Homeຂ່າວເຫດການມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ

ມອບ-ຮັບໜ້າທີ່ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ

Published on

LNT

ຂປລ. ພິທີມອບ–ຮັບໜ້າທີ່ ເລຂາພັກແຂວງ, ເຈົ້າແຂວງໆຫລວງ ​ນ້ຳ​ທາ ລະ​ຫວ່າງ ​ທ່ານ ດ​ຣ. ພິມ​ມະ​ສອນ ເລືອງ​ຄຳ​ມາ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂ​າ​ພັກ​ແຂວງ ເຈົ້າແຂວງໆຫລວງ​ນ້ຳ​ທາ​ ຜູ້​ເກົ່າ ແລະ ​ທ່ານ ເພັດ​ຖາ​ວອນ ພິ​ລາ​ວັນ ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງໆຫລວງ​ນ້ຳ​ທາ​ຜູ້ໃໝ່ ໄດ້ຈັດຂຶ້ນ​ໃນວັນທີ 21 ມິຖຸ​ນາ 2014 ຢູ່ຫ້ອງວ່າ ການປົກຄອງ ແຂວງຫລວງ​ນ້ຳ​ທາໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ​ທ່ານ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ກຳ​ມະ​ການ​ກົມ​ການ​ເມືອງ ສູນ​ກາງ​ພັກ, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ, ຜູ້​ຊີ້​ນຳ​ວຽກ​ງານ​ ເສດ​ຖະ​ກິດ ການ​ຜະ​ລິດ ແລະ ​ຈໍ​ລະ​ຈອນ; ມີບັນດາກໍາມະການ ປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າ ພະແນກການອ້ອມ​ຂ້າງ​ແຂວງ, ພະນັກງານອາວຸໂສບຳນານເຂົ້າຮ່ວມ.


ໂອກາດດັ່ງກ່າວນີ້
, ທ່ານ ສົມ​ສະ​​ຫວາດ ເລັ່ງ​ສ​ະ​ຫວັດ ໄດ້​ໃຫ້​ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳ ໃນການປະຕິບັດວຽກງານ ໃນແຕ່ລະດ້ານ ເພື່ອການພັດທະນາ ແຂວງຫລວງ​ນ້ຳ​ທາ ກ້າວໄປຢ່າງບໍ່ຢຸດຢັ້ງ.

ພ້ອມ​ນີ້,  ທ່ານ ດຣ. ພິມ​ມະ​ສອນ ເລືອງ​ຄຳ​ມາໄດ້ລາຍງານກ່ຽວກັບ ສະພາບວຽກງານຮອບດ້ານ ໃນໄລຍະ 10 ປີທີ່​ຜ່ານ​ມາ ​ເຊິ່ງໄດ້ຄຽງບ່າຄຽງໄຫລ່ ກັບຄະນະນຳ ຂອງເເຂວງ, ເມືອງແລະອຳນາດການປົກຄອງທຸກຂັ້ນເຮັດໃຫ້ຄວາມສາມັກຄີ ພາຍໃນການນຳ, ຄວາມສາມັກຄີພາຍໃນພັກ, ພະນັກງານ ແລະ ປະຊາຊົນທົ່ວແຂວງ ໄດ້ຮັບການຍົກສູງ ຂຶ້ນເປັນກ້າວໆ ປະກອບສ່ວນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ແຂວງຫລວງ​ນ້ຳ​ທາ ກ້າວຂຶ້ນຢ່າງໜັກແໜ້ນ, ເຮັດໃຫ້ເສດຖະກິດຂອງ ແຂວງສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ສະ​ເລ່ຍໃນລະດັບ 7,8% ຕໍ່​ປີ, ປີ 2015 ລວມຍອດຜະລິດຕະພັນ ພາຍໃນບັນລຸ 2.156 ຕື້ກີບສະເລ່ຍຕໍ່ຫົວຄົນບັນລຸ 1.540 ໂດ​ລາ​ຕໍ່ຄົນ​ຕໍ່ປີ​.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...