Homeຂ່າວຕ່າງປະເທດຣັດເຊຍກະໂດດເຂົ້າຊ່ວຍເກຣັກ! ຍື່ນຂໍ້ສະເໜີໃຫ້ກູ້ເງິນຈາກທະນາຄານ BRICS ເພື່ອປົດໜີ້!

ຣັດເຊຍກະໂດດເຂົ້າຊ່ວຍເກຣັກ! ຍື່ນຂໍ້ສະເໜີໃຫ້ກູ້ເງິນຈາກທະນາຄານ BRICS ເພື່ອປົດໜີ້!

Published on

RUSSIA-GREECE-EU-POLITICS-DEBT-FILES

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກໍລະກົດນີ້ວ່າ ຣັດເຊຍໄດ້ປະກາດຍື່ນມືເຂົ້າຊ່ວຍເຫລືອເກຣັກ ດ້ວຍການສະເໜີໃຫ້ເກຣັກຍື່ນຂໍກູ້ເງິນຈາກທະນາຄານກຸ່ມ BRICS ທີ່ມີຣັດເຊຍ, ຈີນ, ອິນເດຍ, ອາຟຣິກາໃຕ້ ແລະ ບຣາຊິນ ເປັນສະມາຊິກໃຫຍ່ຢູ່ໃນນັ້ນ ໂດຍມີຂໍ້ແລກປ່ຽນ ໃຫ້ເກຣັກສະໝັກເຂົ້າເປັນສະມາຊິກຂອງກຸ່ມ BRICS ພ້ອມທັງຊື້ຮຸ້ນທີ່ທາງກຸ່ມໄດ້ສະເໜີຂາຍອອກ ໂດຍບໍ່ໄດ້ມີການນຳນົດຈຳນວນຮຸ້ນທີ່ຈະຕ້ອງຊື ຫລື ວົງເງິນທີ່ຈະໃຫ້ການຊ່ວຍເຫລືອເທື່ອ.

ທັງນີ້ ການຍື່ນມືເຂົ້າຊ່ວຍເຫລືອເກຣັກຂອງທະນາຄານກຸ່ມ BRICS ດັ່ງກ່າວ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຊຽງໄຮ້ ສປ ຈີນ ເຊິ່ງຈະມີກຳນົດເປີດທຳການ ພາຍໃນເດືອນເມສາປີ 2016 ນີ້ ແມ່ນໄດ້ກາຍເປັນຂໍ້ສະເໜີຊ່ວຍເຫລືອລ່າສຸດຈາກຕ່າງປະເທດ ທີ່ມີຕໍ່ລັດຖະບານເກຣັກ ໃນທ່າມກາງທີ່ເກຣັກກຳລັງປະເຊີນກັບວິກິດການທາງການເງິນ ຈາກການທີ່ບໍ່ສາມາດຊຳລະໜີ້ສິນກັບຕ່າງປະເທດໄດ້ ເຮັດໃຫ້ສະຫະພາບເອີຣົບ ອາດໃຊ້ມາດຕະການໃຫ້ເກຣັກ ຫລຸດອອກຈາກການເປັນປະເທດທີ່ໃຊ້ເງິນສະກຸນເອີໂຣ ຫລື ເອີໂຣໂຊນໄດ້.

 

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...