Homeຂ່າວຕ່າງປະເທດຊາວເກຣັກລົງຄະແນນ ບໍ່ຍອມຮັບເງື່ອນໄຂເຈົ້າໜີ້! ຜູ້ນຳເອີຣົບ ນັດປະຊຸມສຸດຍອດດ່ວນ!

ຊາວເກຣັກລົງຄະແນນ ບໍ່ຍອມຮັບເງື່ອນໄຂເຈົ້າໜີ້! ຜູ້ນຳເອີຣົບ ນັດປະຊຸມສຸດຍອດດ່ວນ!

Published on

-

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ກໍລະກົດນີ້ວ່າ ຜົນການນັບຄະແນນປະຊາມະຕິຢູ່ເກຣັກ ກ່ຽວກັບການຮັບ ຫລື ບໍ່ຮັບເງື່ອນໄຂການປະຕິຮູບຂອງສະຫະພາບເອີຣົບ ແລະ ກອງທຶນການເງິນລະຫວ່າງປະເທດ ຫລື ໄອເອັມເອັບ ເຊິ່ງເປັນເຈົ້າໜີ້ ໄດ້ອອກມາເປັນສຽງສ່ວນຫລາຍ ກວມເອົາ 61.31% ແມ່ນລົງມະຕິບໍ່ຍອມຮັບ ສ່ວນອີກທີ່ເຫລືອຈຳນວນ 38.69% ແມ່ນລົງມະຕິຍອມຮັບເງື່ອນໄຂດັ່ງກ່າວ ເຮັດໃຫ້ເຈົ້າໜີ້ຕ້ອງໄດ້ເລືອກເອົາວ່າ ຈະຍອມອ່ອນຂໍ້ໃຫ້ລັດຖະບານເກຣັກ ເພື່ອຫລີກລ່ຽງຜົນກະທົບທາງການເມືອງ ເຊິ່ງອາດຈະເຮັດໃຫ້ເກຣັກຫລຸດພົ້ນອອກຈາກກຸ່ມປະເທດທີ່ໃຊ້ເງິນເອີໂຣ ຫລື ວ່າຈະຍັງຄົງຈຸດຢືນທີ່ເຂັ້ມງວດຕໍ່ໄປ.

ທັງນີ້ ພາຍຫລັງຜົນການລົງປະຊາມະຕິດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານເຢຍລະມັນ ແລະ ຝຣັ່ງ ສະເໜີໃຫ້ມີການປະຊຸມລະດັບຜູ້ນຳສະຫະພາບເອີຣົບໂດຍດ່ວນ ເຊິ່ງຈະຈັດຂຶ້ນໃນມື້ອື່ນນີ້ (7 ກໍລະກົດ) ເພື່ອຊອກຫາວິທີທາງແກ້ໄຂ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...