spot_img
Homeຂ່າວການພັດທະນາສັງຄົມຮຽກຮ້ອງ ຄວນ​ປັບປຸງ​ຂອດ​ບໍລິການ​ຢູ່​ໂຮງໝໍ ​ໃຫ້​ດີກ​ວ່າ​ເກົ່າ!

ສັງຄົມຮຽກຮ້ອງ ຄວນ​ປັບປຸງ​ຂອດ​ບໍລິການ​ຢູ່​ໂຮງໝໍ ​ໃຫ້​ດີກ​ວ່າ​ເກົ່າ!

Published on

hospital

ການ​ບໍລິການ​ຂອງ​ບັນດາ​ແພດ​ໝໍ​ຢູ່​ຕາມ​ໂຮງໝໍ​ແຫ່ງ​ຕ່າງໆ​ມາ​ເຖິງ​ປັດຈຸບັນ ຍັງ​ມີ​ຫລາຍ​ອັນທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ຄືນ​​ເພື່ອ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ຫລຸດຜ່ອນ​ຫາງ​ສຽງ​ຈົ່ມ​ວ່າ​ຂອງ​ສັງຄົມກໍ​ຄືຄົນ​ເຈັບ ​ແລະ ປະຊາຊົນ​ຜູ້​ເຂົ້າບໍລິການ​ໃນ​ແຕ່​ລະ​ວັນ​ ​ເຊິ່ງ​ເຫັນ​ວ່າ​ໂຮງໝໍ​ຫລາຍ​ແຫ່ງ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ, ​ເຖິງ​ວ່າ​ໃນ​ໄລຍະ​ຜ່ານ​ມາ ການ​ບໍລິການ​ຂອງ​ແພດ​ໝໍ​ຢູ່​​ໂຮງໝໍ ຫລາຍ​ແຫ່ງ​​ໄດ້​ມີ​ຄວາມ​ຄືບ​ໜ້າ​ດີ​ດ້ານ​ການ​ປິ່ນປົວ​ຈົນ​ເປັນ​ທີ່​ນິຍົມ​ຊົມ​ຊອບ ​ແລະ ​ເພິ່ງ​ພໍ​ໃຈ​ຕໍ່​ການ​ປິ່ນປົວ ​ແລະ ຄວາມ​ເອົາ​ໃຈ​ໃສ່​ຂອງ​ແພດ​ໝໍ​ແຕ່ລະ​ຂັ້ນ ​ໂດຍ​ສະ​ເພາະ​ຢູ່ຕາມ​ຂະ​ແໜງ​ຜ່າຕັດ, ຂະ​ແໜງ​ປະສູດ, ​ແມ່ ​ແລະ ​ເດັກ ມັກ​ມີ​ປ້າຍ​ຕິດ​ຢູ່​ຕາມ​ຝາ ​ແລະ ຈຸດ​ບໍລິການ​ອື່ນໆ​ ບອກ​ວ່າ “ຫ້າມ​ເກັບ​ເງິນ​ນຳ​ຄົນ​ເຈັບ” ສິ່ງ​ດັ່ງກ່າວ​ມັນ​ບົ່ງ​ບອກ​ເຖິງ​ຄວາມ​ບໍລິສຸດ​ຜຸດ​ຜ່ອງ ​ແລະ

ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຂອງ​ແພດ​ໝໍ​ທີ່​ມີ​ຕໍ່​ຄົນ​ເຈັບ, ​ແຕ່​ໃນ​ນີ້ທີ່​ຍັງ​ມີ​ສຽງ​ຈົ່ມ​ແບບ​ໜາ​ຫູ​ກໍ​ແມ່ນ​ພະ​ແນ​ກສຸກ​ເສີນ, ພະ​ແນ​ກມໍ​ລະ​ສຸມ ​ເຊິ່ງ​ເປັນ​ຂະ​ແໜງ​ການ​ທີ່​ສຳຄັນ ​ແລະ ຮອງ​ຮັບ​ການ​ເຂົ້າປິ່ນປົວ​ຂອງ​ຄົນ​ເຈັບ​ຕະຫລອດ 24 ຊົ່ວ​​ໂມງ ​ເປັນຕົ້ນ​ແມ່ນ​ພວກ​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນຫລວງ, ພວກ​ທີ່​​ໄດ້​ຮັບ​​ກະທົບ​ໜັກ ລວມ​ໄປ​ເຖິງ​ພວກ​ທີ່​ເກີດ​ພະຍາດ​ກະທັນຫັນ ​ແລະ ອື່ນໆ ​ເຊິ່ງ​ໃນ​ນີ້ສິ່ງ​ສຳຄັນ​ແມ່ນ​ຂອດ​ບໍລິການ ​ເລີ່​ມຈາກ​ຮັບ​ເອົາ​ຄົນ​ເຈັບ​ເຂົ້າຫ້ອງ​ປົວ​ພະຍາດ ນັບ​ທັງ​ການ​​ເວົ້າຈາ, ການກວດ​ພະຍາດ​ປິ່ນປົວ​ຄົນ​ເຈັບ​ກໍ​ນັບ​ວ່າ​ບໍ່​ທັນ​ມີ​ຄວາມ​ຈູບ​ຈ້າວ​ຫ້າວ ຫັນ ​ແລະ ຍັງ​ຂາດ​ນ້ຳ​ໃຈ​ຮັບຜິດຊອບ​ຂອງຈັນ​ຍາ​ບັນ​ແພດ​ປະຕິວັດ. ຖ້າ​ທຽບ​ໃສ່​ກັບ​ໂຮງໝໍ​ ຫລື ຄລີ​ນິກຂອງ​ປະ​ເທດ​ເພື່ອນ​ບ້ານ​ເຫັນ​ວ່າ​ຍັງ​ໄກ​ກັນຫລາຍ ​ເປັນຕົ້ນບັນຫາ​ການ​​ເວົ້າຈາຂອງ​ແພດ​ໝໍ​ຕ້ອງ​ມີ​ຄວາມ​ນິ້ມນວນ​ອ່ອນ​ຫວານ ສາມາດ​ຊັກຊວນ​ໃຫ້ກັບ​ຄົນ​ເຈັບ ​ແລະ ຍາດ​ພີ່ນ້ອງຂອງ​ຄົນ​ເຈັບ​ມີ​ຄວາມ​ເຊື່ອ​ໝັ້ນຕໍ່​ການ​ປິ່ນປົວ​ເບິ່ງ​ແຍງ​ຂອງ​ແພດ​ໝໍ ​ໃນ​ນີ້ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ນ້ຳ​ໃຈຄວາມ​ຮັບຜິດຊອບ​ຂອງ​ຕົນ​​ໃຫ້​ສົມ​ກັບ​ແພດ​ປະຕິວັດ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ຂອງ​ການຈັດຕັ້ງທີ່​ມອບ​ໝາຍ​ໃຫ້ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ກັບ​ຄົນ​ເຈັບ​ທຸກ​ຄົນທີ່​ໄດ້​ມອບ​ໝົດ​ຊີວິດ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ ໂດຍ​ເອົາ​ໂຮງໝໍ​​ເປັນ​ທີ່​ເພິ່ງສຸດ​ທ້າຍ​ຂອງ​ປະຊາຊົນ​ພົນລະ​ເມືອງ​ທຸກ​ຄົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...