Homeຂ່າວຕ່າງປະເທດອີສານແຫ້ງແລ້ງຈັດ! ບາງແຂວງເລີ່ມຂາດແຄນປາແດກ ແລະ ລາຄາອາດເພີ່ມຂຶ້ນສູງ!

ອີສານແຫ້ງແລ້ງຈັດ! ບາງແຂວງເລີ່ມຂາດແຄນປາແດກ ແລະ ລາຄາອາດເພີ່ມຂຶ້ນສູງ!

Published on

plara01

ສຳນັກຂ່າວໄທຣັດຂອງໄທ ລາຍງານໃນວັນທີ 9 ກໍລະກົດນີ້ວ່າ ຈາກສະພາບອາກາດແຫ້ງແລ້ງຈັດ ໄດ້ເຮັດໃຫ້ເກີດສະພາບເລີ່ມຂາດແຄນປາແດກ ແລະ ມີລາຄາເພີ່ມຂຶ້ນສູງຢູ່ແຂວງສຸຣິນ ແລະ ແຂວງບຸຣິຣຳ ປະເທດໄທ ໂດຍພໍ່ຄ້າ ພ້ອມດ້ວຍເຈົ້າຂອງໂຮງງານຜະລິດປາແດກ ໄດ້ພາກັນມາດັກຊື້ປາຈາກຊາວກຳປູເຈຍ ຢູ່ບໍວິເລນຊາຍແດນຄອງເລິກ ເມືອງອະຣັນຍະປະເທດ ແຂວງສະແກ້ວ ເພື່ອນຳໄປເຮັດປາແດກຂາຍ ໂດຍ ທ້າວ ພິໄຊ ເຊິ່ງເປັນພໍ່ຄ້າມາແຕ່ແຂວງສຸຣິນໄດ້ເວົ້າວ່າ ຜົນຈາກໄພແຫ້ງແລ້ງໃນພາກອີສານ ໄດ້ເຮັດໃຫ້ຫ້ວຍໜອງຄອງບຶງແຫ້ງຂອດ ບໍ່ມີປາເລັກປານ້ອຍໃຫ້ເຮັດປາແດກ ຕ້ອງໄດ້ມາດັກຖ້າຊື້ປາຈາກຊາວກຳປູເຈຍສົ່ງເຂົ້າມາຂາຍໃຫ້ ແຕ່ປັດຈຸບັນລັດຖະບານກຳປູເຈຍໄດ້ປະກາດປິດທະເລສາບຕົງເລສາບແລ້ວ ເພາະເປັນລະດູຂອງປາວາງໄຂ່ ຈິ່ງເຮັດໃຫ້ປາທີ່ສົ່ງເຂົ້າມາຂາຍເຫລືອໜ້ອຍຫລາຍ ເຊິ່ງຖ້າຫາກສະຖານະການເປັນແບບນີ້ ເຊື່ອວ່າຈະເຮັດໃຫ້ປາແດກຂາດແຄນ ແລະ ມີລາຄາເພີ່ມຂຶ້ນສູງ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...