, ຕໍ່ບັນ ຫາດັ່ງກ່າວຍັງມີສະມາຊິກສະພາ ແຫ່ງຊາດຈຳນວນບໍ່ໜ້ອຍ ໄດ້ສະ ແດງຄວາມເປັນຫວ່ງວ່າພວກເຮົາອາດຈະບັນລຸໄດ້ພຽງຕົວເລກ ຫລາຍກວ່າຕົວຈິງ, ເນື່ອງຈາກ
ການສຳຫລວດເປົ້າໝາຍຈຳນວນໜຶ່ງຍັງກຶກໜັງສື ແລະ ຮູ້ແຕ່ບໍ່ແມ່ນ ລະດັບຈົບຊັ້ນປະຖົມ, ຂະນະທີ່ມີຊົນ ເຜົ່າຈຳນວນໜຶ່ງຍັງບໍ່ຮູ້ພາສາລາວແມ່ນໄດ້ໃຊ້ພາສາແປ.
ຕໍ່ບັນຫາດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງສຶກສາ ແລະ ກິລາ ດຣ ພັນຄຳ ວິພາວັນ ອະທິ ບາຍວ່າ: ກ່ຽວກັບການປະກາດ ຈົບຊັ້ນປະຖົມບຳລຸງຢູ່ທຸກແຂວງ ແລ້ວ, ແຕ່ຍັງມີຜູ້ກຶກໜັງສືຢູ່ນັ້ນອັນ ນີ້ແມ່ນຄວາມຈິງ ແລະ ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ຂະ ຫຍາຍການສຶກສາກ່ອນໄວຮຽນ ແລະ ສູ້ຊົນປະຕິບັດການສຶກສາຂັ້ນປະ ຖົມສົມບູນພາກບັງ ຄັບໃຫ້ສຳເລັດ ຕາມຄາດໝາຍຢູ່ໃນແຜນງານ ແຫ່ງຊາດການສຶກສາເພື່ອທຸກຄົນປີ 2003-2015 ແລະ ເປົ້າໝາຍສະ ຫັດສະວັດທີ 2 ລະບຸວ່າ: ຮອດປີ 2015 ໃຫ້ທຸກຄົນໄດ້ຮັບການສຶກ ສາຊັ້ນປະຖົມຢ່າງທົ່ວ ເຖິງ, ດັ່ງນັ້ນ ກະຊວງສຶກສາຈຶ່ງມີຄວາມພະຍາ ຍາມໃນການຈັດຕັ້ງປະຕິບັດການ ຮຽນ-ການສອນ ທັງໃນລະບົບ ແລະ ນອກລະບົບໂຮງຮຽນ, ເຊິ່ງ ເຮັດໃຫ້ອັດຕາເຂົ້າຮຽນສຸດທິຂອງຊັ້ນປະຖົມສົກປີ 2014-2015 ທົ່ວ ປະເທດບັນລຸໄດ້ 98,6% (ລື່ນ ຄາດໝາຍ 0,6%), ອັດຕາການ ຮູ້ໜັງສືຂອງກຸ່ມຄົນໃນ ເກນອາຍຸ 15 ປີຂຶ້ນໄປຮອດປັດຈຸບັນສາມາດ ປະກາດຈົບຊັ້ນປະຖົມບຳລຸງແລ້ວທຸກແຂວງ ແລະ ກະກຽມປະກາດ ຈົບຊັ້ນປະຖົມບຳລຸງທົ່ວປະເທດ ຢ່າງເປັນທາງການໃນວັນທີ 28 ສິງຫາ 2015 ທີ່ຈະເຖິງນີ້.

ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງສຶກສາ ກ່າວວ່າ: ເຖິງວ່າພວກເຮົາຈະໄດ້ ປະກາດຈົບຊັ້ນປະຖົມໃນທຸກ ແຂວງແລ້ວກໍຕາມ, ແຕ່ບໍ່ໝາຍວ່າ ຕ້ອງສຳເລັດ 100%, ຊຶ່ງອາດ ມີຜູ້ຕົກຫລົ່ນ, ໂດຍສະເພາະແມ່ນ ຜູ້ທີ່ເຄື່ອນຍ້າຍທີ່ພັກອາໄສ ແລະ ຈະ ມີຜູ້ກືກໜັງສືຄືນ, ບັນຫາດັ່ງກ່າວ ແມ່ນຈະໄດ້ສືບຕໍ່ເກັບເລັມ ແລະ ຈັດ ບຳລຸງຢ່າງເປັນປົກກະຕິຕໍ່ເນື່ອງ, ສ່ວນບັນຫາ ຊົນເຜົ່າຈຳນວນໜຶ່ງຢູ່ທາງພາກເໜືອກໍຄືພາກໃຕ້ຍັງບໍ່ຮູ້ ພາສາລາວຕ້ອງໄດ້ໃຊ້ພາສາແປ ນັ້ນກໍອາດມີຄວາມຈິງ, ສະນັ້ນ ເພື່ອແກ້ໄຂບັນຫາກໍສະເໜີໃຫ້ອຳ ນາດການປົກຄອງທຸກຂັ້ນ, ໂດຍ ສະເພາະແມ່ນຂະແໜງການສຶກສາຂອງແຂວງ, ເມືອງ ແລະ ບ້ານ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດ ຊອບໃນການປຸກລະດົມໃຫ້ເດັກໃນເກນອາຍຸເຂົ້າຮຽນ ແລະ ປະຊາ ຊົນໃນກຸ່ມເປົ້າໝາຍເຂົ້າຮຽນໃຫ້ ມາເຂົ້າໂຮງຮຽນຢູ່ຕາມສະຖານທີ່ການສຶກສາໃຫ້ໝົດ, ຂະນະດຽວ ກັນ, ກະຊວງສຶກສາກໍມີນະໂຍ ບາຍກໍ່ສ້າງຄູດ້ວຍການເອົາຜູ້ທີ່ ຮຽນຈົບຊັ້ນປະຖົມ ແລະ ມັດທະ ຍົມສຶກສາຢູ່ເຂດຊົນເຜົ່າມາຮຽນຄູ, ເມື່ອຮຽນຈົບແລ້ວກໍສົ່ງເຂົາເຈົ້າກັບຄືນເມືອສິດສອນຢູ່ທ້ອງຖິ່ນຕົນ ເພື່ອເຮັດໃຫ້ວຽກງານການລຶບ ລ້າງການກຶກໜັງສືບັນລຸຕາມແຜນວາງໄວ້.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...