spot_img
Homeຂ່າວທ້ອງຖິ່ນຫົວໜ້າສຶກສາທິການ ແລະ ກິລາ ແຂວງອຸດົມໄຊລົງຢ້ຽມຢາມການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ບ້ານ 3 ສ້າງ ເມືອງຮຸນ

ຫົວໜ້າສຶກສາທິການ ແລະ ກິລາ ແຂວງອຸດົມໄຊລົງຢ້ຽມຢາມການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ບ້ານ 3 ສ້າງ ເມືອງຮຸນ

Published on

ທ່ານ ໂອວາດ ຈັນທະວົງ ຄະນະປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ (ສກຂ), ພ້ອມດ້ວຍຄະນະກໍາມະການຕິດຕາມກວດກາການກໍ່ສ້າງຂັ້ນແຂວງ ລົງຢ້ຽມຢາມຕິດຕາມກວດກາ ການກໍ່ສ້າງໂຮງຮຽນ ມສ ນາຊຽງດີ ບ້ານ 3 ສ້າງ ເມືອງຮຸນ ແຂວງອຸດົມໄຊ, ໃນວັນທີ 12 ມີຖຸນາ 2015 ນີ້, ເຂົ້າຮ່ວມມີ ທ່ານ ບຸນເພັງ ແລງສຸທິພົງ ຮອງຫົວໜ້າຫ້ອງການບໍລິຫານ ຜູ້ຮັບຜິດຊອບວຽກງານການກໍ່ສ້າງ ພະແນກສຶກສາທິການ ແລະ ກິລາ, ມີຄະນະກໍາມະການຕິດຕາມກວດກາ ການກໍ່ສ້າງທີ່ມາຈາກຫ້ອງວ່າການປົກຄອງແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນ, ພະແນກແຜນການ ແລະ ການລົງທຶນ, ຄະນະປະຈໍາພັກເມືອງຮຸນ, ຫ້ອງການສຶກສາທິການ ແລະ ກິລາເມືອງຮຸນ ແລະ ບໍລິສັດວິລະດາກໍ່ສ້າງ ເຂົ້າຮ່ວມນໍາ.

 

ຢູ່ທີ່ໂຮງຮຽນ ມສ ນາຊຽງດີ ໄດ້ຕ້ອນຮັບຈາກອໍານາດການປົກຄອງບ້ານ, ຄະນະອໍານວຍການ ແລະ ຄູອາ ຈານ ຈໍານວນໜຶ່ງ, ທາງທີມງານໄດ້ພາກັນຢາງກວດກາ ແລະ ສັງເກດເບິ່ງສະພາບການກໍ່ສ້າງ ອາຄານຮຽນຫຼັງ ໃໝ່ຂອງໂຮງຮຽນ ທີ່ໄດ້ຮັບທຶນການກໍ່ສ້າງຂອງລັດຖະບານ ຮ່ວງນໍ້າເທີນ 2 ສົກ 2014-2015 ໂດຍແມ່ນບໍລິສັດ ວິລະດາ ກໍ່ສ້າງ ເປັນຜູ້ຮັບເໝົາ ໃນມູນຄາ 900 ລ້ານກວ່າກີບ, ເປັນອາຄານຮຽນແບບຖາວອນ ຊັ້ນດຽວ 1 ຫຼັງ, ຂະໜາດ 48 x 9 ແມັດ, ມີ 6 ຫ້ອງຮຽນ ແລະ ຫ້ອງນໍ້າ 1 ຫຼັງ ມີ 4 ຫ້ອງ, ໂຮງຮຽນ ດັ່ງກ່າວນີ້ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນ ມີນາ ຜ່ານມານີ້ເຊິ່ງຈະໄດ້ໃຊ້ໄລຍະເວລາການກໍ່ສ້າງທັງໝົດ 8 ເດືອນ ໃຫ້ສໍາເລັດ, ມາຮອດປັດຈຸບັນ ໄດ້ສຳເລັດແລ້ວ 60 %. ຖ້າສໍາເລັດຍັງຈະໄດ້ປະກອບ ເຟີນິເຈີ ໃສ່ຄົບຊຸດ, ຜ່ານການກວດກາ ເຫັນວ່າ ຍັງມີວຽກບາງດ້ານທີ່ຕ້ອງໄດ້ປັບປຸງ ແລະ ແກ້ໄຂຄືນໃໝ່ບາງຈຸດ ເພື່ອເຮັດໃຫ້ສະພາບອາຄານມີຄວາມສົມບູນແບບ ເປັນຕົ້ນແມ່ນວຽກໂບກ ແລະ ວຽກຫຼັງຄາ.


ໃນໂອກາດນີ້ ຍັງໄດ້ຮັບຟັງການລາຍງານຈາກທາງຄະນະຮັບຜິດຊອບ ແລະ ທາງບ້ານ ກ່ຽວກັບ ສະພາບການກໍ່ສ້າງໃນຄັ້ງຜ່ານມາ ແລະ ໜ້າວຽກຈະສືບຕໍ່ໃນຕໍ່ໜ້າ, ຕອນທ້າຍພິທີ ທ່ານ ໂອວາດ ຈັນທະວົງ ກໍໄດ້ໂອ້ລົມ ແລະ ຮຽກຮ້ອງທຸກພາກສ່ວນໃຫ້ມີສ່ວນຮ່ວມນໍາກັນ, ຊ່ວຍເຫຼືອເຊິງກັນ ແລະ ກັນ ລະຫວ່າງ ບໍ່ລິສັດຜູ້ຮັບເໜົາ ກັບ ທາງອໍານາດການປົກຄອງບ້ານ, ໂຮງຮຽນ, ຂັ້ນເມືອງ , ຂັ້ນແຂວງ ໂດຍສະເພາະ ທາງບໍລິສັດໃຫ້ເອົາໃຈໃສ່ປະຕິບັດໜ້າທີຂອງຕົນໃຫ້ປະສົບຜົນສໍາເລັດ ທວງທັນກັບເວລາທີ່ໄດ້ກໍານົດໄວ້ ທັງດໍາເນີນການກໍ່ສ້າງໃຫ້ຖືກຕ້ອງຕາມຫຼັກເຕັກນິກວິຊາການ, ຮັບປະກັນຄຸນະພາບ ເພື່ອຜົນປະໂຫຍດອັນລວມ ກໍຄື ເດັກນ້ອຍ ໄດ້ມີບ່ອນສຶກສາຮໍ່າຮຽນໃນສະພາບແວດລ້ອມທີ່ດີ ຫຼຸດຜ່ອນຄວາມແອອັດ ຂອງນັກຮຽນ ທີ່ຈະເພີ່ມຂື້ນ ໃນແຕ່ລະປີ.

10392323_1588663481384473_7513459250377842711_n

11060869_1588663974717757_7976752632844914129_n

11114010_1588663548051133_7234707665178209937_n

11253593_1588663358051152_5937985762669435891_n

11401324_1588663901384431_7561067861576896443_n

11406891_1588664211384400_7757376835639781569_n

11424437_1588663691384452_4378713558492973406_n

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...