spot_img
Homeຂ່າວການພັດທະນາບໍລິສັດ ຫວຽດນາມ ສຳເລັດການສ້າງ ແລະ ເປີດໃຊ້ ສະໜາມບິນ ອັດຕະປື

ບໍລິສັດ ຫວຽດນາມ ສຳເລັດການສ້າງ ແລະ ເປີດໃຊ້ ສະໜາມບິນ ອັດຕະປື

Published on

ບໍລິສັດເອກະຊົນຫວຽດນາມໄດ້ດຳເນີນການກໍ່ສ້າງສະໜາມບິນສາກົນ ຢູ່ແຂວງອັດຕະປື ສຳເລັດສົມບູນ ແລະ ໄດ້ເປີດໃຊ້ຢ່າງເປັນທາງການແລ້ວ ໂດຍໃຊ້ເງິນລົງທຶນໄປຫຼາຍກວ່າ 36 ລ້ານໂດລາ.

6439DBA1-DA1B-4A8A-8609-E8777BF66622_w640_r1_s

ພິທີການເປີດໃຊ້ສະໜາມບິນສາກົນ ທີ່ແຂວງອັດຕະປືໄດ້ມີຂຶ້ນ ຢ່າງເປັນທາງການໃນທ້າຍເດືອນພຶດສະພາ ທີ່ຜ່ານມາໂດຍມີທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ລາວ ກັບ ທ່ານ ເຈືອງ ເຕິນ ຊາງ ປະທານປະເທດຫວຽດນາມ ເປັນປະທານໃນພິທີຮ່ວມກັນ.

ໂດຍສະໜາມບິນໃໝ່ນີ້ ຕັ້ງຢູ່ຫ່າງຈາກເຂດເທດສະບານແຂວງ ອັດຕະປື 5 ກິໂລແມັດມີທາງແລ່ນຂຶ້ນ ແລະ ລົງຍາວ 1,850 ແມັດ ກວ້າງ 30 ແມັດ ສາມາດຮອງຮັບເຮືອບິນຂະໜາດ 70 ຫາ 100 ບ່ອນນັ່ງ ຊຶ່ງຖືເປັນໂຄງການໄລຍະທີ 1 ສ່ວນໄລຍະທີ 2 ນັ້ນ ຈະຂະຫຍາຍທາງແລ່ນ ໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ 3,000 ແມັດ ເພື່ອໃຫ້ສາມາດຮອງຮັບເຮືອບິນຂະໜາດ 150 ຫາ 250 ບ່ອນນັ່ງ ໂດຍມີກຳນົດກໍ່ສ້າງແລ້ວສຳເລັດ ໃນປີ 2020.

ສະໜາມບິນ ຢູ່ແຂວງອັດຕະປື ດຳເນີນການກໍ່ສ້າງໂດຍກຸ່ມບໍລິສັດ Hoang Anh Gia Lai ຈາກຫວຽດນາມ ທັງເປັນຝ່າຍອອກທຶນກໍ່ສ້າງໃນມູນຄ່າ​ 36.19 ລ້ານໂດລາໃຫ້ກ່ອນ ໂດຍລັດຖະບານລາວ ຈະຕ້ອງຊຳລະຄືນໃນໄລຍະຕໍ່ໄປ ໂດຍສາມາດ ທີ່ຈະຫັກຈາກສ່ວນຜົນປະໂຫຍດທີ່ ລັດຖະບານລາວ ຈະໄດ້ຮັບຈາກກິດຈະການລົງທຶນໃນ ລາວ ຂອງກຸ່ມບໍລິສັດດັ່ງກ່າວນີ້ໄດ້ດ້ວຍ.

ກຸ່ມບໍລິສັດ Hoang Anh Gia Lai ນັບເປັນກຸ່ມຜູ້ລົງທຶນລາຍໃຫຍ່ທີ່ສຸດ ໃນແຂວງອັດຕະປື ໂດຍໄດ້ຮັບສຳປະທານ ທີ່ດິນກວ້າງກວ່າ 25,000 ເຮັກຕາເພື່ອປູກຢາງພາລາ ອ້ອຍ ແລະ ລ້ຽງສັດ ທັງຍັງໄດ້ລົງທຶນສ້າງ ໂຮງງານແປຮູບ ຢາງພາລາ ແລະ ໂຮງງານນ້ຳຕານ ຂະໜາດໃຫຍ່ອີກດ້ວຍ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ທ່ານໄດ້ມີຄຳສັ່ງໄປເຖິງກຸ່ມບໍລິສັດ Hoang Anh Gia Lai ເພື່ອໃຫ້ໂຈະ ການກໍ່ສ້າງສະໜາມບິນແຫ່ງໜຶ່ງ ຢູ່ໃນເຂດເມືອງ ຊຳເໜືອ ແຂວງຫົວພັນ ໄວ້ເປັນການຊົ່ວຄາວ ເພາະໄດ້ຮັບຂໍ້ມູນ ທີ່ໜ້າເຊື່ອຖືໄດ້ວ່າ ການກໍ່ສ້າງສະໜາມບິນ ທີ່ ດຳເນີນການ ໂດຍກຸ່ມບໍລິສັດດັ່ງກ່າວ ນັບແຕ່ກາງປີ 2013 ເປັນຕົ້ນມາ ຍັງບໍ່ໄດ້ມາດຕະຖານ ຕາມແບບແຜນການກໍ່ສ້າງທີ່ກຳນົດ ຈຶ່ງຕ້ອງມີການກວດສອບຢ່າງລະອຽດວ່າ ມີບັນຫາດັ່ງກ່າວ ເກີດຂຶ້ນແທ້ ຫຼື ບໍ່ ດັ່ງທີ່ທ່ານ ບຸນຈັນ ໄດ້ຢືນຢັນວ່າ:

“ໂຄງການກໍ່ສ້າງເດີ່ນບິນ ໜອງຄ່າງ ເປັນບັນຫາທີ່ສຳຄັນ ຂ້າພະເຈົ້າກໍໄດ້ມາເບິ່ງ ກໍໄດ້ເຫັນສະພາບຕົວຈິງ ຈະຕ້ອງໄດ້ເບິ່ງ ເພາະວ່າ ການກໍ່ສ້າງ
ບໍ່ໄປຕາມ ມາດຕະຖານເທັກນິກ ເພາະວ່າ ມາດຕະຖານເທັກນິກ ການກໍ່ສ້າງ ສະໜາມບິນ ເປັນມາດຕະຖານເທັກນິກ ທີ່ຕ້ອງການຄວາມແໜ້ນສູງ.”

27F108F7-C6F1-4C7E-B9F5-1EA35A4375F9_mw1024_s_n

ທັງນີ້ໂດຍລັດຖະບານ ລາວ ໄດ້ຕົກລົງໃຫ້ສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນໃໝ່ 2 ແຫ່ງຢູ່ໃນແຂວງ ຫົວພັນ ແລະ ອັດຕະປື ເມື່ອປີ 2013 ທີ່ຜ່ານມາໂດຍກຸ່ມບໍລິສັດ Hoang Anh Gia Lai ໄດ້ຕົກລົງເປັນຝ່າຍອອກທຶນໃຫ້ກ່ອນທັງ 2 ແຫ່ງ ໃນມູນຄ່າລວມຫຼາຍກວ່າ 110 ລ້ານໂດລາ ໂດຍແບ່ງເປັນການລົງທຶນສ້າງສະໜາມບິນ ຢູ່ແຂວງ ອັດຕະປືໃນມູນຄ່າ 36.19 ລ້ານໂດລາ ແລະ ສະໜາມບິນຢູ່ແຂວງ ຫົວພັນໃນມູນຄ່າ 74 ລ້ານໂດລາ ທີ່ທາງການລາວ ໄດ້ມີຄຳສັ່ງໃຫ້ໂຈະການກໍ່ສ້າງດັ່ງກ່າວ.

ໂດຍສະໜາມບິນແຫ່ງໃໝ່ຂອງ ອັດຕະປື ທີ່ຕັ້ງຢູ່ເທິງເນື້ອທີ່ 165 ເຮັກຕາ ໃນເຂດເມືອງໄຊເສດຖານີ້ເປັນໂຄງການສຳຄັນທີ່ຢູ່ໃນແຜນການພັດທະນາຊາຍແດນ ລະຫວ່າງ ລາວ ກັບ ກຳປູເຈຍ ແລະ ຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດ ຢ່າງຮອບດ້ານ ຊຶ່ງລວມເຖິງພັດທະນາການທ່ອງທ່ຽວ ແລະ ພາກບໍລິການຮ່ວມກັນ ແຕ່ເນື່ອງຈາກວ່າ ລັດຖະບານ ລາວ ຍັງຂາດແຄນງົບປະມານຢ່າງຫຼວງຫຼາຍ ຈຶ່ງຕ້ອງກູ້ຢືມຈາກຫວຽດນາມເປັນຫຼັກ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຫຸ້ນ ຫວຽດນາມທີ່ມີການລົງທຶນທັງໃນ ແລະ ຕ່າງປະເທດ ໂດຍສຳຫລັບໃນ ລາວ ນັ້ນກໍໄດ້ເນັ້ນໜັກ ການລົງທຶນ ໃນດ້ານການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນຜະລິດ ໄຟຟ້າແລະ ອຸດສາຫະກຳ ການແປຮູບໄມ້ ເຊິ່ງຄິດເປັນມູນຄ່າ ການລົງທຶນ ໃນລາວ ລວມກັນຫຼາຍກວ່າ 1,000 ລ້ານໂດລາ.

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...