Homeຂ່າວການສຶກສາອຸດົມໄຊຜ່ານກົດລະບຽບກ່ອນການກວດບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2014-2015 ໂດຍເນັ້ນໃສ່ຄຸນະພາບ ແລະ ຄວາມຢຸດຕິທໍາ

ອຸດົມໄຊຜ່ານກົດລະບຽບກ່ອນການກວດບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2014-2015 ໂດຍເນັ້ນໃສ່ຄຸນະພາບ ແລະ ຄວາມຢຸດຕິທໍາ

Published on

ພິທີໄດ້ມີຂື້ນໃນຕອນແລງຂອງວັນທີ 1 ກໍລະກົດ 2015 ນີ້, ຢູ່ທີ່ສະໂມສອນຂອງ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ (ສກຂ) ໄດ້ມີກອງປະຊຸມຜ່ານກົດລະບຽບ ແລະ ລາຍຊື່ຂອງອະນຸກຳມະການກວດບົດສອບເສັງຊັ້ນ ມ7 ປະຈໍາສົກຮຽນ 2014-2015 ເປັນປະທານໂດຍທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າ (ສກຂ), ມີທ່ານ ພວງວິໄລ ອິນທະວົງ ຮອງ (ສກຂ), ທ່ານ ນາງ ນີວັນ ໄຊຍະສິດ ຫົວໜ້າຂະແໜງມັດທະຍົມ (ສກຂ) ພ້ອມດ້ວຍພະນັກງານພາຍໃນ (ສກຂ) ແລະ ຄູອາຈານທີ່ມາຈາກຫຼາຍໂຮງຮຽນອ້ອມຂ້າງແຂວງ ເຂົ້າຮ່ວມນໍາ.

ທ່ານ ນາງ ນີວັນ ໄຊຍະສິດ ຫົວໜ້າຂະແໜງມັດທະຍົມ ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າ (ສກຂ) ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການກວດບົດສອບເສັງ ໂດຍແບ່ງອອກເປັນ 8 ຈຸ, ຈຸລະ 8 ທ່ານ ຕາມລາຍວິຊາ ຄືຈຸ ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິກສາດ, ເຄມີສາດ, ຊີວະສາດ, ປະຫວັດສາດ, ພູມີສາດ ແລະ ວິຊາສຶກສາຜົນລະເມືອງ. ຈາກນັ້ນ ທ່ານ ພວງວິໄລ ອິນທະວົງ ຮອງ (ສກຂ) ກໍໄດ້ສືບຕໍ່ຜ່ານກົດລະບຽບ ການກວດບົດສອບເສັງ ພ້ອມທັງອະທິບາຍໃຫ້ອະນຸກໍາມະການໄດ້ມີຄວາມເຂົ້າໃຈ ຈະແຈ້ງ ເພື່ອແນ່ໃສ່ຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ບໍ່ໃຫ້ມີບັນຫາເກີດຂື້ນ ໃນເວລາດໍາເນີນການກວດບົດສອບເສັງ.

ໃນໂອກາດດັ່ງກ່າວ, ທ່ານ ໂອວາດ ຈັນທະວົງ ປະທານກອງປະຊຸມໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ອະນຸກໍາມະການກວດບົດທຸກທ່ານ ຕ້ອງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍເນັ້ນຄຸນະພາບ ແລະ ຄວາມຢຸດຕິທໍາ ເພື່ອເປັນການປະເມີນເຖິງຄວາມຮັບຮູ້ຂອງບັນດານ້ອງນັກຮຽນ ແລະ ຄຸນະພາບຂອງການຮຽນ-ການສອນ ໃນສົກຮຽນນີ້

ສໍາລັບຈໍານວນນັກຮຽນຂັ້ນ ມ7 ທົ່ວແຂວງໃນສົກຮຽນນີ້ມີທັງໝົດ 2.912 ຄົນ, ຍິງ 1.285 ຄົນ, ແບ່ງອອກເປັນ 9 ສູນ ໃນທົ່ວແຂວງ, ລວມ ມີ 25 ໂຮງຮຽນ, ມີ 136 ຫ້ອງ ປະກອບມີສູນສອບເສັງ: ມສ ແຂວງ, ມສ ເມືອງໄຊ, ມສ ເມືອງຫຼາ, ມສ ນາໝໍ້, ມສ ດອນແອ່ນ , ມສ ເມືອງແບງ, ມສ ເມືອງຮຸນ ແລະ ມສ ປາກແບງ.

11666140_1645148115698362_2181945510701744429_n

11200768_1595207830730038_8735875306385100130_n

11666110_1595207764063378_5499042279004145120_n

 

11692600_1595207837396704_8348013998135471748_n

11694025_1595208067396681_3828700863767153790_n

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...