Homeຄວາມງາມແຜ່ນ​ມາສ໌​​ບຳ​ລຸງ​ຜິວ​ແຕ່​ລະ​ແບບ

ແຜ່ນ​ມາສ໌​​ບຳ​ລຸງ​ຜິວ​ແຕ່​ລະ​ແບບ

Published on

01

      ແຜ່ນ​ມາສ໌ ຊ່ວຍ​ບຳ​ລຸງ​ຜິວງ່າຍໆທີ່​ຮອດ​ຮິດ​ທີ່ສຸດ​ໃນ​ເກົາ​ຫລີ ລວມ​ທັງ​ໃນ​ບ້ານເຮົານຳເພາະ​ມື້​ໃດ​ທີ່​ເໜື່ອຍ​ລ້າ​ແລະ​ແສນ​ຈະ​ຂີ້ຄ້ານ ກໍ​ພຽງຈັບ​ແຜ່ນ​ມາສ໌​ເຢັນ​ໆອອກ​ມາ​ຈາກ​ຕູ້​ເຢັນແລ້ວ​ນຳ​ມາ​ມາສ໌​ໃຫ້​ສານ​ບຳ​ລຸງ​ໃນ​ແຜ່ນ​ມາສ໌​​ຊຶມ​ລົງ​ສູ່​ຜິວ​ໄປ​ເລື່ອຍ​ໆງ່າຍໆ ເທົ່າ​ນີ້​ກໍ​ຈະ​ໄດ້​ຜິວ​ງາມ​ໃສ​ ແຜ່ນມາກຍັງ​ມີຫລາຍແບບ​ໃຫ້​ເລືອກ​
–ແຜ່ນ​ມາສ໌​ໜ້າ ​ແບບ​ສາວ​ເກົາ​ຫລີ​ມີ​ຫລາຍ​ແບບ​ຫລາຍ​ສູດ​ໃຫ້​ເລືອກ​ໃຊ້ ຈົນ​ບາງ​ທີ​ຈົນ​ເລືອກ​ບໍ່​ຖືກແຕ່​ແຜ່ນ​ມາສ໌​ກ​ຂອງ​ເກົາ​ຫລີ​ສ່ວນ​ໃຫຍ່​ຈະ​ປະສົມ​ສານ​ບຳ​ລຸງ​ຜິວ​ຈາກ​ທຳມະຊາດ ຢ່າ​ງສະ​ມຸນ​ໄພ​ໂສມ ​ຂອງ​ເກົາ​ຫລີ ແລະ​ ພືດ​ຊະນິດ​ອື່ນ​ອີກ​ຫລວງຫລາຍ​ທີ່​ມີ​ປະໂຫຍດ​ຕໍ່​ຜິວ ເວລາ​ວາງ​ແຜ່ນ​ມາສ໌​ລົງໄປ​ເທິງ​ໜ້າ​ແລ້ວ ໃຫ້​ປະໄວ້​ປະມານ5-10 ນາ​ທີຈາກ​ນັ້ນ​ເມື່ອ​ນຳ​ແຜ່ນ​ມາສ໌​​ອອກ​ແລ້ວ​ຢ່າ​ຟ້າວ​​ລ້າງ​ໜ້າ​ທັນ​ທີແຕ່​ໃຫ້​ນວດ​ຜິວ​ໜ້າ​ເບົາໆ ເພື່ອ​ໃຫ້​ສານ​ບຳ​ລຸງ​ທີ່​ຢູ່​ເທິງ​ໃບ​ໜ້າ​ໃຫ້​ຊຶມ​ຊາບ​ລົງ​ສູ່​ຜິວ​ໃຫ້​ໝົດຈະ​ເຮັດ 2 ຄັ້ງ​ຕໍ່​ອາທິດ ​ຫລື ​ມື້​ເວັ້ນ​ມື້​ກໍ​ໄດ້​
-ແຜ່ນ​ມາສ໌​ກ້ອງຕາ ຄົນ​ເຮັດວຽກ​ໜັກ​ຈົນ​ນອນ​ດຶກ​ ຈົນ​ກ້ອງ​ຕາ​ຄ້ຳ​ເປັນ​ໝີ​ແພນ​ດ້າ ກໍ​ຄວນ​ບຳ​ລຸງ​ຮອບ​ດວງ​ຕາ​ດ້ວຍ​ແຜ່ນ​ມາສ໌​​ ແຕ່​ບໍ່​ຕ້ອງ​ສົງ​ໄສ​ວ່າ​ຈະ​ເອົາ​ມາສ໌​​ໜ້າ​ມາ​ມາສ໌​ກ​ກ້ອງ​ຕາ​ໄດ້​ແນວໃດ ເພາະ​ດ໋ຽວ​ນີ້​ມີ​ແຜ່ນ​ມາສ໌​​ສຳຫຣັບກ້ອງ​ຕາ ທີ່​ມີ​ຄວາມ​ໂຄ້ງ​ຮັບ​ກັບ​ຮູບ​ດວງ​ຕາ​ມາ​ຂາຍ​ໂດຍ​ສະເພາະ ລອງ​ເລືອກ​ມາ​ໃຊ້​ເພື່ອ​ປັບ​ໃຫ້​ຜິວ​ຮອບ​ດວງ​ຕາ​ສົດ​ໃສ​ຂາດ​ຄວາມ​ໝອງ​ຄ້ຳ​ກັນ​
-ແຜ່ນ​ມາສ໌​ປາກ ຫາກ​ຕ້ອງ​ການ​ມີ​ຮີມສົບ​​ນຸ່ມ​ຊຸ່ມ​ຊື້ນ​ໜ້າ​ສຳພັດ ພຽງທາ​ລິບ​ບາລ໌​ມ​ບຳ​ລຸງ​ຢ່າງ​ດຽວ​ຄົງ​ບໍ່​ພໍ ແຕ່​ຄວນ​ໃຊ້​ແຜ່ນ​ມາສ໌​ສຳຫລັບ​ປາກ​ໂດຍ​ສະເພາະ ມາສ໌​​ປາກ​ປະ​ໄວ້​ປະມານ 15-20 ນາ​ທີພຽງ​ເທົ່າ​ນີ້​ຄວາມ​ແຫ້ງ​ກ້ານ​ຂອງ​ຮິມ​ສົບ​ທີ່​ມີ​ກໍ​ຈະ​ໝົດ​ໄປ ກັບ​ກາຍ​ເປັນ​ໄດ້​ຮິມສົບ​ປາກ​ຊຸ່ມ​ຊື້ນ​ມາ​ແທນ

-ແຜ່ນ​ມາສ໌​​ບຳ​ລຸງ​ເລັບ ເຖິງວ່າ​ເລັບ​ຈະ​ເປັນ​ສ່ວນ​ທີ່​ຄົນ​ພາຍນອກ​ບໍ່​ໄດ້​ສັງເກດ​ເທົ່າໃດ ແຕ່​ເລັບ​ທີ່​ແຫ້ງ​​ບໍ່​ໄດ້ຮັບ​ການ​ບຳ​ລຸງ​ກໍ​ອາດ​ເຮັດໃຫ້​ຄົນ​ອື່ນ​ຄິດວ່າ​ເຈົ້າ​ເຖົ້າກວ່າ​ໄວ​ໄດ້​ ທາງ​ທີ່​ດີ​ມາ​ມາສ໌​​ບຳ​ລຸງ​ເລັບ​ແບບ​ສາວ​ເກົາ​ຫລີ​ກັນ​ ໂດຍ​ມາສ໌​​ເຫລັບ​ຈະ​ມາ​ໃນ​ແບບ​ຄ້າຍ​ຖົງ​ມື ໃຫ້​ເຈົ້າ​ສອດ​ນິ້ວ​ເຂົ້າໄປ​ໄດ້​ເລີຍ​ແລ້ວ​ປະ​ເອົາ​ໄວ້ ສານ​ບຳ​ລຸງ​ຈະ​ຊ່ວຍ​ໃຫ້​ເລັບ​ທີ່​ແຫ້ງ​ກັບ​ຊຸ່ມ​ຊື້ນ​ໃນ​ພິບ​ຕາ ຫາກ​​ຂີ້ຄ້ານ​ພົກ​ພາຄີມ​ທາ​ມື​ໃຫ້​ຫຍຸ້ງຍາກກໍ​ໃຊ້​ວິທີ​ນີ້​ຄັກ​ຫລາຍ​
-ແຜ່ນ​ມາສ໌​ອົບ​ດວງ​ຕາ ເມື່ອ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ ຜູ້​ຍິງຫລາຍ​ຄົນ​ອາດ​ກັງ​ວົນ​ວ່າ​ຈະ​ເກີດ​ຣິ້ວ​ຮອຍ​ຮອບ​ດວງ​ຕາ​ກັນ​ແລ້ວ​ ສະ​ນັ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຮິ້ວ​ຮອຍ​ເຫລົ່າ​ນັ້ນ​ ໃຫ້​ມາສ໌​ອົບ​ດວງ​ຕາ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຕໍ່​ຕ້າ​ນອະ​ນຸ​ມູນ​ອິດສະຫລະ​ມາ​ມາສ໌​ ຈະ​ຊ່ວຍ​ເຮັດໃຫ້​ດວງ​ຕາ​ຂອງ​ຊຸ່ມ​ຊື້ນ​ສົດ​ໃສ​ຂາດ​ຣິ້ວ​ຮອຍ​ຫລາຍ​ ບໍ່​ແປກ​ໃຈ​ເລີຍ​ທີ່​ສາວ​ເກົາ​ຫລີ​ຫລາຍ​ຄົນ​ເບິ່ງ​ໜ້າ​ອ່ອນ​ກວ່າ​ໄວ ເພາະ​ກ້ອງຕາ​ພວກ​ເຂົາ​ບໍ່​ມີ​ຣິ້ວ​ຮອຍ​ນີ້​ເອງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...