spot_img
Homeຂ່າວການພັດທະນາສປປ ລາວ ຍັງເຫລືອຄອບຄົວທຸກຍາກ 76.000 ຄອບຄົວ

ສປປ ລາວ ຍັງເຫລືອຄອບຄົວທຸກຍາກ 76.000 ຄອບຄົວ

Published on

somboun

ຂປລ. ​ໃນການຈັດ​ຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກ 3 ສ້າງ ມາຮອດປັດຈຸບັນ ສາມາດລຶບລ້າງ ຄວາມທຸກຍາກໄດ້​ 124.074 ຄອບຄົວ, ຍັງເຫລືອຄອບຄົວທຸກຍາກທັງໝົດ 76.046 ຄອບຄົວເທົ່າກັບ 6.59% ຂອງຄອບຄົວທັງໝົດ; ​ສາມາດລົບລ້າງບ້ານທຸກຍາກໄດ້ 1.439 ບ້ານ, ຍັງເຫລືອບ້ານທຸກຍາກ 1.736 ບ້ານເທົ່າກັບ 20,50% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດແລະ ສາມາດສ້າງບ້ານພັດທະນາເພີ່ມຂຶ້ນເປັນ 3.308 ບ້ານ. ພ້ອມກັນນີ້ ກໍໄດ້ຮັບຮອງແລະ ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດຢູ່ແຂວງບໍລິຄຳໄຊ ຈຳນວນ 2 ບ້ານຂອງເມືອງບໍລິຄັນແລະເມືອງປາກກະດິງ.

ຕາມ​ຂໍ້ມູນຈາກກະຊວງແຜນການແລະ ການລົງທຶນໄດ້ໃຫ້ຮູ້ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ນີ້ວ່າ: ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນຍ້ອນຄະນະພັກ, ອຳນາດການປົກຄອງທຸກຂັ້ນໄດ້ສຸມໃສ່ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງເປັນຕົ້ນເລັ່ງໃສ່ປັບປຸງຄວາມເຂັ້ມແຂງໃຫ້ແກ່ຄະນະພັກຮາກຖານກຸ່ມບ້ານແລະ ບ້ານຈຸດສຸມ, ບ້ານພັດທະນາ, ​ເຂດທີ່ັ້ນຂອງການປະຕິວັດ, ບ້ານວິລະຊົນ, ຈຸດສຸມເຂດພູດອຍ, ຊົນເຜົ່າທີ່ມີຄວາມຫຍຸ້ງຍາກ, ຈຸດສຸມຈັດສັນພູມລຳເນົາແລະ ບ່ອນທຳມາຫາກິນຖາ​ວອນໃຫ້ປະຊາຊົນຢ່າງຈິງຈັງເພື່ອເຮັດໃຫ້ການຈັດຕັ້ງພື້ນຖານມີຄວາມເຂັ້ມແຂງ, ອຳນາດການປົກຄອງມີຄວາມເຂັ້ມແຂງ, ມີຄວາມສະຫງົບ, ​ເປັນລະບຽບຮຽບຮ້ອຍ, ຕ້ານປະກົດການຫຍໍ້ທໍ້ໃນໝູ່ບ້ານແລະ ອື່ນໆ; ສຸມໃສ່ຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບນຸມັດໃນສົກປີ 2014-2015 ສ່ວນ​ ​ໃຫຍ່​ແມ່ນ​ປັບປຸງ​ພື້ນ​ຖານ​ໂຄງ​ລ່າງ ​ເພື່ອ​ອຳນວຍຄວາມ​ສະ ດວກ​ໃຫ້​ແກ່​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ, ສ້ອມ​ແປງ ​ແລະ ກໍ່ສ້າງ​ໂຮງຮຽນ ພ້ອມທັງ​ຂະຫຍາຍຕາໜ່າງສາທາລະນະ​ສຸກ ​ແລະ ວຽກ​ສາທາລະນະ​ສຸກ​ຂັ້ນ​ພື້ນຖານ​ ລົງ​ສູ່​ເຂດ​ຫ່າງ​ໄກ​ສອກຫລີກ ​ເປັນ​ຕົ້ນ ການ​ສະໜອງ​ນ້ຳ​ສະອາດ, ກໍ່ສ້າງ​ສຸກສາລາ, ສ້າງ​ວິດຖ່າຍ​​ໃນໂຮງຮຽນ ​ແລະ ຄອບຄົວ​ຂອງ​ປະຊາຊົນ.

ສຳລັບ​ ວຽກ 3 ສ້າງ ​ໂດຍ​ອີງ​ໃສ່​ການ​ກວດກາ ​ ປະ​ເມີນ​ຄວາມທຸກ​ຍາກ ແລະ ການ​ພັດທະນາ ຕາມ​ດຳລັດ 309/ນຍ ປີ 2014 ​ເຫັນ​ວ່າ ​ຢູ່​ບ້ານ​ເຮັດ​ທົດ​ລອງ 3 ສ້າງ 109 ບ້ານ, ມີ​ບ້ານ​ພັດທະນາ 82 ບ້ານ ​ແລະ ບ້ານ​ປອດ​ຄະ ດີ 109  ບ້ານ; ດ້ານ​ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ ໄດ້​ເພີ່ມ​ຂຶ້ນ​ທຸກ​ເມືອງ ຍ້ອນ​ມີ​ການ​ເກັບ​ກຳ​ຖານ​ຂໍ້​ມູນ​ຄືນ​ໃໝ່ ​ແລະ ບ້ານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ 40% ສະ​ແດງ​ອອກ​ມີ 70 ບ້ານ ​ໃນ 109 ບ້ານ ​ແລະ 41 ​ເມືອງ​ຈາກ 51 ​ເມືອງ​ທົດ​ລອງ ສາມາດ​ເກັບ​ລາຍຮັບ​ໄດ້​ເກີດ​ແຜນການ​ທີ່​ກຳນົດ​ໄວ້.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...