Homeຂ່າວການສຶກສາ ຄະນະຈັດພິມຫົວບົດສອບເສັງຈົບຊັ້ນ ມໍ4 ແຂວງເຊກອງ ສົກຮຽນ 2014-15

ຄະນະຈັດພິມຫົວບົດສອບເສັງຈົບຊັ້ນ ມໍ4 ແຂວງເຊກອງ ສົກຮຽນ 2014-15

Published on

ການສອບເສັງຈົບຊັ້ນ ມໍ4 ຂອງນັກຮຽນສາຍສາມັນທົ່ວປະເທດ ເຊິ່ງຖືວ່າປີນີ້ແມ່ນປີທຳອິດທີ່ທາງກະຊວງສຶກສາທິການ ແລະ ກິລາ ໄດ້ໂອນມອບໜ້າທີ່ການສຳເນົາຫົວບົດສອບເສັງຊັ້ນດັ່ງກ່າວໃຫ້ແຕ່ລະແຂວງເປັນຜູ້ຮັບຜິດຊອບ ແລະ ແຂວງ ເຊກອງກໍເປັນແຂວງໜຶ່ງທີ່ໄດ້ມີການຈັດຕັ້ງປະຕິບັດຢ່າງເຂັ້ມແຂງ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງສະແດງອອກບ່ອນວ່າໄດ້ມີການຄັດເລືອກບຸກຄະລາກອນທີ່ຈະມາຮັບໃຊ້ຕໍ່ໜ້າວຽກດັ່ງກ່າວມາຜ່ານກົດລະບຽບ-ຂໍ້ຫ້າມຕາມທົ່ວທາງກະຊວງວາງອອກຢ່າງເຂັ້ມງວດ ແລ້ວສົ່ງເຂົ້ານອນສູນເປັນເວລາ 10 ວັນ (8 ຫາ 18/6/2015).ຕະຫຼອດໄລຍະເວລາທີ່ນອນສູນໄດ້ມີກົດລະບຽບຄື: ຫ້າມໃຊ້ໂທລະສັບ-ເຄື່ອງມືສື່ສານທຸກຊະນິດ, ຫ້າມອອກຈາກເຂດທີ່ກຳນົດ ຫຼື ໂອລົມກັບຄົນພາຍນອກຢ່າງເດັດຂາດ.
ການປະຕິບັດໜ້າທີ່ໃນຄັ້ງນີ້ເຊິ່ງພາຍໃຕ້ການເປັນປະທານສູນແມ່ນທ່ານ ອຈ ຂັນແກ້ວ ໂຮມອິນຕາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການຊີ້ນຳຢ່າງໃກ້ຊິດ ຈາກທ່ານ ອຈ ຊົມພູ ພູດາວົງ ຮອງຫົວໜ້າ ພະແນກມັດທະຍົມ, ກົມມັດທະຍົມ ກະຊວງສຶກສາ
ພະນັກງານທີ່ໄດ້ເຂົ້ານອນສູນໃນຄັ້ງນີ້ມີຈຳນວນທັງໝົດ17 ທ່ານ, ຍິງ 0 ທ່ານ (ແມ່ຄົວ 2 ທ່ານ, ຍິງ 2 ທ່ານ)ເຊິ່ງສ່ວນໃຫຍ່ແມ່ນພ/ງ ພາຍໃນພະແນກ ແລະ ໂຮງຮຽນທີ່ຂຶ້ນກັບ.
ແຂວງເຊກອງມີສູນສອບເສັງທັງໝົດ 7 ສູນ ມີຫ້ອງສອບເສັງທັງໝົດ 65 ຫ້ອງ, ມີນັກສອບເສັງທັງໝົດ 1.542 ຄົນ, ຍິງ 714 ຄົນ

11252549_919408268097968_190421047427310094_n

1978883_919408408097954_319137994918061409_n

11232121_919409521431176_4067226477893587675_n

11059996_919409774764484_346336000927622996_n

11201605_919410181431110_4675656832470474576_n

11538070_919410458097749_493276781010869231_n

11147160_919410648097730_268246859046662085_n

11060163_919406861431442_3620914158115034637_n

10987745_919407481431380_7056110525897360577_n

10014625_919407534764708_4213270760490427372_n

11226185_919408041431324_3094661381104496956_n

10367800_919408094764652_3678602386193996650_n

10407852_919406841431444_8528013523032795979_n

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...