Homeຂ່າວຕ່າງປະເທດຫວຽດນາມສົ່ງອອກໝາກລິນຈີ່ ໄປຂາຍຢູ່ປະເທດອົດສະຕາລີ ເປັນຄັ້ງທຳອິດ!

ຫວຽດນາມສົ່ງອອກໝາກລິນຈີ່ ໄປຂາຍຢູ່ປະເທດອົດສະຕາລີ ເປັນຄັ້ງທຳອິດ!

Published on

VIETNAM-ECONOMY-AGRICULTURE-LYCHEE
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ມິຖຸນາຜ່ານມານີ້ວ່າ ຫລຽດນາມໄດ້ສົ່ງອອກໝາກລິນຈີ່ ງວດທຳອິດໄປຍັງອົດສະຕາລີແລ້ວ ຈຳນວນ 3 ໂຕນ ໂດຍທ່ານ ຮິວ ໂບໂຣແມນ ເອກອັກຄະລັດຖະທູດອົດສະຕາລີປະຈຳຫວຽດນາມ ໄດ້ລະບຸວ່າ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ຕະຫລາດອົດສະຕາລີ ຈະໄດ້ເປີດຮັບໝາກລິນຈີ່ຈາກຫວຽດນາມ ໂດຍສິນຄ້າງວດທຳອິດ ໄດ້ເດີນທາງມາເຖິງເມືອງເມເບິ້ນ ໃນມື້ວັນທີ 12 ມິຖຸນາຜ່ານມາ ແລະ ກຳລັງຈະກະຈາຍລົງໄປຢູ່ໃນກະຕ່າ ຕາມຮ້ານສັບພະສິນຄ້າຂອງຊາວອົດສະຕາລີໃນໄວໆນີ້.

ທັງນີ້ ຜົນຜະລິດໝາກລິນຈີ່ຂອງຫວຽດນາມ ແມ່ນປູກຫລາຍທີ່ສຸດໃນແຂວງບັກຊາງ ແລະ ແຂວງຫາຍເຊືອງ ເຊິ່ງຄາດວ່າໃນປີນີ້ ຈະມີຜົນຜະລິດເຖິງ 200,000 ໂຕນ ຕາມການລະບຸຂອງກະຊວງການຄ້າຫວຽດນາມ ໂດຍໃນຈຳນວນດັ່ງກ່າວ 60% ຫລື 120,000 ໂຕນ ແມ່ນຈະເປັນການບໍລິໂພກພາຍໃນປະເທດ ສ່ວນທີ່ເຫລືອອີກ 80,000 ໂຕນ ແມ່ນຈະສົ່ງອອກຂາຍ ໂດຍຈີນເປັນລູກຄ້າຮັບຊື້ລາຍໃຫຍ່.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...