Homeຂ່າວຕ່າງປະເທດໄຟໄໝ້ປ່າລຸກລາມໜັກຢູ່ແອັດສະປາຍ ປະຊາຊົນອົບພະຍົບໜີຕາຍ ຫລາຍກ່ວາ 1,350 ຄົນ!

ໄຟໄໝ້ປ່າລຸກລາມໜັກຢູ່ແອັດສະປາຍ ປະຊາຊົນອົບພະຍົບໜີຕາຍ ຫລາຍກ່ວາ 1,350 ຄົນ!

Published on

558000007924401

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ປະຊາຊົນຫລາຍກ່ວາ 1,350 ຄົນ ຈຳເປັນຕ້ອງອົບພະຍົບອອກຈາກແຄວ້ນອະຣາກອນ ທາງພາກຕາເວັນອອກສຽງເໜືອຂອງປະເທດແອັດສະປາຍ ຫລັງຈາກເກີດເຫດໄຟໄໝ້ປ່າລຸກລາມຢ່າງໜັກໃນພື້ນທີ່ ໂດຍສູນກາງຂອງໄຟໄໝ້ປ່າຄັ້ງນີ້ ແມ່ນເລີ່ມຂຶ້ນເມື່ອທ້າຍອາທິດທີ່ຜ່ານມາ ຢູ່ຫ່າງຈາກນະຄອນຫລວງມາດຣິດ ໄປທາງພາກຕາເວັນອອກສຽງເໜືອປະມານ 375 ກິໂລແມັດ ເຮັດໃຫ້ປະຊາຊົນຕ້ອງອົບພະຍົບໄປອາໄສຢູ່ສູນອົບພະຍົບຊົ່ວຄາວ ທີ່ອົງການປົກຄອງທ້ອງຖິ່ນຈັດຂຶ້ນ.

ທັງນີ້ ເຈົ້າໜ້າທີ່ດັບເພີງກ່ວາ 500 ຄົນ ໄດ້ຖືກລະດົມເຂົ້າມາເຮັດໜ້າທີ່ມອດໄຟ ແລະ ແຫລ່ງຂ່າວຍັງລະບຸອີກວ່າ ແອັດສະປາຍແລະ ປັອກຕຸຍການ ຈະຕ້ອງປະເຊີນກັບການໂຈມຕີຂອງຄື່ນຄວາມຮ້ອນ ອັນຈະເຮັດໃຫ້ເກີດມີອຸນຫະພູມສູງຂຶ້ນຢູ່ຫລາຍພື້ນທີ່ ເຊິ່ງອຸນຫະພູມອາດແຕະລະດັບ 40 ອົງສາ ເປັນເວລາຕໍ່ໄປອີກ 1 ອາທິດ.

558000007924404

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...