Homeຂ່າວພາຍ​ໃນສສຊ ສະເໜີລັດຖະບານ ຈຳກັດການນຳເຂົ້າສິນຄ້າ ທີ່ພາຍໃນຜະລິດໄດ້!

ສສຊ ສະເໜີລັດຖະບານ ຈຳກັດການນຳເຂົ້າສິນຄ້າ ທີ່ພາຍໃນຜະລິດໄດ້!

Published on

Khamfong

ໃນໄລຍະຜ່ານມາການນຳ ເຂົ້າສິນຄ້າຈາກຕ່າງປະເທດທີ່ພາຍໃນເຮົາ ຜະລິດເອງໄດ້, ຊຶ່ງສົ່ງຜົນ ກະທົບຕໍ່ຜູ້ປະກອບການໂດຍສະ ເພາະ ດ້ານການແຂ່ງຂັນ, ຂະນະ ທີ່ມີມ າດຕະການຄຸ້ມຄອງແຕ່ເບື້ອງປະ ຕິບັດຍັງບໍ່ເຂັ້ມງວດມີການລັກ ລອບນຳເຂົ້າ (ສິນຄ້າເຖື່ອນ).

ທ່ານ ນາງ ຄຳຟອງ ພູມວົງ ໄຊ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 1 ນະ ຄອນຫຼວງວຽງຈັນໄດ້ປະກອບຄຳ ເຫັນ ໃນວາລະດຳເນີນ ກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດຊຸດທີ VII ວ່າ: ການສົ່ງ ເສີມຜະລິດເປັນສິນຄ້າເຫັນວ່າ ເບື້ອງລັດຍັງປະຕິບັດບໍ່ໄດ້ດີພໍຕົວ ແບບດ້ານການ ຜະລິດເປັນສິນ ຄ້າຍັງມີໜ້ອຍ (ສ່ວນໃຫຍ່ແມ່ນເກີດ ຈາກຂາດການສົ່ງເສີມຈາກພາກ ລັດ), ດ້ານຕະຫຼາດຮອງ ຮັບຍັງມີ ຈຳກັດ, ບໍ່ສ້າງແຮງຈູງໃຈໃຫ້ຜູ້ ຜະລິດສິນຄ້າຂະຫຍາຍຕົວ, ຂະ ນະດຽວກັນສິນຄ້າຈາກຕ່າງ
ປະເທດທີ່ພາຍໃນເຮົາຜະລິດເອງໄດ້ ພັດມີການນຳເຂົ້າຫລາຍ ແລະ ສສຊ ຫຼາຍທ່ານກໍມີຄຳເຫັນສະແດງຄວາມເປັນ ຫ່ວງວ່າ: ການ ຈຳກັດນຳເຂົ້າ ຈະເຮັດດ້ວຍວິທີ   ໃດ ? ເພາະວ່າການນຳເຂົ້າມີຫຼາຍ ຮູບ, ຫຼາຍແບບ, ຫຼາຍທາງ, ຈົນ ກາຍເປັນວ່າສິນຄ້າເຖື່ອນມີການ ຈຳໜ່າຍຢ່າງແຜ່ຫຼາຍ, ເຮັດໃຫ້ລັດ ຖະບານເສຍລາຍຮັບ ດ້ານພາສີ, ຜູ້ ຜະລິດພາຍໃນກໍ່ກາຍເປັນຄູ່ແຂ່ງທີ່ດ້ອຍກວ່າ.

ທ່ານ ສສຊ ກ່າວຕື່ມວ່າ: ເພື່ອ ຈະເຮັດໃຫ້ການຜະລິດເປັນສິນຄ້າ ຂະຫຍາຍຕົວຍືນຍົງ ແລະ ເຂັ້ມ ແຂງຂຶ້ນ, ຕ້ອງມີການສົ່ງເສີມຕັ້ງ ແຕ່ຫົວທີເປັນຕົ້ນໄປ, ນັບຕັ້ງແຕ່ ການໃຫ້ຄວາມຮູ້, ການຝືກອົບຮົມ ແລະຂະຫຍາຍກຳລັງການຜະລິດ ໃຫ້ມີການຄຸ້ມຄອງ, ກວດກາ ແລະ ຕິດຕາມຂະບວນການນຳເຂົ້າສິນ ຄ້າທີ່ບໍ່ຖືກຕ້ອງ ແລະ ສິນຄ້າທີ່ ຜະລິດໄດ້ຢູ່ພາຍໃນໃຫ້ເຂັ້ມງວດ, ໃຫ້ການຊ່ວຍເຫຼືອຂະບວນການຜະລິດທີ່ມີຄຸນນະພາບ ແລະ ມີຕະ ຫຼາດຮອງຮັບທີ່ແນ່ນອນ. ສົ່ງເສີມ ຜູ້ບໍລິໂພກຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ ແລະ ເພື່ອປົກປ້ອງຜູ້ ບໍລິໂພກ, ຕີຖອຍຄ່ານິຍົມສິນຄ້າ ຕ່າງປະ ເທດສ້າງໃຫ້ຄົນລາວເຊື່ອໝັ້ນໃນການນຳໃຊ້ຜະລິດຕະພັນ ລາວ ທ່ານ ສສຊ ຕັ້ງຄຳຖາມຂຶ້ນ ວ່າ: ເປັນຫຍັງຄົນລາວເຮົາບໍ່ຊ່ວຍ ກັນ ສະກັດກັ້ນ ແລະ ຫັນມານຳ ໃຊ້ສິນຄ້າພາຍໃນປະເທດໃຫ້ສູງ ແລະ ສ້າງກຳລັງການຜະລິດເພີ່ມ ຂຶ້ນ ແລະ ເປັນຫຍັງເບື້ອງລັດຈຶ່ງບໍ່ ຈຳກັດຄົນຕ່າງປະເທດເຂົ້າມາທຳການຜະລິດ ແລະ ຄ້າຂາຍຍ່ອຍ ຢູ່ປະເທດເຮົາຢ່າງເສີລີ, ຊຶ່ງຈະສົ່ງ ຜົນກະທົບບໍ່ໜ້ອຍຕໍ່ການຜະລິດ ພາຍໃນ ດັ່ງນັ້ນຈຶ່ງຂໍຮຽກຮ້ອງຂະ ແໜງການກ່ຽວຂ້ອງຕ້ອງປະຕິບັດມາດຕະການດັ່ງກ່າວນີ້ໃຫ້ເລີກເຊິ່ງຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...