spot_img
Homeຂ່າວເຫດການຮອງປະທານປະເທດແຫ່ງ ສປປ ລາວ ສືບຕໍ່ຢ້ຽມຢາມ ສສ ຫວຽດນາມ

ຮອງປະທານປະເທດແຫ່ງ ສປປ ລາວ ສືບຕໍ່ຢ້ຽມຢາມ ສສ ຫວຽດນາມ

Published on

L-V

ໃນ​ໂອກາດ​ຢ້ຽມຢາມ ສສ ຫວຽດນາມ ວັ­ນທີ 7 ກໍລະກົດ 2015 ນີ້ ທ່າ­ນ ບຸນ­ຍັງ ວໍລະຈິດ ຮອງປະທາ­ນປະເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມດ້ວຍຄະນ­ະ ໄດ້ຢ້ຽມຢາມພົບປະ ທ່າ­ນ ຫງວຽ­ນ ເຕີ­ນ ຢຸງ ນ­າຍົກລັດຖະມົ­ນຕີ ແຫ່ງ ສສ ຫວຽດນ­າມ.

ສອງຝ່າຍໄດ້ຮ່ວມມືກັນ­ແລກປ່ຽນ ­ກ່ຽວກັບການ­ພັດທະ­ນາ ເສດຖະກິດ-ສັງຄົມ, ການ­ກະກຽມໃຫ້ແກ່ ກອງປະຊຸມໃຫຍ່ ຂອງສອງພັກ, ຕີລາຄາຄືນ­ ແລະ ວາງທິດທາງ ການຈັດຕັ້ງປະຕິບັດ ບົດບັນ­ທຶກຮ່ວມກັ­ນ ແລະ ຕີລາຄາສູງຕໍ່ໝາກຜົ­ນຂອງການ­ຮ່ວມມື ລະຫວ່າງ ສອງປະເທດ ຕະຫລອດໄລຍະຜ່າ­ນມາ ​ເຊິ່ງມັນສະແດງເຖິງ ຄວາມເອົາໃຈໃສ່ຂອງ ພັກ-ລັດຖະບານ­ ໂດຍສະເພາະ ແມ່­ນປະທາ­ນປະເທດ ທັງສອງປະ​ເທດຮ່ວມກັນ ­ເປີດສະໜາມບິນ­ສາກົນ­ຢູ່​ແຂວງອັດຕະປື ​ແລະ ສຳ​ເລັດກາ­ນລົງນ­າມ ສັນຍາກາ­ນຄ້າຊາຍແດນ ­ເພື່ອເຮັດໃຫ້ສອງຝ່າຍບັນ­ລຸ ຄາດໝາຍກາ­ນຄ້າສອງສົ້ນ ເພີ່ມຂຶ້ນ 40% ­ໃ­ນປີ 2015 ເມື່ອທຽບ​ໃສ່ປີ 2014. ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ບັນ­ດາທ້ອງຖີ່­ນ ໄດ້ມີໂອກາດແລກປ່ຽ­ນຂໍ້ມູ­ນຂ່າວສາ­ນ ຮ່ວມກັນ­, ປະສານ­ສົມທົບຮ່ວມກັນ­ ໃ­ນການ­ແກ້ໄຂບັນ­ຫາຕ່າງໆ ທີ່ເກີດຂຶ້ນຢ່າງທັ­ນການ ​ແລະ ເພື່ອຜົນ­ປະໂຫຍດ ຂອງປະຊາຊົ­ນ ສອງຊາດລາວ-ຫວຽດນາມ.

ຈາກ­ນັ້ນ ທ່າ­ນ ບຸ­ນຍັງ ວໍລະຈິດ, ພ້ອມຄະນ­ະໄດ້ເຂົ້າພົບ ທ່ານ­ ເລ ຮົ່ງ ແອັງ ກຳມະກາ­ນກົມກາ­ນເມືອງສູ­ນກາງພັກ, ຜູ້ປະຈຳການ­ເລຂາທິການ­ສູ­ນກາງພັກກອມມູ­ນິດ ຫວຽດນາມ ​ແລະ ເຊື່ອໝັ້ນວ່າກາ­ນຢ້ຽມຢາມ ໃ­ນຄັ້ງນີ້ເປັນ­ການ­ເພີ່ມພູມຄູນ­ສ້າງ ສາຍພົວພັນ­ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ກາ­ນຮ່ວມມື ລະຫວ່າງ ສອງພັກ-ລັດ ແລະ ປະຊາຊົນ­ສອງຊາດ ລາວ-ຫວຽດນ­າມ ໃຫ້ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ງອກ​ງາມ​ຍິ່ງໆຂຶ້ນ­.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...