spot_img
Homeນານາສາລະວິທີ​ກຽມ​ຮັບ​ມື​ແລະ​ປ້ອງ​ກັນ​ຕົວ​ຂະນະ​ເກີດ​ລົມພາ​ຍຸ​ຝົນ

ວິທີ​ກຽມ​ຮັບ​ມື​ແລະ​ປ້ອງ​ກັນ​ຕົວ​ຂະນະ​ເກີດ​ລົມພາ​ຍຸ​ຝົນ

Published on

h2_1

     ໄລຍະນີ້​ຝົນ​ຟ້າ​ເລີ່ມ​ປັ່ນປ່ວນ​ແລະ​ມີ​ຝົນ​ຕົກລົງ​ມາແດ່​ແລ້ວ​ເປັນ​ໄລ​ຍະກ່ອນທີ່ຈະ​ເຂົ້າ​ສູ່​ລະດູ​ຝົນ​ແບບ​ເຕັມ​ຕົວ ເຮົາ​ມາ​ກຽມ​ຕົວ​ຮັບ​ມື​ພ້ອມ​ວິທີ​ເອົາ​ຕົວ​ລອດ​ຈາກ​ລົມພາ​ຍຸ​ຝົນ​ກັນ​ກ່ອນ​ດີກວ່າ​
      ວິທີ​ຕຽມ​ຕົວ​ກ່ອນ​ເກີດ​ລົມພະຍຸຝົນ
1. ວາງ​ແຜນ​ລ່ວງ​ໜ້າ​ໃຫ້​ຮອບ​ຄອບ ໂດຍ​ຕິດ​ຕາມ​ຟັງ​ພະຍາກອນ​ອາ​ກາດ​ເປັນ​ປະຈຳຫາກ​ມື້​ໃດ​ທີ່​ຄາດ​ວ່າ​ຈະ​ມີ​ລົມພາ​ຍຸ​ຝົນ​ຄວນ​ຫລີກ​ລ້ຽງ​ສະຖານ​ທີ ​ທີ່​ສ່ຽງ​ອັນຕະລາຍ
2. ຫາກ​ຕ້ອງ​ເດິນທາງ​ອອກ​ນອກ​ເຮືອນ​ໃຫ້​ສັງເກດ​ສະພາບ​ຟ້າ​ອາ​ກາດ​ຢ່າງ​ຕໍ່​ເນື່ອງເຊັ່ນຝົນ​ຕົກ ຟ້າ​ມືດຫລື​ລົມ​ແຮງ​ຜິດ​ປົກກະຕິເພາະ​ເປັນ​ສັນ​ຍານ​ທີ່​ສະແດງ​ວ່າ​ພາ​ຍຸ​ຝົນ​ກຳ​ລັງ​ຈະ​ເຄື່ອນ​ເຂົ້າ​ມາ
3. ຄິດໄລ່​ຈາກ​ສຽງຫາກ​ເຫັນ​ແສງ​ຟ້າ​ຜ່າ​ແລະ​ສຽງ​ຟ້າ​ຮ້ອງ​ນຳມາ​ອີກ 30 ວິ​ນາ​ທີ​ນຳ​ຫລັງຄວນ​ຮີບ​ຫາ​ບ່ອນຫລົບ​ທັນ​ທີ
4. ກຽມ​ໄຟ​ສາຍ​ຫລື​ທຽນ​ເອົາ​ໄວ້​ໃຊ້​ຍາມ​ໄຟ​ຟ້າ​ດັບ
5. ຕຽມ​ເບີໂທ​ລະສັບ​ສຸກ​ເສີນ​ເອົາ​ໄວ້ເພື່ອ​ເກີດ​ເຫດ​ສຸກ​ເສີນ​ຫລື​ມີ​ຄົນ​ໄດ້ຮັບ​ອັນຕະລາຍ​ຈາກ​ຟ້າ​ຜ່າ

         ວິທີ​ປ້ອງ​ກັນ​ຕົວ​ຂະນະ​ຢູ່​ບ້ານ
1. ໃຫ້​ນຳ​ສັດ​ລ້ຽງ​ເຂົ້າ​ເຮືອນ​ທັນ​ທີເພາະ​ເຮືອນ​ສັດ​ລ້ຽງ​ທຸກ​ຊະນິດ​ບໍ່​ສາມາດ​ປ້ອງ​ກັນ​ຟ້າ​ຜ່າ​ໄດ້ແລະ​ປອກ​ຄໍ​ສັດ​ສ່ວນ​ໃຫຍ່​ກໍ​ເປັນ​ສື່​ລໍ້​ຟ້າ​ນຳ
2. ປິດ​ປະ​ຕູ​ກັບ​ປ່ອງຍ້ຽມ​ທຸກ​ບ່ອນ​ໃຫ້​ດີແລະ​ພະຍາຍາມ​ຢູ່​ຫ່າງ​ປະຕູປ່ອງຍ້ຽມ​ເອົາ​ໄວ້
3. ງົດ​ໃຊ້​ອຸປະກອນ​ໄຟ​ຟ້າ​ແລະ​ອຸປະກອນ​ທີ່​ເຮັດ​ມາ​ຈາກ​ໂລ​ຫະ​ໃນ​ລະຫວ່າງ​ທີ່​ມີ​ລົມພະຍຸ ຟ້າຮ້ອງ ເພາະ​ກະ​ແສ​ໄຟ​ອາດ​ແລ່ນ​ເຂົ້າ​ສູ່​ຮ່າງກາຍນອກ​ຈາກ​ນີ້​ບໍ່​ຄວນ​ຍືນ​​ຫລື​ສຳ​ຜັດ​ຝາ​ຄອນ​ກີດເນື່ອງ​ຈາກ​ຝາ​ຄອນ​ກີດ​ສ່ວນ​ໃຫຍ່​ມີ​ໂຄງ​ສ້າງ​ພາຍ​ໃນ​ທີ່​ເປັນ​ສື່​ນຳ​ໄຟ​ຟ້າ
4. ໃນ​ລະຫວ່າງ​ທີ່​ມີ​ລົມພາ​ຍຸ​ຝົນ​ຄວນ​ຢູ່ໃນ​ເຮືອນ​ຕະຫລອດແລະ​ຫາກ​ຕ້ອງ​ການ​ຈະ​ອອກຈາກ​ເຮືອນ​ຄວນ​ລໍ​ຫລັງ​ຝົນ​ຢຸດ​ແລ້ວ 30 ນາ​ທີເພື່ອ​ລຸດ​ຄວາມ​ສ່ຽງ​ຈາກ​ເຫດ​ຟ້າ​ຜ່າ​ທີ່​ມາ​ກັບລົມ​ພາ​ຍຸ​ຝົນ
    ວິທີ​ປ້ອງ​ກັນ​ຕົວ​ເມື່ອ​ຢູ່​ນອກ​ບ້ານ
1. ຫລົບ​ເຂົ້າ​ຫລັງ​ຄາ​ທັນ​ທີ ບໍ່​ຄວນ​ລີ​ລໍ​ຫລື​ຊະ​ລ່າ​ໃຈ​ລໍ​ໃຫ້​ເກີດ​ຟ້າ​ຜ່າ​ກ່ອນ​ແລ້ວ​ຄ່ອຍ​ຫາບ່ອນ​ຫລົບ ເພາະ​ເກີດ​ອັນຕະລາຍ​ຈາກ​ຟ້າ​ຜ່າ​ໄດ້​ສະເໝີຫລີກ​ລ້ຽງ​ການ​ຫລົບ​ຟ້າ​ຝົນ​ກ້ອງ​ຕົ້ນ​ໄມ້​ຫລື​ອາ​ຄານ​ຂະໜາດ​ນ້ອຍ​ໆເຊັ່ນຫ້ອງ​ນ້ຳ​ສາທາລະນະຫລື​ມີ​ພຽງ​ກັນ​ສາດ​ກັນ​ຝົນເນື່ອງ​ຈາກ​ໂຄງ​ສ້າງ​ປະ​ເພດ​ນີ້​ບໍ່​ສາມາດ​ປ້ອງ​ກັນ​ຟ້າ​ຜ່າ​ໄດ້ອີກ​ທັງ​ອາດ​ໄດ້ຮັບ​ອັນຕະລາຍ​ເມື່ອ​ຕົ້ນ​ໄມ້​ຫລື​ໂຄງ​ສ້າງ​ຫັກ​​ລົງ​ມາ​ນຳ
2. ຫລີກ​ລ້ຽງ​ຈາກ​ແຫລ່ງ​ນ້ຳເຊັ່ນສະ​ລອຍ​ຫລື​ໜອງນ້ຳຫາກ​ຢູ່ໃນ​ນ້ຳ​ຂະນະ​ມີ​ພາ​ຍຸ​ຝົນ​ໃຫ້​ຮີບ​ຂຶ້ນ​ຈາກ​ນ້ຳ​ທັນ​ທີບໍ່​ເຊັ່ນ​ນັ້ນ​ອາດ​ໄດ້ຮັບ​ອັນຕະລາຍ​ໃນ​ຂະນະ​ທີ່​ມີ​ພາ​ຍຸ​ຝົນ
3. ເມື່ອ​ຕ້ອງ​ຫລົບ​ຝົນ​ຮ່ວມ​ກັບ​ຜູ້​ອື່ນຄວນ​ຮັກສາໄ​ລ​ຍະ​ຫ່າງ​ແຕ່​ລະ​ຄົນ​ໄວ້​ປະ​ມານ 15.2-30.5 ແມັດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ກະ​ແສ​ໄຟ​ແລ່ນ​ເຂົ້າ​ສູ່​ຮ່າງກາຍ​ຄົນ​ຮອບ​ຂ້າງ​ເມື່ອ​ມີ​ຄົນ​ໂດນ​ຜ່າ​ຟ້າ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...