spot_img
Homeຂ່າວເຫດການລັດຖະມົນຕີຕ່າງປະເທດ ສຳເລັດການເຂົ້າຮ່ວມສອງກອງປະຊຸມ ທີ່ມຽນມາ

ລັດຖະມົນຕີຕ່າງປະເທດ ສຳເລັດການເຂົ້າຮ່ວມສອງກອງປະຊຸມ ທີ່ມຽນມາ

Published on

thong

ຂປລ. ໃນຕອນ​ເຊົ້າວັນທີ 22 ມິຖຸນາ 2015 ທີ່ນະຄອນຫລວງເນປີດໍ, ສາທາລະນະລັດ ສະຫະພາບ ມຽນມາ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ຍຸດທະສາດການຮ່ວມມື ດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ພາຍໃຕ້ການເປັນປະທານຂອງ ທ່ານ ອູ ວັນນາ ມອງ ລໍວິນ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ, ມີບັນດາລັດຖະມົນຕີວ່າການ, ຊ່ວຍວ່າການກະຊວງ ການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ຣາຊະອານາຈັກໄທ, ສສ ຫວຽດນາມ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຜູ້​ແທນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມ ທາງດ້ານເນື້ອໃນເອກະສານໃຫ້ແກ່ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 7 ແລະ ກອງປະຊຸມສຸດຍອດ ຍຸດທະສາດການຮ່ວມມື ດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ແອັກແມັກ) ຄັ້ງທີ 6 ທີ່ຈັດຂຶ້ນໃນຕອນບ່າຍ ຂອງວັນດຽວ​ກັນ ແລະ ຕອນເຊົ້າຂອງວັນທີ 23 ມິຖຸນາ 2015. ​ເຊິ່ງສອງກອງປະຊຸມດັ່ງກ່າວ ໄດ້ທົບທວນຄືນ ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດບັນດາໂຄງການ ແລະ ແຜນງານຕ່າງໆ ໃນແຕ່ລະຂະແໜງການ ຮ່ວມມືບູລິມະສິດ ເປັນຕົ້ນ ການຄ້າ ແລະ ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມຈອດ, ການທ່ອງທ່ຽວ, ແລະ ການສຶກສາ ແລະ ຂົງເຂດອື່ນໆ ພາຍໃຕ້ສອງຂອບ ການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອຊອກຫາຊ່ອງທາງ ໃນການປະເຊີນໜ້າ ກັບສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ບັນດາໂຄງການ ໂດຍສະເພາະ ແມ່ນສະພາບທຶນຮອນ ເພື່ອມາຈັດຕັ້ງປະຕິບັດ ໂຄງການຕ່າງໆ ໃນສອງຂອບ ຮ່ວມມືດັ່ງກ່າວ.

ສໍາລັບທິດທາງ ຂອງການຮ່ວມມືໃນຕໍ່ໜ້າ, ບັນດາລັດຖະມົນຕີ ຂອງປະເທດສະມາຊິກ ຂອບຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ຂອບຮ່ວມມື ແອັກແມັກ ໄດ້ຮັບຮອງເອົາ ບົດຖະແຫລງການຮ່ວມ ຂອງກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 7, ຖະແຫລງການ ເນປີດໍ ຂອງກອງປະຊຸມ ສຸດຍອດແອັກແມັກ ຄັ້ງທີ 6 ແລະ ແຜນປະຕິບັດງານ ແອັກແມັກ ສໍາລັບສົກປີ 2016-2018; ບັນດາເອກະສານດັ່ງກ່າວ ຈະໄດ້ວາງພື້ນຖານ ໃຫ້ແກ່ການຮ່ວມມື ໃນອະນາຄົດ ຂອງບັນດາປະເທດສະມາຊິກ ແນໃສ່ຫລຸດຜ່ອນຄວາມແຕກໂຕນ ຂອງການພັດທະນາ ທັງເປັນການປະກອບສ່ວນ ເຂົ້າໃນການສ້າງພື້ນຖານ ໃຫ້ແກ່ການສ້າງ ປະຊາຄົມ ເສດຖະກິດອາຊຽນ. ບັນດາເອກະສານດັ່ງກ່າວ ຈະຖືກສະເໜີຕໍ່ ໄປຍັງບັນດາຫົວໜ້າລັດຖະບານ ແລະ ປະມຸກລັດ ຂອງບັນດາປະເທດສະມາຊິກ ຂອບການຮ່ວມມື ເພື່ອຮັບຮອງເອົາໃນກອງປະຊຸມ ລະດັບສຸດຍອດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...