Homeຂ່າວຕ່າງປະເທດໂຮງໝໍອູແກຣນ ຫ້າມເຂົ້າຢ້ຽມລູກເກີດໃໝ່! ພໍ່ລົງທຶນຈ້າງລົດເຄນ ເພື່ອສ່ອງເບິ່ງທາງປ່ອງຢ້ຽມ!

ໂຮງໝໍອູແກຣນ ຫ້າມເຂົ້າຢ້ຽມລູກເກີດໃໝ່! ພໍ່ລົງທຶນຈ້າງລົດເຄນ ເພື່ອສ່ອງເບິ່ງທາງປ່ອງຢ້ຽມ!

Published on

23m10

ພໍ່ລູກອ່ອນຊາວອູແກຣນ ຕື່ນເຕັ້ນຢາກເຫັນໜ້າລູກເກີດໃໝ່ ແຕ່ຖືກໂຮງໝໍຫ້າມຢ້ຽມ ຈິ່ງຈ້າງລົດເຄນຍົກຂຶ້ນໄປສ່ອງເບິ່ງໜ້າລູກທາງປ່ອງຢ້ຽມຂອງໂຮງໝໍ ກ່ອນທີ່ຈະຖືກເຈົ້າໜ້າທີ່ໄລ່ລົງມາ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ມິຖຸນາຜ່ານມານີ້ວ່າ ພໍ່ລູກອ່ອນລາຍດັ່ງກ່າວແມ່ນເປັນຊາວອູແກຣນ ເຊິ່ງບໍ່ມີການເປີດເຜີຍເຖິງຊື່ຂອງລາວແຕ່ຢ່າງໃດ ລາວໄດ້ຕັດສິນໃຈຈ້າງລົດເຄນເຂົ້າມາໃນເດີ່ນໂຮງໝໍແຫ່ງໜຶ່ງ ເພື່ອຍົກລາວຂຶ້ນໄປຮຽງປ່ອງຢ້ຽມຊັ້ນສອງຂອງໂຮງໝໍ ສຳລັບຈອບເບິ່ງໜ້າລູກຂອງລາວທີ່ຫາກໍເກີດໃໝ່ ຍ້ອນໂຮງໝໍຫ້າມບໍ່ໃຫ້ພໍ່ເຂົ້າໄປພາຍໃຕຕຶກ ຈົນກ່ວາຈະໄດ້ຮັບອະນຸຍາດ ເນື່ອງຈາກເປັນປະເພນີຂອງຊາວອູແກຣນທີ່ສືບທອດກັນມາ ເພາະເຊື່ອວ່າຈະເຮັດໃຫ້ເກີດໂຊກຮ້າຍ ແລະ ບໍ່ເປັນທີ່ຍອມຮັບຂອງສັງຄົມ.

ແນວໃດກໍຕາມ ພາຍຫລັງພາບດັ່ງກ່າວນີ້ໄດ້ຖືກເຜີຍແຜ່ ກໍໄດ້ສ້າງຄວາມປິຕິຊື່ນຊົມຈາກຄົນທັງໂລກ ຕໍ່ກັບຄວາມພະຍາຍາມຂອງລາວໃນຄັ້ງນີ້ ເຖິງແມ່ນວ່າລາວຈະໄດ້ເຫັນໜ້າລູກພຽງບໍ່ພໍເທົ່າໃດນາທີເທົ່ານັ້ນກໍຕາມ.

ທັງນີ້ ລາວໄດ້ເອົາດອກໄມ້ຍື່ນມອບໃຫ້ເມຍຂອງລາວພ້ອມ ກ່ອນທີ່ຈະຖືກເຈົ້າໜ້າທີ່ຂອງໂຮງໝໍ ສັ່ງໃຫ້ລົງມາ.

23m11

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...