Homeວິທະຍາສາດ-ວິທະຍາການນັກວິທະຍາສາດເປີດເຜີຍ ໂລກກຽມເຂົ້າຍຸກສູນພັນ! ມະນຸດສ່ຽງສູນພັນກ່ອນໝູ່ອັນດັບທຳອິດ!

ນັກວິທະຍາສາດເປີດເຜີຍ ໂລກກຽມເຂົ້າຍຸກສູນພັນ! ມະນຸດສ່ຽງສູນພັນກ່ອນໝູ່ອັນດັບທຳອິດ!

Published on

zz
(ພາບປະກອບ)

ເວັບຂ່າວ Kapook.com ຊື່ດັງຂອງໄທ ໄດ້ຕີແຜ່ໃນມື້ວັນທີ 22 ມິຖຸນາຜ່ານມານີ້ ໂດຍອ້າງແຫລ່ງຂ່າວຈາກ BBC ຂອງອັງກິດ ໄດ້ເປີດເຜີຍຜົນຂອງການວິໄຈ ຈາກ 3 ມະຫາວິທະຍາໄລໃນສະຫະລັດອາເມຣິກາລະບຸວ່າ ໂລກກຳລັງເຂົ້າສູ່ຍຸກສິ່ງທີ່ມີຊີວິດສູນພັນຄັ້ງທີ 6 ໂດຍໃນນັ້ນ ມະນຸດຈະເປັນໜຶ່ງໃນກຸ່ມທຳອິດ ທີ່ຈະສູນພັນໄປກ່ອນໃນເທື່ອນີ້.

ຜົນຂອງການວິໄຈດ້ານຊີວະວິທະຍາດັ່ງກ່າວ ແມ່ນເປັນການຮ່ວມມືຂອງ ມະຫາວິທະຍາໄລສະແຕນຟອດ, ມະຫາວິທະຍາໄລພຣິນຕັນ ແລະ ມະຫາວິທະຍາໄລເບີກລີ ເຊິ່ງໄດ້ຖືກເຜີຍແຜ່ຜ່ານວາລະສານ Science Advances ເຊິ່ງໄດ້ລະບຸວ່າ ຫລັງຈາກໂລກເຮົາໄດ້ເຂົ້າສູ່ຍຸກສິ່ງທີ່ມີຊີວິດສູນພັນຄັ້ງໃຫຍ່ ເມື່ອ 65 ລ້ານປີກ່ອນ ເນື່ອງຈາກອຸກາບາດໄດ້ຕົກລົງມາຕຳໃສ່ໂລກ ຈົນທຳລາຍລ້າງໄດໂນເສົາໃຫ້ສູນພັນທົ່ວທັງໂລກ ແລະ ມາຮອດຕອນນີ້ ໂລກກໍກຳລັງກ້າວເຂົ້າສູ່ຍຸກແຫ່ງການສູນພັນຂອງສິ່ງທີ່ມີຊີວິດອີກຮອບແລ້ວ ໂດຍເທື່ອນີ້ເປັນຄັ້ງທີ 6 ເຊິ່ງສັດທີ່ມີກະດູກສັນຫລັງ ຈະສູນພັນໄປຢ່າງວ່ອງໄວກ່ວາປົກກະຕິເຖິງ 114 ເທົ່າ ເຊິ່ງໄວກ່ວາທີ່ເຄີຍເປັນມາ.

ໃນຂະນະທີ່ສະຫະພັນສາກົນດ້ານການອະນຸຮັກທຳມະຊາດ (IUCN) ໄດ້ອອກມາເປີດເຜີຍວ່າ ປັດຈຸບັນນີ້ມີສັດຢ່າງໜ້ອຍ 50 ຊະນິດ ທີ່ໃກ້ຈະສູນພັນໃນທຸກໆປີ ພ້ອມທັງລະບຸອີກວ່າ ຫາກປຽບທຽບອັດຕາສ່ວນຂອງສິ່ງທີ່ມີຊີວິດທີ່ສ່ຽງຈະສູນພັນໃນອີກບໍ່ດົນນີ້ ສາຍພັນສັດເຄິ່ງບົກເຄິ່ງນ້ຳ ສ່ຽງທີ່ຈະສູນພັນແລ້ວ 41% ສ່ວນສາຍພັນສັດລ້ຽງລູກດ້ວຍນ້ຳນົມ ສ່ຽງສູນພັນ 25%.

ທັງນີ້ ຜົນງານການວິໄຈດັ່ງກ່າວ ເຖິງແມ່ນວ່າຈະເປັນການລາຍງນຂໍ້ມູນທີ່ເປັນຕາໜ້າຕົກໃຈ ວ່າສິ່ງທີ່ມີຊີວິດຈະສູນພັນໄວຂຶ້ນ 114 ເທົ່າກໍຕາມ ແຕ່ທາງດ້ານ ທ່ານ ສະຈ໊ວດ ພິມ ນັກຊີວະວິທະຍາ ແລະ ຜູ້ຊ່ຽວຊານກ່ຽວກັບການສູນພັນຂອງສິ່ງທີ່ມີຊີວິດ ຈາກມະຫາວິທະຍາໄລດຸກ ລັດນ້ອດແຄໂຣໄລນາ ສະຫະລັດອາເມຣິກາ ໄດ້ອກມາເປີດເຜີຍວ່າ 114 ເທົ່າ ແມ່ນເປັນຕົວເລກທີ່ໜ້ອຍເກີນໄປ ແລະ ລາວເອງຄິດວ່າ ສິ່ງທີ່ມີຊີວິດເທິງໂລກໜ່ວຍນີ້ ຈະສູນພັນໄວຂຶ້ນກ່ວາເກົ່າເຖິງ 1,000 ເທົ່າອີກດ້ວຍ.

ແນວໃດກໍຕາມ, ລາວໂພສຕ໌ ຂໍເຕືອນຜູ້ອ່ານວ່າ ເຫດການດັ່ງກ່າວນັ້ນຍັງບໍ່ຊັດເຈນວ່າ ມື້ໃດຫຼືປີໃດ ຫຼືຍັງອີກເທົ່າໃດຮ້ອຍປີ ຈຶ່ງຈະເກີດເຫດການເຖິງຂັ້ນສູນພັນ ແລະມັນອາດບໍ່ເປັນດັ່ງທີ່ກ່າວອ້າງກໍໄດ້ ເພາະຫຼາຍຂ່າວທີ່ຜ່ານມາ ວ່າໂລກຈະເປັນແນວນັ້ນແນວນີ້ ສຸດທ້າຍກໍບໍ່ເປັນ ບໍ່ວ່າຈະເປັນຄື້ນຈາກດວງຕາເວັນ ທຳລາຍລະບົບອິນເຕີເນັດ, ຟ້າຈະມືດ ແລະອື່ນໆ . ດັ່ງນັ້ນ, ການອ່ານຂ່າວຈຶ່ງຄວນມີສະຕິ ໃຊ້ຊີວິດໄປຕາມປົກກະຕິ ບໍ່ຕ້ອງຢ້ານກົວຫຍັງທັງນັ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...