spot_img
Homeຂ່າວການພັດທະນາລັດຖະບານໄທຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນການສ້າງບຸຄະລາກອນທີ່ມິທັກສະສີມືແຮງງານ

ລັດຖະບານໄທຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວໃນການສ້າງບຸຄະລາກອນທີ່ມິທັກສະສີມືແຮງງານ

Published on

ລັດຖະບານຣາຊະອານາຈັກໄທ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນການສ້າງບຸຄະລາກອນທີ່ມີສີມືແຮງງານດ້ານວິຊາຊີບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ໂດຍສະເພາະແມ່ນໄລຍະຂອງການກະກຽມເຂົ້າສູ່ປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີນີ້.

ເມື່ອວັນທີ 19 ມິຖຸນາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ ທ່ານ ພິສະນຸ ຈັນວິທັນ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ ເພື່ອປຶກສາຫາລືການຮ່ວມມືດ້ານການສຶກສາລາວ-ໄທ ໂດຍລັດຖະບານໄທຈະໃຫ້ການຊ່ວຍລາວ ໃນການສ້າງບຸກຄະລາກອນທີ່ມີທັກສະສີມືແຮງງານດ້ານວິຊາຊີບ.

ໃນໂອກາດນີ້, ທ່ານ ດຣ. ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານເອກອັກຄະຣາຊະທູດ ແຫ່ງຣາດຊະອານາຈັກໄທ ປະຈຳ ສປປ ລາວ ຕະຫຼອດໄລຍະຜ່ານມາ ທີ່ໄດ້ພະຍາຍາມເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ໄທ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານ ພິສະນຸ ຈັນວິທັນ ກໍ່ໄດ້ກ່າວສະແດງແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງກ່າວຈຸດປະສົງຂອງການເຂົ້າຢ້ຽມ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານການສຶກສາລາວ-ໄທ, ເຊິ່ງລັດຖະບານໄທຈະໃຫ້ການໜັບສະໜູນຊ່ວຍເຫຼືອລາວໃນການພັດທະນາຊັບພະຍາກອນມະນຸດ ຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານລາວ ເປັ້ນຕົ້ນແມ່ນ ການກໍ່ສ້າງບຸຄະລາກອນທີ່ມີທັກສະສີມືແຮງງານດ້ານວິຊາຊີບ.

ໃນຂະນະດຽວກັນ ທ່ານ ດຣ. ພັນຄຳ ວິພາວັນ ກໍ່ໄດ້ສະເໜີໃຫ້ລັດຖະບານໄທ ຊ່ວຍສ້າງຄູອາຊີວະສຶກສາ ເພື່ອມາປະຈຳຢູ່ສະຖາບັນອາຊີວະສຶກສາແຫ່ງຕ່າງໆຂອງລາວ ໃນການກໍ່ສ້າງນາຍຊ່າງທີ່ມີທັກສະວິຊາຊີບຕໍ່ໄປ. ໃນໂອກາດນີ້, ທ່ານ ພິສະນຸ ຈັນວິທັນ ກໍ່ໄດ້ສະແດງຄວາມຍິນດີທີ່ຈະໃຫ້ຄວາມຊ່ວຍເຫຼືອ ພ້ອມທັງຈະເອົາທິດຊີ້ນຳຂອງທ່ານຮອງນາຍົກເຂົ້າແຜນການຮ່ວມມືດ້ານວິຊາການລາວ-ໄທ ໃນຄັ້ງຕໍ່ໄປ.

ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານວິຊາການລາວ-ໄທ ໃນໄລຍະຜ່ານມາ ໂດຍຝ່າຍໄທໄດ້ອະນຸມັດທຶນການສຶກສາລະດັບປະລິນຍາໂທ ສົກຮຽນ 2014-2015 ຈຳນວນ 29 ທຶນ ແລະ ທຶນພາຍໃຕ້ໂຄງການ ຈຳນວນ 4 ທຶນ. ໃນນັ້ນ, ລະດັບປະລິນຍາໂທ 2 ທຶນ ແລະ ປະລິນຍາເອກ 2 ທຶນ ລວມທັງໝົດ 33 ທຶນ. ນອກຈາກນັ້ນ, ການສະໜັບສະໜູນທຶນການສຶກສາ ສົກຮຽນ 2015-2016 ຕາມແຜນພັດທະນາຊັບພະຍາກອນມະນຸດ ໄລຍະ 3 ປີ (2014-2017) ໃຫ້ແກ່ ສປປ ລາວ ປີລະ 30 ທຶນ, ລວມທັງໝົດ 90 ທຶນ ໂດຍຝ່າຍລາວ ຈະສົ່ງລາຍຊື່ຜູ້ສະລາຍຊື່ຜູ້ສະໜັກຮັບທຶນໃຫ້ຝ່າຍໄທພິຈາລະນາ.

10171272_1641673072712533_827466429052533957_n

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...