Homeຄວາມງາມວິທີ​ເບິ່ງແຍງ​ຜົມ​ໃນລະດູຝົນ ກັບ 5 ວິທີ​ຮັບ​ມື​ງ່າຍໆ

ວິທີ​ເບິ່ງແຍງ​ຜົມ​ໃນລະດູຝົນ ກັບ 5 ວິທີ​ຮັບ​ມື​ງ່າຍໆ

Published on

1
ວິທີ​ເບິ່ງແຍງ​ຜົມ​ໃນລະດູຝົນ ຖື​ເປັນ​ເລື່ອງ​ສຳຄັນ​ສຳລັບ​ຜູ້ຍິງ ຖ້າ​ຫາກ​ສາວໆຄົນ​ໃດ​ບໍ່​ຢາກ​ໃຫ້​ຜົມ​ສວຍງາມຕ້ອງ​ກາຍ​ເປັນ​ຜົມ​ຍຸ້ງໆຟູ​ໃນ​ຊ່ວງ​ລະດູ​ຝົນ​ແບບ​ນີ້ ຮີບ​ເອົາ​ເຄັດ​ລັບ​ທີ່​ເອົາ​ມາ​ຝາກ ໄປ​ເບິ່ງແຍງ​ຜົມ​ງາມ​ຮັບ​ໜ້າ​ຝົນ​ກັນ​
ໃນ​ຊ່ວງ​ໜ້າ​ຝົນ​ແບບ​ນີ້ ສາວໆຫລາຍ​ຄົນ​ຕ້ອງ​ຜະເຊີນ​ກັບ​ເມັດ​ຝົນ​ທີ່​ຕົກ​ລົງ​ມາ​ເກືອບ​ບໍ່​ເວັ້ນ​ແຕ່​ລະ​ມື້ ເຮັດໃຫ້​ຊົງ​ຜົມ​ອັນສວຍງາມ ທີ່​ເຮັດກ່ອນ​ອອກຈາກ​ເຮືອນ​ມາ​ເປັນ​ຢ່າງ​ດີ​ຕ້ອງ​ຍຸ້ງ​​ໄປ​ກັບ​ສາຍ​ຝົນແລະ​ທີ່​ຮ້າຍ​ໄປ​ກວ່າ​ນັ້ນ​ກໍ​ຄື​ຜົມ​ອັບ​ຊື້ນ ອັນ​ເປັນ​ສາ​ເຫດ​ໃຫ້​ເກີດ​ອາການ​ຄັນ ເຊື້ອ​ລາ​ເທິງ​ໜັງ​ຫົວ ແລະ​ ລັງ​ແຄ ລວມ​ໄປ​ເຖິງ​ສາລະພັດ​ສິ່ງ​ທີ່​ຈະ​ນຳມາ​ເພາະ​ຝົນ​ ເຫັນ​ແບບ​ນີ້​ແລ້ວ​ສາວໆ ຫລາຍ​ຄົນ​ຍອມ​ບໍ່​ໄດ້ ຈຶ່ງ​ຕ້ອງ​ຫາ​ວິທີ​ເບິ່ງແຍງ​ຜົມ​ຮັບ​ມື​ໜ້າ​ຝົນ​ກັນ​

  1. ເລືອກ​ຊົງ​ຜົມ​ໃຫ້​ເໝາະ​ກັບລະດູ​ຝົນ ລະດູ​ຝົນ​ແບບ​ນີ້ ສຳລັບ​ສາວໆຄົນ​ໃດ​ທີ່​ບໍ່​ຢາກ​ຖືກຝົນ​ແລ້ວ​ຜົມ​ຟູ​ ແນະ​ນຳ​ໃຫ້​ເລືອກ​ເຮັດ​ຊົງ​ຜົມ​ທີ່​ເໝາະ​ສຳລັບ​ລະດູ​ຝົນ​ເຊັ່ນ ຊົງ​ຖັກ​ເປຍ, ມັດຜົມຫາງມ້າ ຫລື​ມັດສູງ​ດີ​ທີ່ສຸດ​ ເພາະ​ເວລາ​ຖືກ​ຝົນ ຜົມ​ກໍ​ຈະ​ຍັງ​ຄົງ​ຢູ່​ຊົງ​ແລະ​ງາມ​​ໄດ້​ຕະຫລອດ​ມື້
  2. ເມື່ອ​ຜົມ​ປຽກ ຕ້ອງ​ເຊັດ​ຜົມ​ໃຫ້​ແຫ້ງ ຫລັງ​ຈາກ​ຖືກຝົນ ເສັ້ນ​ຜົມ​ຈະ​ປຽກ​ແລະ​ເກີດ​ການ​ອັບ​ຊື້ນ ດັ່ງ​ນັ້ນ​ທຸກ​ເທື່ອ​ທີ່​ຖືກ​ຝົນ ຈະ​ຕ້ອງ​ເຊັດ​ຜົມ​ໃຫ້​ແຫ້ງ​ທຸກ​ເທື່ອ ໂດຍ​ຊ່ວງ​ນີ້​ແນະ​ນຳ​ໃຫ້​ມີ​ຜ້າ​ເຊັດ​ໜ້າ​ຫລື​ຜ້າ​ຂົນ​ໜູ​ຜືນ​ນ້ອຍ​ໆຕິດ​ຕົວ​ໄວ້​ຈະ​ດີ​ທີ່ສຸດ​
  3. ສະ​ຜົມ​ທຸກ​ເທື່ອ​ເມື່ອຖືກ​ຝົນ ນ້ຳ​ຝົນ​ທຸກ​ມື້​ນີ້​ມີ​ສິ່ງ​ປົນ​ເປື້ອນ​ຢູ່​ຫລວງຫລາຍ ດັ່ງ​ນັ້ນ​ເມື່ອໃດ​ທີ່ຖືກ​ຝົນກັບ​ຮອດເຮືອນ​ມາ​ສາວໆ ຈະ​ຕ້ອງ​ສະ​ຜົມ​ໃຫ້​ສະ​ອາດ​ທຸກ​ເທື່ອ ເພື່ອ​ລ້າງ​ເອົາ​ສິ່ງ​ສົກກະປົກ​ອອກ​ໄປ ນອກ​ຈາກ​ນີ້​ຍັງ​ຈະ​ຊ່ວຍ​ປ້ອງ​ກັນ​ການ​ເກີດ​ເຊື້ອ​ລາ​ແລະ​ລັງ​ແຄ​ເທິງ​ໜັງ​ຫົວ​ໄດ້​ດ້ວຍ
  4. ບຳ​ລຸງ​ຜົມ​ຢ່າງ​ນ້ອຍ​ອາທິດ​ລະ 1-2 ຄັ້ງ ໜ້າ​ຝົນ​ແບບ​ນີ້ ເສັ້ນ​ຜົມ​ຈະ​ຕ້ອງ​ເຈີ​ກັບ​ຄວາມ​ອັບ​ຊື້ນ​ແລະ​ສິ່ງ​ສົກກະປົກ​ຫລວງຫລາຍ ຊຶ່ງ​ສິ່ງເຫລົ້ານີ້​ເປັນ​ຕົວ​ການ​ສຳຄັນ​ທີ່​ເຮັດໃຫ້​ຜົມ​ເສຍ​ໄດ້​ງ່າຍ ດັ່ງ​ນັ້ນ​ໃນ​ແຕ່​ລະ​ອາທິດ​ສາວໆ ຈຶ່ງ​ຕ້ອງ​ບຳ​ລຸງ​ຜົມ ເພື່ອ​ຟື້ນ​ຟູ​ສະພາບ​ເສັ້ນ​ຜົມ​ໃຫ້​ແຂງ​ແຮງ​ເຊັ່ນ ການ​ໝັກ​ຜົມ​ດ້ວຍ​ສະ​ໝຸນ​ໄພ​ພື້ນ​ບ້ານ​ເຊັ່ນ​ໝາກຂີ້​ກູດ ຫລື​ຈະ​ໃຊ້​ນ້ຳ​ມັນ​ໝັກ​ຜົມ​ທີ່​ມີ​ວາງ​ຂາຍ​ຢູ່​ທົ່ວ​ໄປວິທີ​ນີ້​ຈະ​ຊ່ວຍ​ໃຫ້​ຜົມ​ແຂງ​ແຮງ​ຂຶ້ນແລະ​ສາມາດ​ມີ​ຜົມ​ງາມ​ເງົາ​ງາມ​ໄດ້​ຕະຫລອດ​ໜ້າ​ຝົນ
  5. ບຳ​ລຸງ​ເສັ້ນ​ຜົມ​ຈາກ​ພາຍ​ໃນ ດ້ວຍ​ການ​ຮັບປະທານ​ອາຫານ​ທີ່​ມີ​ປະ​ໂຫຍດ ການ​ຮັບປະທານ​ອາຫານ​ທີ່​ມີ​ປະໂຫຍດ ເປັນ​ອີກ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ບຳ​ລຸງ​ເສັ້ນ​ຜົມ​ໃຫ້​ແຂງ​ແຮງ​ໄດ້​ຈາກ​ພາຍ​ໃນ ໂດຍ​ໃນ​ຊ່ວງ​ໜ້າ​ຝົນ​ນີ້​ໃຫ້​ເນັ້ນ​ຮັບປະທານ​ອາຫານ​ຈຳ​ພວກ​ຜັກ​ແລະ​ຫມາກໄມ້​ທີ່​ມີ​ວິ​ຕາ​ມິນ​ເອ ບີ ຊີ ແລະ​ອີ ເພາະ​ວິ​ຕາ​ມິນ​ເຫລົ່າ​ນີ້​ມີ​ປະໂຫຍດ​ຕໍ່​ເສັ້ນ​ຜົມ​ແລະ​ຈະ​ຊ່ວຍ​ບຳ​ລຸງ​ຜົມ​ໃຫ້​ແຂງ​ແຮງ​ເງົາ​ງາມ​ຂຶ້ນ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...