spot_img
Homeຂ່າວເຫດການກອງປະຊຸມໃຫ່ຍ ອົງຄະນະພັກກະຊວງປ້ອງກັນປະເທດ ປິດລົງດ້ວຍຜົນສຳເລັດສະຫງ່າງາມ!

ກອງປະຊຸມໃຫ່ຍ ອົງຄະນະພັກກະຊວງປ້ອງກັນປະເທດ ປິດລົງດ້ວຍຜົນສຳເລັດສະຫງ່າງາມ!

Published on

Untitled-25.06.2

ຂປລ, ​ໃນ​ວັນ​ທີ  ​24 ມິຖຸນາ 2015 ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ກອງ​ປະຊຸ​ມ​ໃຫຍ່​ຄັ້ງທີ IV ອົງຄະ​ນະ​ພັກກະຊວງ​​ປ້ອງ​ກັນ​ປະ​ເທດ ​ໄດ້​ປິດລົງ​ດ້ວຍ​ຜົນສຳ​ເລັດ​ສະຫງ່າ​ງາມ ພາຍຫລັງ​ທີ່​ໄດ້​ດຳ​​ເນີນມາ​ເປັນ​ເວລາ 2 ວັນ ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ປະຊາຊົນ​ປະ​ທິວັດ​ລາວ ປະທານ​ປະ​ເທດ​ແຫ່ງ ສປປ ລາວ .

ກອງ​ປະຊຸມ​ໄດ້​ຜ່ານ​ບົດ​ສະຫລຸບ​ ແລະ ​ແຜນການ​ໃນ​ຕໍ່ໜ້າ. ກອງ​ປະຊຸມ ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາ​ທິປະ​ໄຕ​ປ່ອນ​ບັດ ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານພັກ​ຊຸດ​ໃໝ່ ຈຳນວນ 27 ສະຫາຍ ຈາກ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 31 ສະຫາຍບົນ​ພື້ນຖານ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດຖານ​ເງື່ອນ​ໄຂ​ທີ່​ກຳນົດ​ໄວ້, ​ໂດຍ​ໄດ້​ເປັນ​ເອກະສັນ​ ​ເລືອກ​​ເອົາ ​ສະຫາຍພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ ​ເປັນ​ເລຂາ​ຄະນະ​ພັກ, ສະຫາຍ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ​ເປັນ​ຮອງ​ເລຂາ​, ສະຫາຍ ພົນ​ຕີ ວິ​ໄລ ຫລ້າ​ຄໍາ​ຟອງ ​ເປັນ​ຮອງ​ເລຂາ​, ​ແລະ ​ເລືອກ​ຕັ້ງ​ເອົາ​ ສະຫາຍ  ພົນ​ຕີ ສຸບັນ ຫຸນ​ນະ​ຈໍາປາ ​ເປັນ​ປະທານ​ກວດກາ  ສະຫາຍ ພົ/ວ ວຽງ​ແກ້ວ ​ແພງ​ສົມບັດ ​ເປັນ​ຮອງ, ສະຫາຍ ພົ/ວ ບຸນ​ລ້ຽງ ​ແສງ​ພະຈັນ ​ເປັນ​ຮອງ​ປະ​ທານ​ແລະ ສະຫາຍ ພັ/ອ ວັນ​ທອງ ກອງ​ມະນີ ​ເປັນ​ຮອງ​ປະທານ​​ກວດກາ.

ໃນ​ໂອກາດ​ນີ້ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາ​ຕໍ່​ຄະນະ​ພັກ​ຊຸດ​ໃໝ່ ກໍ​ຄື​ ຜູ້ແທນ​ສົມບູນ​ໃນ​ກອງ​ປະຊຸມ ​ໂດຍ​ສະຫາຍ ​ໄດ້​​ເນັ້ນ​ໃຫ້​ຄະນະ​ພັກ, ຄະນະ​ບັນຊາ​ແຕ່​ລະສະ​ຫາຍ ​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມການ​ເມືອງ-​ແນວ​ຄິດ​ໃຫ້​ສະ ມາຊິກ ​ພັກ, ນາຍ ​ແລະ ພົນ​ທະຫານ​ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ມີ​ສະຕິ​ລະວັງ​ຕົວ​ກຽມ​ພ້ອມ​ສູ້ຮົບ ມີ​ຄວາມ​ອົດທົນ​ເດັດດ່ຽວ ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ຮູ້ ມີ​ຄວາມ​ຊຳນານ​ທາງ​ດ້ານ​ວິຊາ​ສະ​ເພາະ, ສືບ​ຕໍ່​ເຮັດ​ໃຫ້ປະ​ເທດ​ຊາດ​​ ມີ​ສະຖຽນ​ລະ​ພາບມີ​ຄວາມ​ສະຫງົບປອດ​ໄພ ​ແລະ ມີ​ການ​ພັດທະນາ ພ້ອມ​ທັງ​ປັບປຸງ​ກໍ່ສ້າງ​ພັກ​ ໃຫ້​ມີ​ຄວາມ​ປອດ​​ໃສ ໜັກ​ແໜ້ນ, ​ເຂັ້ມ​ແຂງ, ​  ມີ​ແບບ​ແຜນ​ວິທີ​ນຳພາ​ວິທະຍາສາດ, ປະດິດສ້າງ ​ແລະ ​ແທດ​ເໝາະ​ກັບ​ຕົວຈິງ. ນອກນີ້ ​ສືບ​ຕໍ່​ປັບປຸງ​ກໍ່ສ້າງ​ກໍາລັງ​ທະຫານ​ຊາຍ​ແດນ, ການ​ລັກລອບ​ເຂົ້າ​ອອກ​ຂອງ​ກຸ່ມ​ຄົນ​ບໍ່​ດີ, ​ລັກລອບ​ຂຸດ​ຄົ້ນ​ຊັບ ພະຍາກອນ​ທໍາ​ມະ​ຊາດ, ​ຄ້າຂາຍ​ສິ່ງ​ທີ່​ຜິດ​ກົດໝາຍ, ​ເຄື່ອນ​ຍ້າຍ​ພູມ​ລໍາ​ເນົາ, ການ​ປັກ​ຫລັກ​ໝາຍ​ຮັບປະກັນ​ໃຫ້​ບໍລິ​ເວນ​ຊາຍ​ແດນ​ມີ​ຄວາມ​ສະຫງົບ. ປັບປຸງ​ ພື້ນຖານ​ການ​ເມືອງ, ສ້າງ​ທ່າ​ສະ​ໜາມສົງ ຄາມປະຊາຊົນ ​ເປັນ​ຕົ້ນ ​ແມ່ນ​ໃນ​ບັນດາ​ບໍ​ລິ​ເວນ​ທີ່​ສໍາຄັນ, ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ, ​ເຂດ​ພູ ດ​ອຍຊົນ​ເຜົ່າ ​ແລະ ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ, ຊ່ວຍ​ປະຊາຊົນ​ຂະຫຍາຍ​ເສດຖະກິດ-ສັງຄົມ, ວັດທະນະ​ທໍາ, ດໍາ​ເນີນ​ການ​ຜະລິດ​ເປັນ​ສິນຄ້າ, ​ອະນາ​ໄມ​ກັນ​ພະຍາດ, ລືບ​ລ້າງ​ການ​ເຊື່​ອຖື​ແບບ​ງົມ ງວາຍ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ວັດທະນະ ​ທໍາ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ດີ​ຂຶ້ນ​ເປັນ​ກ້າວໆ. ປະກ​ອບສ່ວນ​ປຸກລະດົມ​ປະຊາຊົນ​ຍົກ​ສູງ​ນ້ຳ​ໃຈ​ເພິ​ງຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ​ເປັນ​ເຈົ້າ​ການ​ແກ້​ໄຂ​ຂໍ້​ຫຍຸ້ງຍາກ​ລວມຂອງ​ປະ​ເທດ​ຊາດ ​ແລະ ຂອງ​ແຕ່ລະ​ທ້ອງ​ຖິ່ນ, ສຶກສາ ​ແລະ ນໍາພາ​ປະຊາຊົນ​ຍົກ​ສູງ​ສະຕິ​ເປັນ​ເຈົ້າ​ ປະຕິບັດ​ລະບຽບ​ກົດໝາຍ, ຮັກສາ​ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ ​ໄປ​ຄຽງ​ຄູ່​ກັນ​ນີ້ ​ ພ້ອມ​ທັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໂດຍ​ກົງຮອບດ້ານ ​ກັບ​ກຳລັງ​ປ້ອງ​ຊາດກັບ​ບັນດາ​​ເພື່ອນ​ມິດຍຸດ​ທະ​ສາດ ໃຫ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ມີ​ໝາກຜົນ​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...