spot_img
Homeຂ່າວທ້ອງຖິ່ນສູນ ICT ແຂວງອຸດົມໄຊ ຮ່ວມກັບ ສູນ ICT ກະຊວງສຶກສາ ແລະ ກິລາ ປຶກສາກ່ຽວກັບການຄຸ້ມຄອງການບໍລິຫານ

ສູນ ICT ແຂວງອຸດົມໄຊ ຮ່ວມກັບ ສູນ ICT ກະຊວງສຶກສາ ແລະ ກິລາ ປຶກສາກ່ຽວກັບການຄຸ້ມຄອງການບໍລິຫານ

Published on

ໃນຕອນເຊົ້າຂອງວັນທີ 15 ມີຖຸນາ ນີ້, ຢູ່ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ), ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງ ແລະ ການບໍລິຫານສູນ ICT ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ສູນ ICT (ສກຂ) ອຸດົມໄຊ.

ເຂົ້າຮ່ວມມີທ່ານ ຮສ.ດຣ ສົມກຽດ ພະສີ ຜູ້ອໍານວຍການສູນ ICT ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າ (ສກຂ), ທ່ານ ຈັນເພັງ ປັນຍາສັກ ອໍານວຍການສູນ ICT (ສກຂ), ໂຮງຮຽນ ມສ ແຂວງ, ມສ ເມືອງໄຊ, ສາມັນກິນນອນຊົນເຜົ່າ ແລະ ມີວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນໍາ.

ທ່ານ ຈັນເພັງ ປັນຍາສັກ ອໍານວຍການສູນ ICT (ສກຂ) ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດກ່ຽວກັບການຄຸ້ມຄອງ ແລະ ບໍລິຫານສູນໄລຍະຜ່ານມາ ແລະ ວາງທິດທາງແຜນການສົກປີ 2015-2016, ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ເປິກສາຫາລືແລກປ່ຽນບົດຮຽນຮ່ວມກັນເພື່ອປັບປຸງການຄຸ້ມຄອງ ແລະ ການບໍລິຫານວຽກງານ ICT ເປັນຕົ້ນແມ່ນ ການຈັດຕັ້ງການຮຽນ-ການສອນທາງໄກຜ່ານລະບົບເຄື່ອຂ່າຍ, ບັນຈຸຊັບຊ້ອນ-ປັບປຸງລະບົບການຈັດຕັ້ງ, ຕິດຕາມກວດກາ, ຈັດສັນງົບປະມານ, ການນໍາໃຊ້ຫ້ອງທົດລອງ, ຄຸນະພາບຂອງຜູ້ສອນ, ການຄຸ້ມຄອງບໍລິຫານ ແລະ ສະໜອງງົບປະມານໃສ່ສູນ, ທັງນີ້ກໍເພືອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ກັບວຽກງານນີ້ມີຄຸນະພາບດີຂື້ນເຊີ່ງວ່າກອງປະຊຸມໄດ້ດໍາເນີນໄປໃຊ້ເວລາ 1 ວັນເຕັມຈິ່ງສໍາເລັດ.

988595_1589565027960985_9079799051429441686_n

1901432_1589562877961200_8038247937022456659_n

10447122_954452344605472_6859437100441148154_n

11147206_1589562831294538_2722104406952090625_n

11392802_1589564107961077_6665494513564840404_n

11401315_1589563081294513_3159485356047073136_n

11425240_1589563144627840_4016264379496878916_n

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...