spot_img
Homeເກັບຕົກ-ເລື່ອງແປກ16ເຮືອນແປກຈາກທົ່ວໂລກຂອງແທ້ບໍ່ໄດ້ຕັດຕໍ່

16ເຮືອນແປກຈາກທົ່ວໂລກຂອງແທ້ບໍ່ໄດ້ຕັດຕໍ່

Published on

1.1

ການອອກແບບ​ເຮືອນ​ໃນ​ປະຈຸບັນ​ອາດຈະ​ບໍ່​ໄດ້​ໝາຍ​ເຖິງສິ່ງ​ປູກ​ສ້າງ​ທີ່​ມີ​ຝາ 4 ເບື້ອງ ແລະ​ປົກ​ປິດ​ທາງເທິງ​ດ້ວຍ​ຫລັງ​ຄາ​ເທົ່າ​ນັ້ນເພາະ​ເຊື່ອ​ບໍ​ວ່າ​ມີ​ເຮືອນ​ຫລາຍ​ຫລັງ​​ທີ່​ບໍ່​ມີ​ຄຸນສົມບັດ​ຕາມ​ທີ່​ກ່າວ​ມາແຕ່​ກໍ​ຍັງ​ສາມາດ​ເອີ້ນ​ໄດ້​ວ່າເຮືອນຄືກັນເຖິງແມ່ນ​ວ່າຈະ​ມາ​ພ້ອມ​ກັບ​ຮູບ​ລັກ​ສະນະ​ທີ່​ເປັນ​ເອກ​ະລັກ​​ແລະ​ແປກປະຫລາດ​ກວ່າ​ເຮືອນ​ທົ່ວ​ໄປແຕ່​ກໍ​ບໍ່ໂກ້ບໍ່​ແພ້​ໃຜ​ເລີຍ​ນະມື້​ນີ້​ຈຶ່ງ​ຂໍ​ນຳ​ເອົາແບບ​ເຮືອນ​ແປກໆຈາກ​ທົ່ວ​ໂລ

1.1

1.ເຮືອນ​ໃນ​ອາ​ບູດາ,ໄນ​ຈີ​ເລຍທີ່​ຖືກ​ສ້າງ​ຂຶ້ນ​ພາຍໃຕ້​ຫລັງ​ຄາ​ຮູບ​ເຄື່ອງ​ບິນໂດຍ ເຊດ ແຈມ​ເມນ ເພື່ອ​ອຸ​ທິດ​ໃຫ້​ກັບ ລິ​ຊ່າ ເມຍ​ທີ່​​ມັກ​ການ​ທ່ອງ​ທ່ຽວ​ເປັນ​ຊີວິດ​ຈິດ​ໃຈ

1

2.ຮິ​ລິ​ໂອ​ໂດມ ເຮືອນ​ໄບ​ໂອ​ໄຄ​ເມ​ຕິກ ຫລື​ເຮືອນ​ພະລັງ​ງານ​ແສງ​ອາທິດ​ທີ່​ຕັ້ງ​ໃກ້​ກັບ​ ເມືອ​ງຊາ​ຊະ​ບູລທາງ​ຕະເວັນ​ອອກ​ຂອງ​ຝຣັ່ງແລະ​ຖືກ​ອອກແບບໃຫ້​ຄືກັບ​ໂມງ​ແດດໂດຍ​ມີ​ການສ້າງ​ໃຫ້​ສອດ​ຄ່ອງ​ກັບ​ຕຳແໜ່ງ​ຂອງ​ຕາເວັນ​ໃນ​ແຕ່​ລະ​ລະດູໂດຍ​ການ​ຮັກສາ​ອຸນຫະພູມ​ຂອງ​ຕົວ​ເຮືອນ​ໃຫ້​ເຢັນ​ສະບາຍ​ໃນ​ລະດູ​ຮ້ອນແລະ​ເຮັດ​ໃຫ້​ເຮືອນ​ອົບ​ອຸ່ນ​ໃນ​ລະດູ​ໃບ​ໄມ້​ຫລົ່ນ,ໃບໄມ້ປົ່ງ​ແລະ​ລະດູ​ໜາວ

2

3.ຫລິວ ຫລິງ​ເຈົ້າ ອາ​ຍຸ 38 ປີຍ່າງ​ແບກ​ເຮືອນ​ເຮືອນ​ຂອງ​ໂຕ​ເອງ​ໄປ​ຕາມຖະໜົນ​ຂອງ​ເມືອງ​ຫລິວ​ໂຈວໃນ​ຈີນ​ຂອງ​ປີ 2013 ຊຶ່ງ​ເມື່ອ 5 ປີ​ກ່ອນ​ຫລິວ​ຕັດ​ສິນ​ໃຈ​ຍ່າງ​ກັບ​ບ້່ານເກີດ​ໃນ​ເມືອງ​ກວາງ​ສີ​ຈ້ວງ​ຈາກ​ເຊີນ​ເຈີ້ນເປັນ​ໄລ​ຍະ​ທາງ​ປະ​ມານ743ກິ​ໂລ​ແມັດໂດຍ​ເຮືອນ​ທີ່​ລາວ​ແບກ​ມາ​ກໍ​ສ້າງ​ຈາກ​ໄມ້​ໄຜ່ຖົງ​ຢາງແລະ​ຜ້າ​ປູບ່ອນນ​ອນເທິງ​ຖານ​ກວ້າງ2ແມັດກັບ​ຄວາມ​ສູງ​ອີກ2ແມັດເຄິ່ງໜັກ​ເກືອບ60ກິ​ໂລ​ກຣາມຖ້າ​ສະເລ່ຍ​ແລ້ວ​ລາວ​ຕ້ອງ​ຍ່າງ​ໄກ​ກວ່າ19ກິ​ໂລ​ແມັດ​ຕໍ່​ມື້​

3

4.ສ່ວນ​ເຮືອນ​ຫລັງ​ນີ້​ສ້າງ​ຂຶ້ນ​ເທິງ​ກ້ອນ​ຫີນ​ກາງ​ແມ່ນ້ຳ​ດຣິ​ນາໃກ້​ກັບ​ທາງ​ຕະເວັນ​ຕົກ​ຂອງ​ເຊີ​ເບຍໂດຍ​ຊາຍ​ໜຸ່ມ​ກຸ່ມ​ໜຶ່ງ​ທີ່​ເຫັນ​ວ່າກ້ອນ​ຫີນ​ກາງ​ແມ່ນ້ຳ​ແບບ​ນີ້​ເໝາະ​ແກ່​ການສ້າງ​ເຮືອນ​ຫລັງ​ນ້ອຍ​ໆຫລັງໜຶ່ງ

4

5.ເຮືອນ​​ທີ່​ອ້ອມຮອບ​ຕົ້ນ​ໄມ້​ຫລັງ​ນີ້​ຕັ້ງ​ຢູ່ໃນ ເລີ ພອງ ເມ​ດອກ ທາງ​ຕະເວັນ​ຕົກ​ສຽງ​ໃຕ້​ຂອງ​ຝຣັ່ງ​ຖືກ​ເຊົ່າ​ໂດຍ​ບໍລິສັດ​ເນ​ທູ​ລ່າ ຄາ​ບາ​ນາ ເພື່ອ​ໃຊ້​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແນວອານຸລັກທໍາມະຊາດ

5

6.ເຮືອນ​ໂຊ​ກູ​ເອ​ຢາ​ມອດທາງ​ຕອນ​ກາງ​ຂອງ​ສ​ະເປນສ້າງ​ຈາກ​ຖັງ​ເກັບ​ວາຍເກົ່າຊຶ່ງ​ເປັນ​ທີ່​ຢູ່​ຂອງ​ແຮງ​ງານ​ຈຳນວນ​ຫລາຍໂດຍ​ປະ​ມານ40ຄົນເປັນ​ຊາວ​ຕວກກີ​ທີ່​ເດີນທາງ​ມາ​ຈາກ​ເບົາ​ແກ​ເຣຍເພື່ອ​ຮັບ​ຈ້າງ​ເກັບ​ໝາກລາແຊັງເມື່ອ​ເຖິງ​ລະດູ​ເກັບ​ກ່ຽວ​ປະ​ມານ6ອາທິດພໍ​ຕົກ​ກາງ​ຄືນ​ກໍ​ຈະ​ມີ​ແຮງ​ງານ​ກວ່າ20ຊີວິດເຂົ້າໄປ​ນອນ​ໃນ​ຖັງ​ຄອນ​ກີດ​ຂະໜາດ​ເທົ່າໆກັບ​ລົດ​ໃຫຍ່ເຫລົ່າ​ນີ້​ນີ້​ເອງ

6

7.ສ່ວນ​ຄົນ​ງານ​ເຫລົ່າ​ນີ້​ກໍ​ກຳ​ລັງ​ຮື້​ສວນ​ຫີນ​ສ່ວນ​ໂຕ​ເທິງ​ດາດ​ຟ້າ​ຊັ້ນ 26 ຂອງ​ຕຶກ​ແຫ່ງ​ໜຶ່ງໃນ​ປັກ​ກິ່ງເມື່ອ​ເດືອນ​ສິງ​ຫາ2013ເພາະ​ເປັນ​ການ​ກໍ່​ສ້າງ​ທີ່​ຜິດ​ກົດຫມາຍເຖິງແມ່ນ​ມັນ​ຈະ​ເຮັດ​ໃຫ້ເປັນ​ເຮືອນ​ທີ່​ສວຍງາມໃກ້​ຊິດ​ທຳມະຊາດແລະ​ແຕກ​ຕ່າງ​ກວ່າ​ໃຜ​ໆກໍ​ຕາມ ໂດຍ​ໃຊ້​ເວລາ​ໃນ​ການ​ຮື້ 15 ມື້

7

8.ເຮືອນ​ເທິງ​ດາດ​ຟ້າ​ອີກ​ໜຶ່ງ​ຫລັງ​ທີ່​ຕ້ອງ​ຮື້​ຖິ້ມ​ຫລັງ​ຈາກ​ສ້າງ​ສຳເລັດ​ໄດ້​ປະ​ມານ2 ປີ ເຖິງແມ່ນ​ຈະ​ມີ​ການອອກແບບທີ່​ແປກ​ຕາແລະ​ໃຊ້​ພື້ນ​ທີ່​ຈົນ​ຄຸ້ມເພາະ​ລັດຖະບານ​ເຫັນ​ວ່າ​ເຮືອນ​ຫລັງ​ນີ້​ບໍ່​ໄດ້​ກໍ່​ສ້າງ​ຕາມ​ຮູບ​ແບບ​ທີ່​ຖືກ​ກົດ​ໝາຍ

8

9.ເຮືອນ​ຂອງເບ​ນິ​ໂຕ ເຮີ​ນັນ​ເດ​ຊ ທີ່​ຕັ້ງ​ຢູ່​ທາງ​ຕອນ​ເໜືອ​ຂອງ​ເມືອງ​ໂກ​ອາ​ວີ​ລາໃນ​ເມັກ​ຊິ​ໂກຊຶ່ງ​ນັບ​ເປັນ​ເວລາ​ກວ່າ30ປີ​ແລ້ວທີ່​ເຮີ​ນັນ​ເດ​ຊ​ແລະ​ຄອບຄົວ​ຢູ່ໃນ​ເຮືອນ​ອິດ​ຊົງ​ປະ​ຫລາດແລະ​ໃຊ້​ຫີນ​ຍັກ​ຄວາມ​ສູງ​ເກືອບ40ແມັດ​ແທນ​ຫລັງ​ຄາ

9

10.ເທຍ​ລີ ແອດ​ຕ້າ ໃຊ້​ສວນ​ໃນ​ເຮືອນ​ຂອງ​ຕົນເອງ​ເປັນ​ພື້ນ​ທີ່​ສຳລັບ​ສ້າງ​ເຮືອນ​ອີ່​ເຂ້ໃຫຍ່​ເທິງ​ຊາຍ​ຝັ່ງ​ໄອ​ວໍ​ລີໃນ​ແຖວ​ປະເທດ​ທາງ​ຕະເວັນ​ຕົກ​ຂອງ​ອາຟ​ຣິກາເພື່ອ​ສານ​ຕໍ່​ຄວາມ​ຕ້ອງ​ການ​ຂອງ ເມົາ​ຊາ ຄາ​ໂລ ຜູ້​ອອກ​ແບບ​ແລະ​ເລີ່ມ​ສ້າງ​ເຮືອນ​ຫລັງ​ນີ້​ກ່ອນ​ທີ່ລາວ​ຈະ​ຈາກ​ໄປໂດຍ​ແອດ​ຕ້າ​ເປັນ​ຄົນ​ເຮັດໃຫ້​ສຳເລັດ​ສົມບູນ​ໃນ​ອີກ 2 ເດືອນ​ຕໍ່ມາ

10

11.ຊ່ອງ​ນ້ອຍ​ໆກາງ​ຕຶກ​ໃຫຍ່​ຂອງ​ ນະຄອນ ​ວໍ​ຊໍ ໃນ​ໂປ​ແລນເປັນ​ທີ່​ຕັ້ງ​ຂອງ​ເຮືອນ​ສິລະປິນ​ຄົນ​ໜຶ່ງ​ທີ່​ຕັ້ງ​ໃຈ​ຈະ​ໃຊ້​ສະຖານ​ທີ່​ແຫ່ງ​ນີ້​ເປັນ​ອະນຸສອນ​ສະຖານ​ໃຫ້​ກັບ​ພໍ່ແມ່​ຂອງ​ລາວທີ່​ຕາຍ​ຈາກ​ໄປ​ໃນ​ໂຮ​ໂລກ​ອສ

11

12.ສ່ວນແກ​ລີຈາງຜູ້​ອອກ​ແບບ​ຊາວ​ຮົງ​ກົງ​ກໍ​ກຳ​ລັງ​ນອນ​ຢູ່​ເທິງ​ເປ​ໃນ​ອາພາລ​ເມັ້ນທີ່​ມີ​ຄວາມ​ກວ້າງ​ປະ​ມານ 30 ຕາ​ລາງ​ແມັດ ພ້ອມ​ກັບ​ປ່ຽນ​ຝາ​ໃຫ້​ກາຍ​ເປັນ​ທີ່​ເຊື່ອງສິ່ງ​ຂອງ​ຕ່າງໆທີ່​ໃຊ້​ໃນ​ຊີວິດ​ປະຈຳ​ວັນ

12

13.ສຳລັບ​ເຮືອນ​ໃນ​ລັດ​ເຊຍ​ຫລັງ​ນີ້ກໍ​ເປັນ​ທັງ​ທີ່​ຢູ່​ອາໄສ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວ​ໄປ​ພ້ອມໆກັນແລະ​ແນ່ນອນ​ວ່າ​ສິ່ງ​ຂອງ​ພາຍ​ໃນ​ເຮືອນກໍ​ກັບ​ຫົວ​ກັບ​ຫາງ​ຢ່າງ​ທີ່​ເຫັນ​ແບບ​ນີ້​ນໍາອີກ

13

14.ພູເຂົາ​ຫີນ​ຊາຍ​ທີ່​ຖືກ​ຄົ້ນ​ພົບ​ເມື່ອ35ປີ​ກ່ອນໃກ້​ກັບ​ອຸດ​ຍານ​ແຫ່ງ​ຊາດ​ແຄນ​ຍອນ​ແລນ ສະ​ຫະລັດ​ອະ​ເມລິ​ກາກ່ອນທີ່ຈະ​ຖືກ​ສ້າງ​ເປັນ​ຫ້ອງ​ຕ່າງໆພ້ອມ​ກັບ​ບ່ອນເກັບ​ເຄື່ອງ

14

15.ອ່າງ​ຈາ​ກຸດ​ຊີ​ຂອງ​ເຮືອນ​ທີ່​ສ້າງ​ຂຶ້ນ​ຈາກ​ນ້ຳ​ກ້ອນກວ່າ1, 000ກ້ອນໃນ​ປີ 2005 ພ້ອມ​ດ້ວຍ​​ເ​ເຄື່ອງ​ໃຊ້​ຕ່າງໆເຟີນິເຈີແລະ​ຂອງ​ຕົກ​ແຕ່ງ​ທີ່​ສ້າງ​ຂຶ້ນ​ຈາກ​ນ້ຳ​ແຂງ​ທັງ​ໝົດ​ເຊັ່ນ​ດຽວ​ກັນຈັດ​ວ່າ​ເປັນ​ຂອງ​ແຕ່ງ​ເຮືອນ​ທີ່​ແຕກ​ຕ່າງ​ແບບໂກ້ໆ

15

16.ບ້ານ​ໂດມ​ເກືອບ70ຫລັງທີ່​ສ້າງ​ຂຶ້ນ​ເພື່ອ​ມອບ​ໃຫ້​ແກ່​ຜູ້​ທີ່​ສູນ​ເສຍ​ເຮືອນ​ຈາກ​ເຫດ​ແຜ່ນດິນ​ໄຫວ​ໃນ​ອິນ​ໂດ​ເນເຊຍ​ໃຊ້​ເປັນ​ທີ່​ຢູ່​ອາໄສຈັດ​ເປັນ​ເຮືອນ​ຊົງ​ແປກ​ຕາແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນແລະ​ຄວາມ​ເຫັນ​ເອິກ​ເຫັນ​ໃຈ​ຢູ່ໃນ​ນັ້ນ

16

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...