spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຖ້າກິນກ້ວຍທຸກມື້ໃຫ້ຫຍັງກັບຮ່າງກາຍແນ່

ຖ້າກິນກ້ວຍທຸກມື້ໃຫ້ຫຍັງກັບຮ່າງກາຍແນ່

Published on

banana1_2

ຖ້າ​ຕ້ອງ​ການ​ໃຫ້​ລະ​ດັບ​ພະລັງ​ງານ​ທີ່​ຜ່ອນຜັນ​ລົງ​ນັ້ນກັບ​ຄືນ​ມາ​ຢ່າງ​ວ່ອງໄວບໍ່​ມີ​ອາຫານ​ວ່າງ​ໃດດີ​ໄປ​ກວ່າກ້ວຍເພາະ​ກ້ວຍ​ນັ້ນ​ອຸດົມ​ໄປ​ດ້ວຍ​ນ້ຳ​ຕານ​ທຳມະຊາດ3ຊະນິດຄື:ຊູ​ໂຄດ ຟຮັກ​ໂທສແລະກູ​ໂຄດລວມ​ກັບ​ເສັ້ນ​ໃຍແລະ​ກາກ​ອາຫານກ້ວຍ​ຈະ​ຊ່ວຍ​ເສີມ​ພະລັງ​ງານ​ໃຫ້​ກັບ​ຮ່າງກາຍ​ທັນ​ທີ​

ຈາກ​ງານ​ວິ​ໄຈ​ພົບ​ວ່າກິນ​ກ້ວຍ​ພຽງແຕ່2ໜ່ວຍກໍ​ສາມາດ​ເພີ່ມ​ພະລັງ​ງານ​ໃຫ້​ຢ່າງ​ພຽງ​ພໍ​ກັບ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ເຕັມ​ທີ່​ໄດ້​ດົນ​ເຖິງ90ນາ​ທີຈຶ່ງ​ບໍ່​ໜ້າ​ແປກ​ໃຈທີ່​ກ້ວຍເປັນ​ຫມາກໄມ້​ອັນ​ດັບ​ໜຶ່ງ​ຂອງ​ນັກ​ກິລາ​ຊັ້ນ​ນຳ​ລະ​ດັບ​ໂລກບໍ່ແມ່ນ​ພຽງ​ແຕ່ເພີ່ມ​ພະລັງ​ງານ​ເທົ່າ​ນັ້ນ ຍັງ​ຊ່ວຍ​ເອົາ​ຊະນະ​ແລະ​ປ້ອງ​ກັນ​ພະຍາດ​ຕ່າງໆທີ່​ຈະ​ເກີດ​ກັບ​ຮ່າງກາຍ​ໄດ້​ອີກ​ຫລາຍ​ພະຍາດຈຶ່ງ​ຄວນກິນ​ທຸກ​ມື້

ປະໂຫຍດ​ທາ​ງສະມຸນ​ໄພ​ຂອງກ້ວຍ,ມີ​ຫຍັງ​ແນ່ມາ​ເບິ່ງ​ກັນ​ເລີຍ
1.ພະຍາດ​ເລືອດ​ຈາງໃນ​ກ້ວຍ​ມີ​ທາດ​ເຫລັກ​ສູງຈະ​ເປັນ​ຕົວ​ຊ່ວຍ​ກະຕຸ້ນ​ການ​ຜະລິດຮີ​ໂມ​ໂກ​ບິນ​ໃນ​ເລືອດແລະ​ຈະ​ຊ່ວຍ​ໃນ​ກໍລະນີ​ທີ່​ມີ​ສະພາ​ວະ​ຂາດ​ກຳ​ລັງໃຫ້​ກັບ​ມາ​ມີ​ກຳ​ລັງ
2.ພະຍາດ​ຄວາມ​ດັນ​ເລືອດ​ສູງກ້ວຍ​ມີ​ທາດ​ໂພ​ແທດ​ຊຽມ​ສູງ​ສຸດແຕ່​ມີ​ປະລິມານ​ເກືອ​ຕ່ຳ ເຮັດ​ໃຫ້ເປັນ​ອາຫານ​ທີ່​ສົມບູນ​ແບບ​ທີ່ສຸດທີ່​ຈະ​ຊ່ວຍ​ປິ່ນປົວ​ຄວາມ​ດັນ​ເລືອດອ.ຍຂອ​ງອາ​ເມ​ລິ​ກາຍອມ​ໃຫ້​ອຸດສາຫະກຳ​ການ​ປູກ​ກ້ວຍສາມາດ​ໂຄສະນາ​ໄດ້​ວ່າກ້ວຍເປັນ​ຫມາກໄມ້​ພິເສດຊ່ວຍຫ​ລຸດ​ອັນຕະລາຍ​ອັນ​ເກີດເລື່ອງ​ຄວາມ​ດັນ​ເລືອດຫລືພະຍາດ​ເສັ້ນ​ເລືອດ​ຝອຍ​ແຕກ
3.ກຳ​ລັງ​ສະ​ໝອງນັກ​ຮຽນ200ຄົນທີ່​ໂຮງຮຽນTwickenhamໄດ້ຮັບ​ຜົນດີີ​ຈາກ​ການ​ສອບ​ຕະຫລອດ​ປີ​ນີ້ດ້ວຍ​ການ​ກິນກ້ວຍໃນ​ຄາບ​ອາຫານ​ເຊົ້າ,ຕອນ​ພັກແລະ​ຄາບອາຫານ​ກາງເວັນ​ທຸກ​ມື້ເພື່ອ​ຊ່ວຍ​ສົ່ງ​ເສີມ​ກຳ​ລັງ​ຂອງ​ສະຫມອງ​ໃນ​​ພວກເຂົາຈາກ​ງານ​ວິ​ໄຈ​ສະແດງ​ໃຫ້​ເຫັນ​ວ່າປະລິມານ​ໂພ​ແທດ​ຊຽມ​ທີ່​ມີ​ຢູ່​ເຕັມ​ໃນ​ກ້ວຍສາມາດ​ຊ່ວຍ​ໃຫ້​ນັກ​ຮຽນ​ມີ​ຄວາມ​ຕື່ນ​ໂຕໃນ​ການ​ຮຽນ​ຫລາຍ​ຂຶ້ນ
4. ພະຍາດ​ທ້ອງ​ອືດປະລິມານ​ເສັ້ນ​ໃຍ​ແລະ​ກາກ​ອາຫານ​ໃນ​ກ້ວຍຊ່ວຍ​ໃຫ້​ການ​ຂັບ​ຖ່າຍ​ເປັນ​ປົກຕິແລະ​ຍັງ​ຊ່ວຍ​ແກ້​ບັນຫາ​ພະຍາດ​ທ້ອງ​ອືດ​ໂດຍ​ບໍ່​ຕ້ອງ​ກິນ​ຢາ​ຖ່າຍ​ເລີຍ
5.ພະຍາດ​ຊຶມ​ເສົ້າຈາກ​ການ​ສຳ​ຫລວດ​ໄວໆ​ນີ້ໃນ​ຈຳນວນ​ຜູ້​ທີ່​ມີ​ຄວາມ​ທຸກ​ເກີດ​ຈາກ​ຄວາມ​ຊຶມ​ເສົ້າ​ຫລາຍ​ຄົນຈະ​ມີ​ຄວາມ​ຮູ້ສຶກ​ທີ່​ດີ​ຂຶ້ນ​ຫລາຍຫລັງ​ຈາກການ​ກິນ​ກ້ວຍເພາະ​ມີ​ໂປ​ຕີນ​ຊະນິດ​ທີ່​ເອີ້ນວ່າTry Potophanເມື່ອ​ສານ​ນີ້​ເຂົ້າໄປ​ໃນ​ຮ່າງກາຍຈະ​ຖືກ​ປ່ຽນ​ເປັນSerotionin ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ວ່າເປັນ​ຕົວ​ຊ່ວຍ​ຜ່ອນ​ຄາຍປັບປຸງ​ອາລົມ​ໃຫ້​ດີ​ຂຶ້ນ​ໄດ້ຄື​ເຮັດໃຫ້​ເຮົາ​ຮູ້ສຶກ​ມີ​ຄວາມ​ສຸກ​ຫລາຍ​ຂຶ້ນ

6.ອາການ​ເມົາ​ຄ້າງວິທີ​ທີ່​ໄວ​ທີ່ສຸດ​ທີ່​ຈະ​ແກ້​ອາການ​ເມົາ​ຄ້າງຄືການ​ດື່ມ​ກ້ວຍ​ປັ່ນ​ກັບ​ນົມ​ແລະ​ນ້ຳເ​ຜິ້ງກ້ວຍ​ຈະ​ເຮັດໃຫ້​ກະເພາະ​ຂອງ​ເຮົາ​ສະຫງົບ​ລົງສ່ວນ​ນ້ຳ​ເຜິ້ງຈະ​ເປັນ​ຕົວ​ຊ່ວຍ​ໜຸນ​ເສີມ​ປະລິມານ​ນ້ຳ​ຕານ​ໃນ​ເສັ້ນ​ເລືອດ​ທີ່​ໝົດ​ໄປໃນ​ຂະນະ​ທີ່ນົມກໍ​ຊ່ວຍ​ປັບ​ລະ​ດັບ​ຂອງ​ແຫລວ​ໃນ​ຮ່າງກາຍ​
7.ອາການ​ສຽດ​ທ້ອງກ້ວຍ​ມີ​ສານຫ​ລຸດ​ກົດ​ຕາມ​ທຳມະຊາດ​ທີ່​ມີ​ຜົນ​ຕໍ່​ຮ່າງກາຍ​ຂອງ​ເຮົາ ຖ້າ​ມີ​ບັນຫາ​ກ່ຽວກັບ​ອາການ​ສຽດ​ທ້ອງລອງ​ກິນ​ກ້ວຍ​​ຈະ​ຮູ້ສຶກ​ຜ່ອນ​ຄາຍ​ຈາກ​ອາການ​ສຽດ​ທ້ອງ​ໄດ້
8.ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃນ​ຕອນ​ເຊົ້າການ​ກິນ​ກ້ວຍເປັນ​ອາຫານ​ວ່າງ​ລະຫວ່າງ​ມື້​ອາຫານ ຈະ​ປິ່ນປົວ​ລະ​ດັບ​ນ້ຳ​ຕານ​ໃນ​ເສັ້ນ​ເລືອດ​ໃຫ້​ຄົງ​ທີ່ເພື່ອ​ຫລີກ​ລ້ຽງ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃນ​ຕອນ​ເຊົ້າ
9.ຍຸງ​ກັດກ່ອນ​ໃຊ້​ຄີມ​ທາ​ແກ້​ຍຸງ​ກັດລອງ​ໃຊ້​ດ້ານ​ໃນ​ຂອງ​ເປືອກ​ກ້ວຍທາ​ບໍລິເວນ​ທີ່​ຖືກ​ຍຸງ​ກັດມີ​ຫລາຍ​ຄົນ​ພົບ​ເລື່ອງ​ມະຫັດສະຈັນ​ວ່າເປືອກ​ກ້ວຍສາມາດ​ແກ້​ເມັດ​ຜື່ນ​ຄັນ​ທີ່​ເກີດ​ຈາກ​ຍຸງ​ກັດ​ໄດ້
10.ລະບົບ​ປະ​ສາດໃນ​ກ້ວຍມີ​ວິ​ຕາ​ມິນ​ບີ​ສູງ​ຫລາຍຊ່ວຍ​ເຮັດໃຫ້​ລະບົບ​ປະສາດ​ສະຫງົບ​ລົງ​ໄດ້ພະຍາດ​ນ້ຳ​ໜັກ​ກາຍແລະ​ພະຍາດ​ທີ່​ເກີດ​ໃນ​ທີ່​ເຮັດວຽກຈາກ​ການສຶກສາ​ຂອ​ງສະ​ຖາ​ບັນ​ຈິດ​ວິທະຍາ​ໃນ​ອົດສະຕາລີ​ພົບ​ວ່າ:ຄວາມ​ກົດ​ດັນ​ໃນ​ທີ່​ເຮັດວຽກເປັນ​ເຫດ​ນຳ​ໄປ​ສູ່​ການ​ກິນ​ແບບຈຸບຈິບເຊັ່ນ:ອາຫານ​ຈຳ​ພວກ​ຊັອກ​ໂກ​ແລດແລະ​ອາຫານ​ປະ​ເພດ​ຈືນກອບ​ຕ່າງໆນັກ​ວິ​ໄຈ​ພົບ​ວ່າສ່ວນ​ໃຫຍ່​ເປັນ​ພະຍາດ​ຕຸ້ຍຫລາຍ​ເກີນ​ໄປແລະ​ສ່ວນ​ໃຫຍ່​ເຮັດວຽກ​ພາຍໃຕ້​ຄວາມ​ກົດ​ດັນ​ສູງ​ຫລາຍເພື່ອ​ຫລີກ​ລ້ຽງ​ການ​ຕື່ນໂຕແລະ​ນຳ​ໄປ​ສູ່​ການ​ກິນ​ອາຫານ​ແບບ​ບ້າ​ເຮົາ​ຈຶ່ງ​ຕ້ອງ​ຄວບ​ຄຸມ​ປະລິມານ​ນ້ຳ​ຕານ​ໃນ​ເລືອດດ້ວຍ​ການ​ກິນ​ອາຫານ​ວ່າງ​ທີ່​ມີ​ປະລິມານ​ຄາລ​ໂບ​ໄຮ​ເດ​ດ​ສູງເຊັ່ນ:ກິນ​ກ້ວຍ​ທຸກ2ຊົ່ວ​ໂມງເພື່ອ​ປິ່ນປົວ​ປະລິມານ​ນ້ຳ​ຕານ​ໃຫ້​ຄົງ​ທີ່​ຕະຫລອດ​ເວລາບໍ່​ຕ້ອງ​ຄຳ​ນຶງ​ເຖິງ​ເລື່ອງ​ຢາການ​ກິນ​ກ້ວຍ​ທີ່​ມີ​ວິ​ຕາ​ມິນ​ບີ6ຊຶ່ງ​ປະກອບ​ດ້ວຍສານ​ຄວບ​ຄຸມ​ລະ​ດັບ​ກູ​ໂຄດ​ທີ່​ສາມາດ​ມີ​ຜົນ​ຕໍ່​ອາລົມ​ໄດ້

11.ພະຍາດ​ລຳ​ໄສ້​ເປັນ​ບາດແຜກ້ວຍ​ເປັນ​ອາຫານ​ທີ່​ແພດ​ໃຊ້​ຄວບ​ຄຸມ​ເພື່ອ​ຕ້ານ​ການ​ເກີດ​ພະຍາດ​ລຳ​ໄສ້​ເປັນ​ບາດແຜເພາະ​ຊີ້ນ​ຂອງ​ກ້ວຍມີ​ຄວາມ​ອ່ອນ​ອ່ອນ​ພໍ​ດີເປັນ​ຫມາກໄມ້​ຊະນິດ​ດຽວ​ທີ່​ກິນໄດ້​ງ່າຍໆບໍ່​ຫຍຸ້ງຍາກ​ສຳລັບ​ຜູ້​ທີ່​ມີ​ບັນຫາ​ເລື່ອງ​ພະຍາດ​ລຳ​ໄສ້​ຊໍ້າເຮື້ອແລະ​ກ້ວຍ​ຍັງມີ​ສະພາບ​ເປັນ​ກາງ​ບໍ່​ເປັນ​ກົດເຮັດໃຫ້​ຫລຸດ​ການ​ລະ​ຄາຍ​ເຄືອງແລະ​ຍັງ​ໄປ​ເຄືອບ​ຝາ​ລຳ​ໄສ້ແລະ​ກະເພາະ​ອາຫານ​ນໍາອີກ
12.ຊ່ວຍ​ຄວບ​ຄຸມ​ອຸນຫະພູມ​ຂອງ​ຮ່າງ​ກາຍໃນ​ວັດທະນະທຳ​ຂອງ​ຫລາຍ​ແຫ່ງ​ເຫັນ​ວ່າ ກ້ວຍ​ຄື​ຫມາກໄມ້​ທີ່​ສາມາດ​ເຮັດໃຫ້​ອຸນຫະພູມ​ເຢັນ​ລົງ​ໄດ້​ທັງ​ທາງ​ຮ່າງກາຍແລະ​ຈິດ​ໃຈ ໂດຍ​ສະເພາະ​ອຸນຫະພູມ​ຂອງ​ອາລົມ​ຂອງ​ຄົົນທີ່​ເປັນ​ແມ່​ທີ່​ມັກ​ຄາດ​ຫວັງ

13.ຫລຸດ​ຄວາມ​ຢາກ​ສູບ​ຢາສຳລັບ​ທ່ານ​ທີ່​ຕ້ອງ​ການ​ສູບຢາກ້ວຍ​ຫອມ​ອາດ​ຊ່ວຍ​ທ່ານ​ໄດ້ ເພາະ​ມີ​ວິ​ຕາ​ມິນB6, B12ໂພ​ແທດ​ຊຽມແລະ​ແມກ​ນີ​ຊຽມທີ່​ມີ​ຢູ່​ຫລາຍຈະ​ຊ່ວຍ​ໃຫ້​ຮ່າງກາຍ​ຟື້ນ​ໂຕໄວ​ຈາກ​ການ​ຂາດ​ສານ​ນິ​ໂຄ​ຕິນ
14.ຄວາມ​ສັບ​ສົນ​ຂອງ​ອາລົມ​ເປັນ​ຊົ່ວຄາວກ້ວຍ​ສາມາດ​ຊ່ວຍ​ໃນ​ເລື່ອງ​ຂອງ​ອາລົມ​ແລະ​ຄວາມ​ສັບ​ສົນ​ໄດ້ເພາະ​ໃນ​ກ້ວຍ​ມີ​ສານ​ຕາມ​ທຳມະຊາດTry Potophanເຮັດໃຫ້​ອາລົມດີ
15.ຄວາມ​ຄຽດໂພ​ແທດ​ຊຽມ​ເປັນ​ສານ​ອາຫານ​ສຳຄັນທີ່​ຊ່ວຍ​ໃຫ້​ການ​ເຕັ້ນ​ຂອງ​ຫົວ​ໃຈ​ເປັນ​ປົກກະຕິການ​ສົ່ງ​ອອກ​ຊິ​ເຈນ​ໄປ​ຫາ​ສະຫມອງແລະ​ປັບ​ລະ​ດັບ​ນ້ຳ​ໃນ​ຮ່າງກາຍເວລາ​ເກີດ​ອາລົມ​ຄຽດອັດຕາMetabolicໃນ​ຮ່າງກາຍ​ຂອງ​ເຮົາ​ຈະ​ສູງ​ຂຶ້ນແລະ​ເຮັດໃຫ້​ລະ​ດັບ​ໂພ​ແທດ​ຊຽມທີ່​ມີ​ຢູ່ໃນ​ຮ່າງກາຍ​ຂອງ​ເຮົາ​ຫລຸດລົງແຕ່​ໂພ​ແທດ​ຊຽມ​ທີ່​ມີ​ຢູ່​ສູງ​ຫລາຍ​ໃນ​ກ້ວຍຈະ​ເຮັດໃຫ້​ເກີດ​ຄວາມ​ສົມ​ດຸນ
16.ເສັ້ນ​ເລືອດ​ຝອຍ​ແຕກຈາກ​ການ​ວິ​ໄຈ​ທີ່​ລົງ​ໃນ​ວາລະ​ສານ“The New England Jounal of Medicine”ການ​ກິນ​ກ້ວຍ​ເປັນ​ປະຈຳ​ສາມາດ​ຫລຸດ​ອັນຕະລາຍ​ທີ່​ເກີດ​ກັບ​ເສັ້ນ​ເລືອດ​ແຕກ​ໄດ້​ເຖິງ 40 %

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...