Homeຂ່າວທ້ອງຖິ່ນແຕ່ງຕັ້ງເລຂາພັກ-ເຈົ້າເມືອງໆລະມາມ ແຂວງເຊກອງ ຜູ້ໃໝ່

ແຕ່ງຕັ້ງເລຂາພັກ-ເຈົ້າເມືອງໆລະມາມ ແຂວງເຊກອງ ຜູ້ໃໝ່

Published on

253

ຂປລ. ການປະກາດແຕ່ງຕັ້ງ ເລຂາພັກເມືອງ, ເຈົ້າເມືອງລະມາມາມ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2015 ນີ້, ໂດຍມີທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກ ແຂວງເຊກອງ, ມີຄະນະປະຈຳ; ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.ໃນພິທີ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການພັກແຂວງ, ຫົວໜ້າ ພະແນກ ພາຍໃນແຂວງ ໄດ້ຜ່ານຄຳສັ່ງ ວ່າດ້ວຍການຍົກຍ້າຍ ພະນັກງານຮັບໜ້າທີ່ໃໝ່ ເຊິ່ງໄດ້ຍົກຍ້າຍທ່ານ ເຫລັກໄຫລ ສີວິໄລ ເລຂາພັກເມືອງ, ເຈົ້າເມືອງລະມາມ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ຂັ້ນແຂວງ ແລະ ຜ່ານມະຕິຕົກລົງ ການແຕ່ງຕັ້ງ ທ່ານ ດຣ ແພງສີ ສີລາວີ ເປັນເລຂາພັກເມືອງລະມາມ, ແຕ່ງຕັ້ງທ່ານ ດຣ ແພງສີ ສີລາວີ ເປັນເຈົ້າເມືອງ ລະມາມຜູ້ໃໝ່.

ໂອກາດນີ້ ທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງເຊກອງ ໄດ້ໃຫ້ກຽດໂອ້ລົມຕໍ່ ເຊິ່ງທ່ານໄດ້ເນັ້ນ ໃຫ້ຜູ້ທີ່ຮັບໜ້າທີ່ໃໝ່ ສືບຕໍ່ເອົາໃຈໃສ່ ຊີ້ນຳວຽກງານການເມືອງ ແນວຄິດພາຍໃນ ໃຫ້ໜັກແໜ້ນ ແລະ ມີຄວາມເປັນເອກະພາບ ພາຍໃນພັກ, ລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມີຫົວຄິດປະດິດສ້າງ ໃນການນຳພາ ປະຊາຊົນ, ຕ້ອງເພີ່ມທະວີ ຄວາມສາມັກຄີ ພາຍໃນຢ່າງແໜ້ນແຟ້ນ, ພ້ອມນີ້ກໍຕ້ອງສືບຕໍ່ ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານທີ່ຍັງຄົງຄ້າງ ແລະ ກຳນົດທິດທາງແຜນການ ເພື່ອພັດທະນາ ເມືອງລະມາມ ໃຫ້ຂະຫຍາຍຕົວ ຂຶ້ນໄປເລື້ອຍ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...