Homeຂ່າວຕ່າງປະເທດຈີນ - ອົດສະຕາລີ ລົງນາມຂໍ້ຕົກລົງການຄ້າເສລີສອງຝ່າຍ ສະບັບປະຫວັດສາດ!

ຈີນ – ອົດສະຕາລີ ລົງນາມຂໍ້ຕົກລົງການຄ້າເສລີສອງຝ່າຍ ສະບັບປະຫວັດສາດ!

Published on

AUSTRALIA-CHINA-ECONOMY-TRADE

ລັດຖະບານຈີນ ແລະ ອົດສະຕາລີ ລົງນາມຂໍ້ຕົກລົງການຄ້າເສລີ ສະບັບປະຫວັດສາດ ເຊິ່ງໃຊ້ເວລາເຈລະຈາກັນຍາວນານເຖິງ 10 ປີ ພ້ອມຄາດຂໍ້ຕົກລົງດັ່ງກ່າວ ຈະກະຕຸ້ນການການສ້າງຕຳແໜ່ງງານໃໝ່ ຕະຫລອດຮອດທຳລາຍກຳແພງພາສີສິນຄ້າຫລາກຫລາຍປະເພດ ຂອງທັງສອງຝ່າຍ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ມິຖຸນານີ້ວ່າ ທ່ານ ແອນດຣູ ຣັອບ ລັດຖະມົນຕີວ່າການກະຊວງການຄ້າອົດສະຕາລີ ແລະ ທ່ານ ເກົາ ຫູເສິງ ລັດຖະມົນຕີວ່າການກະຊວງການຄ້າຂອງຈີນ ໄດ້ຮ່ວມກັນລົງນາມໃນພິທີເຊັນສັນຍາ ຂໍ້ຕົກລົງການຄ້າເສລີລະຫວ່າງ ຈີນ ແລະ ອົດສະຕາລີ ໃນມື້ວັນທີ 17 ມິຖຸນານີ້ ທີ່ນະຄອນຫລວງແຄນເບີຣາ ຂອງປະເທດອົດສະຕາລີ ເຊິ່ງຖືເປັນຄວາມສຳເລັດທີ່ຈົບງາມ ແລະ ມີຄວາມສຳຄັນທາງປະຫວັດສາດ ເພາະໃຊ້ເວລາໃນການເຈລະຈາ ເຊິ່ງກິນເວລາຍາວນານເຖິງ 10 ປີ.

ພາຍໃຕ້ເງື່ອນໄຂຂອງຂໍ້ຕົກລົງການຄ້າເສລີດັ່ງກ່າວ ສິນຄ້າກ່ວາ 85% ຂອງອົດສະຕາລີ ຈະສາມາດເຂົ້າໄປຂາຍທີ່ຕະຫລາດຈີນໄດ້ ໂດຍການຍົກເວັ້ນພາສີ ແລະ ຈະຄ່ອຍໆເພີ່ມຂຶ້ນຈົນເຖິງ 95% ໃນອີກບໍ່ເທົ່າໃດປີຂ້າງໜ້າ, ສ່ວນອົດສະຕາລີ ຈະຍົກເລີກພາສີນຳເຂົ້າ 5% ສຳລັບເຄື່ອງເອເລັກໂຕຣນິກ ແລະ ເຊື່ອງໃຊ້ໃນຄົວເຮືອນຂະໜາດໃຫຍ່ຈາກຈີນ ພ້ອມທັງຈີນມີສິດໄດ້ຮັບສຳປະທານການລົງທຶນຕ່າງໆໃນປະເທດອົດສະຕາລີ ຕື່ມອີກດ້ວຍ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...