spot_img
Homeຂ່າວການສຶກສາສູນ ມສ ເມືອງໄຊສໍາເລັດການສອບເສັງ ມ 4

ສູນ ມສ ເມືອງໄຊສໍາເລັດການສອບເສັງ ມ 4

Published on

ການສອບເສັງ ມ4 ປະຈໍາສົກຮຽນ 2014-2015 ໄດ້ເລີ່ມພ້ອມກັນໃນທົ່ວປະເທດ ໃນຕອນເຊົ້າຂອງວັນທີ 16 ມີຖຸນາ 2015 ຜ່ານມານີ້, ສຳລັບແຂວງອຸດົມໄຊ ມີນັກສອບເສັງ ທັງໝົດ 5.085 ຄົນ, ຍິງ 2.332 ຄົນ, ແບ່ງອອກເປັນ 23 ສູນ, ລວມມີ 75 ໂຮງຮຽນ, ມີ 220 ຫ້ອງ, ປະກອບມີສູນສອບເສັງ: ມສ ແຂວງ, ມສ ເມືອງໄຊ, ມຕ ບ້ານບໍ່, ມສ ຫ້ວຍຂຸມ, ມສ ຫົວນໍ້າງາ, ມສ ນໍ້າແຫງ, ມສ ກໍນ້ອຍ, ມສ ເມືອງຫຼາ, ມສ ນາໝໍ້, ມສ ນາສະຫວ່າງ, ມສ ດອນແອ່ນ, ມສ ລາດຫານ, ມສ ເມືອງແບງ, ມຕ ນາງົວ, ມສ ນາແມດ, ມສ ເມືອງຮຸນ, ມສ ນາຊຽງດີ, ມຕ ສີວິໄລ, ມຕ ພູແຊງ, ມຕ ຜາຄໍາ, ມສ ດອນເມືອງ, ມສ ປາກແບງ ແລະ ມຕ ແຕງວາງ.

ສໍາລັບສູນ ມສ ເມືອງໄຊ ເປັນສູນໜຶ່ງທີ່ສອບເສັງສໍາເລັດຕາມວັນເວລາທີ່ໄດ້ກໍານົດໄວ້ ເຊິ່ງປີນີ້ທາງສູນ ມີ 4 ໂຮງຮຽນເຂົ້າຮ່ວມ ມີນັກສອບເສັງທັງໝົດ 308 ຄົນ, ຍິງ 147 ຄົນ ມີ 13 ຫ້ອງສອບເສັງ ໃນນີ້ ມສ ເມືອງໄຊ ມີ 212 ຄົນ, ຍິງ 121 ຄົນ, ມສ ສົງ 23 ຕົນ, ມຕ ດອນໄຊ ມີ 53 ຄົນ, ຍິງ 21 ຄົນ ແລະ ໂຮງຮຽນລຽວເປີຍມີ 20 ຄົນ, ຍິງ 5 ຄົນ.ສອບເສັງໃນ 5 ວິຊາ ປະກອບມີ ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ທໍາມະຊາດ, ວິທະຍາສາດສັງຄົມ ແລະ ວິຊາສຶກສາຜົນລະເມືອງ, ການສອບເສັງໄດ້ດໍາເນີນມາເປັນເວລາ 3 ວັນ ເລີ່ມຕັ້ງແຕ່ ວັນທີ 16 – 18 ມີຖຸນາ ນີ້ ໄດ້ສໍາເລັດ.

ໂດຍການເປັນປະທານຂອງທ່ານ ບຸນຮ່ວມ ແກ້ວອຸດອນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ເຂົ້າຮ່ວມ ມີຄະນະກໍາມະການ, ອະນຸກຳມະການເຜົ້າຫ້ອງເສັງ ແລະ ນັກສອບເສັງເຂົ້າຮ່ວມນໍາ.

ໃນໂອກາດການສອບເສັງໃນຄັ້ງນີ້ທາງສູນໄດ້ຮັບການໃກ້ຊິດຕິດແທດ ແລະ ລົງຕິດຕາມການສອບເສັງຈາກທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ຄໍາແພງ ຂັນມະນີ ຄະນະປະຈໍາພັກເມືອງ ເຈົ້າເມືອງ, ເມືອງໄຊ, ໄດ້ລົງຢ້ຽມຍາມການສອບເສັງ ແລະ ຮ່ວມຕັດຫົວບົດນໍາອີກດ້ວຍ.

ພາຍຫຼັງສໍາເລັດການສອບເສັງແລ້ວ ບັນດານ້ອງນັກຮຽນ ໃຫ້ໃຊ້ເວລາຫວ່າງຍາມພັກແລ້ງນີ້ເກີດປະໂຫຍດ ໂດຍຊ່ວຍວຽກພໍ່ແມ່ຜູ້ປົກຄອງຕາມພາລະໜ້າວຽກຂອງຕົນ ເທົ່າທີ່ຈະຊ່ວຍໄດ້, ບໍ່ໃຫ້ພາກັນໄປມົ້ວສຸມກັບສິ່ງອະບາຍຍະມົກຕ່າງໆ ເປັນຕົ້ນແມ່ນ ການຫຼີ້ນ, ກິນ, ຟຸມເຟີ່ອຍ ມົ້ວສຸມສິ່ງເສບຕິດ, ຂັບຂີ່ລົດໄວ, ຂີ້ລັກງັດແງະ, ອະລະວາດຕີກັນ ຫຼື ບັນຫາປາກົດການຫຍໍ້ທໍ້ຕ່າງໆ, ຈົ່ງແຂ່ງຂັນກັນ ຮຽນດີ-ຮຽນເກັ່ງ, ເອົາໃຈໃສ່ຕັ້ງໜ້າເຝຶກຝົນຕົນເອງ ໃຫ້ເປັນສິດທີ່ດີຂອງຄູອາຈານ, ເປັນລູກທີ່ດີຂອງພໍ່ແມ່, ເປັນຄົນດີຂອງຊາດ ແລະ ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດໃນການພັດທະນາບ້ານເມືອງ, ພໍ່ແມ່ຜູ້ປົກຄອງນັກຮຽນກໍຕ້ອງໄດ້ເອົາໃຈໃສ່ໃກ້ຊິດຕິດແທດກັບລູກຫຼານຂອງຕົນໃຫ້ຫຼາຍຂື້ນ ທັງຊ່ວຍສຶກສາອົບຮົມລູກຫຼານຂອງຕົນໃຫ້ຫັນມາເອົາໃຈໃສ່ການຮຽນ ເພື່ອໃຫ້ມີອະນາຄົດທີ່ດີ, ຜູ້ບໍລິຫານການສຶກສາ, ຄູອາຈານຢູ່ແຕ່ລະໂຮງຮຽນ ໃນໄລຍະພັກຮຽນນີ້ ກໍຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ , ປົກປັກຮັກສາ ອາຄານສະຖານທີ, ອຸປະກອນການຮຽນ-ການສອນ ໃຫ້ມີປະສິດທິຜົນ ແລະ ສາມາດນໍາໃຊ້ໄດ້ຍາວນານຕະຫຼອດໄປ.

 

1533754_1590664521184369_8082806570711520443_n

10157199_1590664501184371_2846641795898002025_n

5273_1590663897851098_7034126013194447144_n

10339634_1590664101184411_7159090496615807802_n

 

10805546_1590664434517711_1212790291485864954_n

11225219_1590664441184377_7625689141310331765_n

11012892_1590664401184381_692862426497971807_n

11401504_1590664104517744_4057032840505381412_n

11425438_1590664021184419_4910801931033990527_n

11537807_1590664111184410_3424985303093154123_n

ບົດຄວາມຫຼ້າສຸດ

ເຮືອບິນກອງທັບຊູດານ ເກີດອຸບັດຕິເຫດຕົກໃສ່ເຂດຊຸມຊົນ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

ເສຍຊີວິດເພີ່ມ 46 ຄົນ ຈາກເຫດເຮືອບິນກອງທັບຊູດານຕົກໃນເຂດຊຸມຊົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ກຸມພາ 2025 ເກີດເຫດເຮືອບິນຂອງກອງທັບຊູດານເກີດອຸບັດຕິເຫດຕົກໃນ ເມືອງອອມດູມານ ພາກກາງຂອງປະເທດ ໃນວັນອັງຄານຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 46 ຄົນ...

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ...

ກວດພົບ 2 ສາຍສື່ສານທີ່ບໍ່ມີເຈົ້າຂອງທີ່ ຂົວມິດຕະພາບ ລາວ-ໄທ

ເຈົ້າໜ້າທີ່ ກສທຊ ປະເທດໄທ ກວດພົບ 2 ສາຍສື່ສານບໍ່ມີເຈົ້າຂອງ ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ກຸມພາ 2025 ຜ່ານມາ, ເຈົ້າໜ້າທີ່ ສຳນັກງານຄະນະກຳມະການ ກິດຈະການກະຈາຍສຽງ,...

ພົບກັບຂໍ້ສະເໜີພິເສດທີ່ສຸດແຫ່ງປີ! ກັບ TOYOTA BIG DEAL

ພົບກັບຂໍ້ສະເໜີພິເສດທີ່ສຸດແຫ່ງປີ! ພຽງແຕ່ທ່ານຈອງລົດພາຍໃນເດືອນມີນາ 2025 ຮັບທັນທີ ຄັນຮົ່ມສຸດພຣີມຽມຈາກ ໂຕໂຢຕ້າ ລາວ. ພ້ອມດຽວກັນນັ້ນ, ຖ້າທ່ານອອກລົດຕັ້ງແຕ່ວັນທີ 1 ມີນາ ຫາ 30 ມິຖຸນາ 2025...